ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຮ່ວມປະຊຸມ ຕອບຄຳຖາມ ກັບ ພວກຊາວໜຸ່ມອັງກິດ


ປະທານາທິບໍດີ ບາຣັກ ໂອບາມາ​ ເຂົ້າຮ່ວມກອງປະຊຸມ ຕອບຄຳຖາມ ທີ່ຫໍປະຊຸມ Lindley Hall ນະຄອນລອນດອນ ປະເທດອັງກິດ. (ວັນທີ 23 ເມສາ 2016)
ປະທານາທິບໍດີ ບາຣັກ ໂອບາມາ​ ເຂົ້າຮ່ວມກອງປະຊຸມ ຕອບຄຳຖາມ ທີ່ຫໍປະຊຸມ Lindley Hall ນະຄອນລອນດອນ ປະເທດອັງກິດ. (ວັນທີ 23 ເມສາ 2016)

ປະທານາທິບໍດີ​ສະຫະລັດ ທ່ານ​ບາ​ຣັກ ​ໂອ​ບາ​ມາ​ ​ເຂົ້າຮ່ວມ​ໃນ​ການ​ພົບ​ປະ​ຫາລືຕອບຄຳ​ຖາມ ກັບ​ພວກ​ຊາວ​ໜຸ່ມ​ໃນ​ປະ​ເທດ​ອັງກິດ ​ໃນ​ວັນ​ເສົາ​ມື້ນີ້ ​ໃນ​ຖານະ​ທີ່ເປັນ​ພາກສ່ວນ​ນຶ່ງ​ໃນ​ລະຫວ່າງ​ການ​ຢ້ຽມຢາມທາງການທູດຕໍ່ປະ​ເທດ​ດັ່ງກ່າວ.

ທ່ານ​ໂອ​ບາ​ມາ​ໄດ້​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ເລື້ອງຕ່າງໆໃນ​ຂອບ​ເຂດ​ທີ່​ກວ້າງຂວາງຮວມທັງ ວ່າ​ ທ່ານ​ຢາກ​ເຫັນ​ປະທານາທິບໍດີ​ຄົນ​ຕໍ່​ໄປ​ຂອງ​ສະຫະລັດ​ເຮັດ​ຫຍັງ​ແລະທ່ານ​ຕ້ອງການ​ຢາກ​ມີ​ມູນ​ເຊື້ອ​ແບບ​ໃດທີ່​ສະທ້ອນ​ໃຫ້​ເຫັນ​ເວລາ​ການ​ດຳລົງ​ຕຳ​ແໜ່​ງຂອງ​ທ່ານ​ສິ້ນສຸດ​ລົງ. ທ່ານ​ໂອ​ບາ​ມາ​ຕອບ​ວ່າທ່ານ​ຈະ​ຕ້ອງ​ໃຊ້​ເວລາປະມານ 10 ປີກ່ອນ​ທີ່​ທ່ານ​ຈະ​ສາມາດ​ເບິ່ງ​ຄືນ​ຫລັງ​ແລະ​ຊັ່ງຊາ​ຢ່າງ​ຖືກຕ້ອງ​ກ່ຽວກັບ​ມູນ​ເຊື້ອຂອງ​ທ່ານ ​ແຕ່​ທ່ານ​ກ່າວ​ວ່າ ຂ້າພະ​ເຈົ້າ ຄິດ​ວ່າ ຂ້າພະ​ເຈົ້າ​ໄດ້​ເປັນ​ໂຕຂອງ​ໂຕ​ເອງຢູ່​ໃນ​ຂັ້ນຕອນ​ດັ່ງກ່າວ. ຂ້າພະ​ເຈົ້າຈະ​ເບິ່ງ​ຢ້ອນ ຄືນ​ໃບ​ຄະ​ແນນ​ໃນຕອນທ້າຍ ​ແຕ່​ຂ້າພະ​ເຈົ້າກໍ​ມີ​ຄວາມ​ພາກພູມ​ໃຈ.

