ປະທານາທິບໍດີ Barack Obama ແລະສະມາຊິກພັກເດໂມແຄຣັດ ຢູ່ໃນສະພາຈຳນວນ ນຶ່ງ ໄດ້ຖິ້ມໂທດໃສ່ບັນດາສະມາຊິກພັກຣີພັບບລິກັນໃນການຕັດສິນທີ່ມີຄະແນນເທົ່າກັນຢູ່ສານສູງສຸດ ກ່ຽວກັບແຜນການຄົນເຂົ້າເມືອງຂອງປະທານາທິບໍດີ Obama. ພັກຣີພັບບລິກ ກັນທີ່ຄອບງໍາສະພາສູງ ໄດ້ປະຕິເສດຕໍ່ການລົງຄະແນນສຽງ ຮັບເອົາຜູ້ພິພາກສາຄົນໃໝ່ ເຮັດໃຫ້ສານສູງສຸດຂອງປະເທດຂາດສະມາຊິກນຶ່ງຄົນ. ຜູ້ພິພາກສາສານສູງສຸດແປດຄົນ ໄດ້ຕັດສິນໃນຈຳນວນທີ່ເທົ່າກັນກ່ຽວກັບດຳລັດໃຫ້ອະໄພໂທດ ແກ່ພວກຄົນເຂົ້າເມືອງຜິດກົົດ ໝາຍຂອງປະທານາທິບໍດີ Obama. ສະພາບການບໍ່ໄປບໍ່ມາດັ່ງກ່າວນີ້ ຈະເຮັດໃຫ້ ການຕັດສິນຂອງສານຊັ້ນຕົ້ນທີ່ວ່າແຜນການຂອງປະທານາທິບໍດີ Obama ຊຶ່ງສັ່ງໃຫ້ຢຸດເຊົາການເນລະເທດນັ້ນ ບໍ່ຖືກຕ້ອງຕາມກົດໝາຍ. Zlatica Hoke ມີ ລາຍງານກ່ຽວກັບ ເລື້ອງນີ້ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ.
ປະທານາທິບໍດີ Barack Obama ໄດ້ເຕືອນວ່າ ການຕັດສິນຂອງສານສູງສຸດ ຈະມີຜົນທີ່ຕິດຕາມມາທາງດ້ານສັງຄົມ ແລະເສດຖະກິດຕໍ່ສະຫະລັດ.
ປະທານາທິບໍດີ Obama ກ່າວວ່າ “ການຕັດສິນມື້ນີ້ ເປັນທີ່ບໍ່ພໍໃຈແກ່ບັນດາຜູ້ຊອກ ສະແຫວງຫາ ໃຫ້ມີການເຕີບໂຕຕໍ່ເສດຖະກິດຂອງພວກເຮົາ ແລະນຳເອົາຄວາມ ມີເຫດຜົນມາສູ່ລະບົບຄົນເຂົ້າເມືອງຂອງພວກເຮົາແລະອະນຸຍາດໃຫ້ຜູ້ຄົນພາກັນອອກມາຈາກເງົາ ມືດ ແລະຍົກຂີ້ເຝື້ອນີ້ອອກຈາກເຂົາເຈົ້າຕະຫລອດໄປ."
ປະທານາທິບໍດີ Obama ກ່າວວ່າ ລະບົບຄົນເຂົ້າເມືອງສະຫະລັດໄດ້ແຕກຫັກລົງມາໄດ້ກວ່າສອງທົດສະວັດແລ້ວ. ທ່ານໄດ້ຖິ້ມໂທດສະພາບການບໍ່ໄປບໍ່ມາໃນວັນພະຫັດອາທິດແລ້ວນີ້ ໃສ່ພັກຣີພັບບລິກັນ ຜູ້ທີ່ໄດ້ກີດກັ້ນການສະເໜີແຕ່ງຕັ້ງສະມາຊິກສານສູງສຸດຄົນໃໝ່ ເພື່ອແທນມື້ລາງ ຜູ້ພິພາກສາ Antonin Scalia.
ປະທານາທິບໍດີ Obama ກ່າວວ່າ “ສະມາຊິກພັກຣີພັບບລິກັນຢູ່ໃນສະພາ ປັດ ຈຸບັນນີ້ແມ່ນພໍໃຈໃນການຂັດຂວາງບໍ່ໃຫ້ສານສູງສຸດຈາກການມີພະນັກງານພຽງ ພໍ ແລະປະຕິບັດງານດັ່ງທີ່ຜູ້ກໍ່ຕັ້ງປະເທດຂອງພວກເຮົາໄດ້ຕັ້ງໃຈເອົາໄວ້ ແລະສະ ຖານະການມື້ນີ້ ໄດ້ເນັ້ນໃຫ້ເຫັນ ໃນລະດັບທີ່ສານບໍ່ສາມາດປະຕິບັດໄດ້ ໃນວິທີ ທາງທີ່ຄວນຈະເປັນ.”
ແຕ່ປະທານາທິບໍດີຍັງໄດ້ສະແດງເຖິງຄວາມໝັ້ນໃຈວ່າ ການປະຕິຮູບກ່ຽວກັບຄົນເຂົ້າເມືອງໃນທີ່ສຸດກໍຈະເກີດຂຶ້ນ ເພາະວ່າສະພາບໍ່ສາມາດທີ່ຈະເມີນເສີຍຕໍ່ບັນຫານີ້ໄດ້ຕະ ຫລອດໄປ. ຜູ້ນຳສຽງສ່ວນນ້ອຍ ໃນສະພາຕ່ຳສະຫະລັດ ທ່ານນາງ Nancy Polosi ກ່າວຕໍ່ບັນດານັກຂ່າວວ່າ ບັນດາອົງການທຸລະກິດຕ່າງໆຢູ່ທົ່ວປະເທດ ໄດ້ສະແດງອອກໃຫ້ເຫັນເຖິງຄວາມຈຳເປັນໃນການທີ່ຈະຕ້ອງປະຕິຮູບຄົນເຂົ້າເມືອງ.
ທ່ານນາງ Pelosi ກ່າວວ່າ “ແຕ່ລະກຸ່ມທີ່ທ່ານໄດ້ພົບ ບໍ່ທາງໃດກໍທາງນຶ່ງ ເວົ້າເຖິງຄວາມຈຳເປັນ ກ່ຽວກັບການປະຕິຮູບຄົນເຂົ້າເມືອງຮອບດ້ານ. ຜູ້ຄົນຈຸ ດຽວທີ່ເບິ່ງຄືວ່າບໍ່ເຂົ້າໃຈ ແລະອີກເທຶ່ອນຶ່ງ ເປັນທີ່ນິຍົມກັນດີຢ່າງກວ້າງຂວາງຢູ່ ໃນໝູ່ປະ ຊາຊົນນັ້ນ ຜູ້ຄົນທີ່ເບິ່ງຄືວ່າທີ່ບໍ່ເຂົ້າໃຈນັ້ນ ແມ່ນບັນດາສະມາຊິກພັກຣີພັບບລິກັນຢູ່ໃນສະພາຕໍ່າ.”
ສ່ວນສະມາຊິກພັກຣີພັບບລິກັນແລ້ວ ໄດ້ກ່າວອ້າງວ່າ ປະຊາທິປະໄຕເປັນຜູ້ໄດ້ຮັບໄຊຊະ ນະ ໃນມື້ດັ່ງກ່າວ.
ທ່ານ Paul Ryan ປະທານສະພາຕໍ່າ ກ່າວວ່າ “ລັດຖະສະພາ ບໍ່ແມ່ນປະທານາທິບໍດີ ເປັນຜູ້ຂຽນກົດໝາຍໃຫ້ພວກເຮົາ ແລະມື້ນີ້ສານສູງສຸດກໍໄດ້ຢືນຢັນວ່າ ຫລັກການທີ່ເປັນຈຸດໃຈກາງ ມີຄວາມເປັນຈຳເປັນຫລັກພື້ນຖານນັ້ນ ແມ່ນຖືກຕ້ອງ”
ພັກຣີພັບບລິກັນ ມີຄວາມຫວັງ ທີ່ຈະໄດ້ເຂົ້າຄຸມທຳນຽບຂາວຄືນອີກ ໃນການເລືອກຕັ້ງໃນເດືອນພະຈິກຈະມາເຖິງນີ້ ດ້ວຍການສະໜັບສະໜູນຈາກບັນດາຜູ້ ມີສິດປ່ອນບັດທີ່ຕ້ອງ ການຢາກໃຫ້ກົດໝາຍຄົນເຂົ້າເມືອງທີ່ເຄັ່ງຄັດ.
ສະມາຊິກສະພາສູງ ທ່ານ Jeffrey Sessions ຈາກພັກຣີພັບບລິກັນ ກ່າວວ່າ “ທ່ານນາງ Hillary Clinton ແມ່ນອ່ອນກວ່າ ປະທານາທິບໍດີ Obama ອີກ. ທ່ານນາງ Hillary Clinton ໄດ້ກ່າວວ່າ ທ່ານນາງຈະບໍ່ເນລະເທດຜູ້ໃດຜູ້ນຶ່ງ ເລີຍຍົກເວັ້ນແຕ່ເຂົາເຈົ້າກະທຳຜິດຮຸນແຮງ ຫລືກໍ່ການຮ້າຍ.”
ຜູ້ສະໝັກປະທານາທິບໍດີພັກຣີພັບບລິກັນ ທ່ານ Donald Trump ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະເອົາມາດຕະການເຄັ່ງຄັດກັບຄົນເຂົ້າເມືອງຜິດກົດໝາຍ ຖ້າຫາກຖືກເລືອກ. ແຕ່່ຊາວອາເມຣິກັນຫລາຍຄົນພິຈາລະນາວ່າ ການເນລະເທດບໍ່ມີມະນຸດສະທຳ ແລະກົງກັນຂ້າມກັບ ຫຼັກຄຸນຄ່າຂອງປະເທດນີ້ ທີ່ໄດ້ກໍ່ຕັ້ງຂຶ້ນມາ.