Obama Briatain
please wait
Embed

No media source currently available

0:00 0:00:35 0:00

ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ເຖິງ​ກົດໝາຍ​ຮັກສາ​ສຸຂະພາບ​ທີ່​ມີ​ຄວາມ​ສຳຄັນ​ປະຫວັດສາດ​ຂອງ​ທ່ານ ການ​ຮັບ​ມື​ກັບ​ວິ​ກິດ​ການ​ອີ​ໂບລາ ​ຂອງ​ໂລກ ແລະ ​ຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານນັ້ນ ວ່າເປັນ​ການ​ບັນລຸ​ທີ່​ໂດດ​ເດັ່ນ ​ແຕ່​ເມື່ອ​ເວົ້າ​ເຖິງ​ຄວາມ​ສຳເລັດທີ່​ໃຫຍ່​ທີ່ສຸດ​ຂອງ​ທ່ານ​ແລ້ວ​ແມ່ນການກອບ​ກູ້​ເສດຖະກິດໂລກ​ ຈາກສະພາບ​ຕົກ​ຕ່ຳນັ້ນ​ແມ່ນ​ດີ​ທີ່​ສຸດ ຊຶ່ງ​ທ່ານ​ໄດ້​ກ່າວ​ແກມ​ຕະຫລົກ​ຫລິ້ນ​ຊຶ່ງ​ໝາຍ​ເຖິງ​ວິ​ກິດການ​ທາງ​ດ້ານ​ການ​ເງິນ​ໃນ​ປີ 2008.

ມີ​ເດັກ​ສາວ​ຄົນ​ນຶ່ງ​ໃນ​ບັນດາ​ຜູ້​ຊົມ​ຖາມ​ວ່າ ມີ​ຂະ​ບວນການ​ທາງ​ສັງຄົມ​ອັນ​ໃດ​ແດ່ ​ໄດ້​ເກີດ​ຂຶ້ນ​ໃນ​ລະຫວ່າງ​ການ​ດຳລົງ​ຕຳ​ແໜ່​ງ​ ເປັນ​ປະທານາທິບໍດີ​ຂອງ​ທ່ານ ທີ່​ໄດ້ຊ່ອຍ​ໃຫ້​ທ່ານ ປ່ຽນ​ການ​ຕັດສິນ​ໃຈ​ຫຼາຍທີ່​ສຸດ ຊຶ່ງ​ທ່ານ​ໂອ​ບາ​ມາ​ໄດ້​ກ່າວອ້າງ​ເຖິງວິວັດທະນາ​ການກ່ຽວ ກັບ​ທັດສະນະ​ຄວາມ​ເຫັນຂອງ​ທ່ານ​ໃນ​ເລື້ອງຄວາມ​ສະ​ເໝີພາ​ບຂອງການ​ແຕ່ງງານ​.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າກ່ອນ​ອື່ນ​ໝົດທ່ານເຫັນ​ພ້ອມ​ກັບ​ການ​ຢູ່​ຮ່ວມ​ກັນຂອງຄົນ​ເພດ​ດຽວ ກັນ ຍ້ອນ​ທ່ານ​ຄິດ​ວ່າ ການ​ເອີ້ນຄວາມ​ສຳພັນ​ເຫຼົ່ານັ້ນເປັນ​ການ​ແຕ່ງງານ ​ແມ່ນ​ບໍ່​ຈຳ​ເປັນ ຕາບ​ໃດ​ທີ່​ພວກ​ກ່ຽວຂ້ອງມີ​ສິດທິ​ແບບ​ດຽວ​ກັນ ແຕ່​ພວກລູກໆ​ຂອງ​ທ່ານ​ມີ​ຜົນຢ່າງ​ໃຫຍ່​ຕໍ່ ການ​ປ່ຽນ​ແປງ​ຄວາມ​ເຫັນ​ນັ້ນ.

ປະທານາທິບໍດີໂອບາມາ ພົບປະກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່ບ້ານພັກຂອງທ່ານ ໃນນະຄອນຫຼວງລອນດອນ
ປະທານາທິບໍດີໂອບາມາ ພົບປະກັບນາຍົກລັດຖະມົນຕີອັງກິດ ທ່ານ David Cameron ທີ່ບ້ານພັກຂອງທ່ານ ໃນນະຄອນຫຼວງລອນດອນ

ທ່ານ​ໂອ​ບາ​ມາ ​ກ່າວ​ວ່າ ມັນ​ບໍ່​ພຽງ​ແຕ່​ ກ່ຽວ​ກັບ​ສິດທິ​ ຕາມ​ກົດໝາຍ​ເທົ່າ​ນັ້ນ ​ແຕ່​ຍັງແມ່ນ ຄວາມ​ຮູ້ສຶກ​ກ່ຽວ​ກັບ​ການ​ຖືກ​ລະບຸນຳ​ດ້ວຍ. ຖ້າ​ທ່ານ​ເອີ້ນມັນ​ວ່າ​ແມ່ນ​ສິ່ງ​ອື່ນ​ມັນ​ມີ​ຄວາມ​ໝາຍໜ້ອຍ​ລົງ​ໃນ​ສາຍຕາ​ຂອງ​ສັງຄົມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG