ພວກເຈົ້າໜ້າທີ່ປະຈໍາທໍານຽບຂາວໄດ້ແຈກຢາຍສໍາເນົາຂອງ
ໃບລາຍເກີດຕົວຈິງ ທີ່ສະແດງ ໃຫ້ເຫັນວ່າປະທານາທິບໍດີ
ໂອບາມາເກີດຢູ່ໃນສະຫະລັດແທ້.
ປະທານາທິບໍດີໂອບາມາ ໄດ້ໂອ້ລົມກັບພວກນັກຂ່າວເມື່ອ
ວັນພຸດທີ່ຜ່ານມານີ້ ແລະໄດ້ສົມ ທຽບຂໍ້ໂຕແຍ້ງກ່ຽວກັບ
ເລື້ອງນີ້ ໃສ່ການຮ້ອງໂຮຢູ່ບຸນບັ້ນນຶ່ງ ໃນໄລຍະທີ່ທ່ານ
ເອີ້ນວ່າ ຊ່ວງເວລາທີ່ໜັກໜ່ວງຊ່ວງນຶ່ງຂອງປະເທດ.
ປະທານາທິບໍດີໂອບາມາກ່າວວ່າ “ພວກເຮົາຈະບໍ່ສາ
ມາດແກ້ໄຂບັນຫາຕ່າງໆຂອງຊາດເຮົາໄດ້ ຖ້າ
ຫາກພວກເຮົາຖືກລົບກວນດ້ວຍເລຶ່ອງປີກຍ່ອຍ ແລະພວກທີ່ເຫົ່າຫອນນັ້ນ.”
ທ່ານໂອບາມາກ່າວຕື່ມວ່າ ການຮ້ອງໂຮກ່ຽວກັບເລື້ອງນີ້ ໄດ້ລົບກວນແລະຫັນເຫຄວາມ ສົນໃຈໄປຈາກບັນຫາຕ່າງໆ ທີ່ກະທົບຊາວອາເມຣິກັນທັງ ຫລາຍຢູ່ໃນເວລານີ້ ເປັນຕົ້ນວ່າ ອັດຕາການຫວ່າງງານທີ່ຍັງບໍ່ລົດລົງ ແລະລາຄານໍ້າມັນ ແອສຊັງ ທີ່ແພງຂຶ້ນນັ້ນ. ປະທານາທິບໍດີໂອບາມາກ່າວວ່າ:
“ພວກເຮົາບໍ່ມີເວລາສໍາລັບເລື່ອງໄຮ້ສາ
ລະແບບນີ້. ພວກເຮົາມີສິ່ງທີ່ດີກ່ວານີ້
ທີ່ຈະຕ້ອງໄດ້ເຮັດ. ຂ້າພະເຈົ້າເອງກໍມີ
ສິ່ງທີ່ຈະເຮັດ ຈະທໍາທີ່ດີກວ່ານີ້. ພວກ
ເຮົາມີບັນຫາໃຫຍ່ໆທີ່ຈະຕ້ອງໄດ້ແກ້
ໄຂ ແລະຂ້າພະເຈົ້າກໍໝັ້ນໃຈວ່າພວກ
ເຮົາຈະສາມາດແກ້ໄຂໄດ້ ແຕ່ພວກ
ເຮົາກໍຕ້ອງມຸ້ງໝັ້ນຈົດຈໍ່ ໃສ່ໃນບັນຫາ
ເຫລົ່ານັ້ນ ບໍ່ແມ່ນເລຶ່ອງໃບລາຍເກີດ ຂອງຂ້າພະເຈົ້າ.”
ຕາມລັດຖະທໍາມະນູນຂອງສະຫະລັດແລ້ວ
ຜູ້ທີ່ຈະເປັນປະທານາທິບໍດີ ຈະຕ້ອງເປັນພົນ
ລະເມືອງອາເມຣິກັນ ໃນເວລາເກີດ.
ແຕ່ພວກຝ່າຍຄ້ານທາງການເມືອງຂອງທ່ານໂອບາມາບາງຄົນ ທີ່ຖືກເອີ້ນຊື່ນ້ອຍວ່າ
“Birther” ຫລື ພວກທີ່ບໍ່ເຊື່ອວ່າທ່ານໂອບາມາເກີດຢູ່ສະຫະລັດນັ້ນ ໄດ້ຕັ້ງຄໍາຖາມວ່າ
ທ່ານໂອບາມາໄດ້ສະແດງຫລັກຖານ ຢືນຢັນການເກີດໃນສະຫະລັດ ແລະຄຸນນະສົມບັດ ເປັນປະທານາທິບໍດີຂອງທ່ານຢ່າງພຽງພໍຫລືບໍ່? ບາງຄົນກໍກ່າວຫາວ່າທ່ານໂອບາມາ
ເກີດຢູ່ໃນປະເທດເຄນຢາ ຊຶ່ງເປັນປະເທດບ້ານເກີດຂອງພໍ່ຂອງທ່ານໂອບາມາ ໂດຍທີ່
ພວກເຂົາເຈົ້າອ້າງຄວາມສົງໃສຂອງພວກເຂົາເຈົ້າວ່າ ມີພື້ນຖານມາຈາກການທີ່ທ່ານໂອ
ບາມາ ບໍ່ໄດ້ຍື່ນສະແດງໃບລາຍເກີດຕົວຈິງຂອງທ່ານ.
ໃນປີ 2008 ໜ່ວຍໂຄສະນາຫາສຽງຂອງທ່ານໂອບາມາ ໄດ້ນໍາສະເໜີເອກະສານທາງ ການຂອງລັດຮາວາຍສະບັບນຶ່ງທີ່ເອີ້ນວ່າ “ໜັງສືຢັ້ງຢືນການເກີດ” ຊຶ່ງເອກະສານດັ່ງກ່າວ ແມ່ນເຮັດອອກໃນເວລາດົນຕໍ່ມາ ຫລັງຈາກວັນເກີດຂອງທ່ານໂອມາບາ ແລະໃຫ້ຂໍ້ມູນກ່ຽວກັບພໍ່ແມ່ຂອງທ່ານ ວັນເວລາ ແລະບ່ອນເກີດຂອງທ່ານ.
ລັດຖະບານສະຫະລັດໄດ້ຮັບເອົາເອກະສານສະບັບນັ້ນເປັນຫລັກຖານການເກີດ ແລະປະທາ ນາທິບໍດີໂອບາມາໄດ້ກ່າວວ່າ ນັ້ນກໍຄວນຈະເປັນການພຽງພໍທີ່ຈະຍຸຕິເລຶ່ອງນີ້ໄດ້ແລ້ວ. ທ່ານໂອບາມາກ່າວວ່າ
“ໄດ້ມີເຈົ້າໜ້າທີ່ທຸກໆຄົນຢູ່ໃນລັດຮາວາຍ ທີ່ເປັນທັງຝ່າຍ ເດໂມແຄຣທ ແລະຣີພັບລິກັນ ທຸກໆວົງການຂ່າວ ທີ່ໄດ້ສືບສວນສອບສວນ ໃນເລຶ່ອງນີ້ ແລະຢືນຢັນວ່າ ຖືກຕ້ອງແລ້ວ ຄວາມຈິງກໍຄືວ່າ ຂ້າພະເຈົ້າເກີດຢູ່ ຮາວາຍ ເມື່ອວັນທີ່ 4 ເດືອນສິງຫາ ປີ 1961 ທີ່ໂຮງໝໍ Kapiolani.”
ແຕ່ຂໍ້ໂຕ້ແຍ້ງເລຶ່ອງນີ້ກໍຍັງດໍາເນີນສືບຕໍ່ມາ ໂດຍມີຝ່າຍຣີພັບລິກັນ 45 ເປີ ເຊັນຂອງພວກທີ່ຖືກຖາມໃນການຫຍັ່ງສຽງມະຫາຊົນຂອງ CBS/New York Times ເມື່ອໝໍ່ໆມານີ້ ເວົ້າວ່າ ພວກເຂົາເຈົ້າເຊຶ່ອວ່າ ທ່ານໂອບາມາບໍ່ໄດ້ເກີດຢູ່ໃ ສະຫະລັດແທ້.
ດ້ວຍເຫດນີ້ ປະທານາທິບໍດີ ໂອບາມາ ຈຶ່ງໄດ້ຮ້ອງຂໍໄປຍັງລັດຮາວາຍໃຫ້ງົດ ນະໂຍບາຍ ປົກະຕິຂອງຕົນນັ້ນໄວ້ກ່ອນ ແລະອະນຸຍາດໃຫ້ນໍາເອົາສໍາເນົາໃບເກີດຕົວຈິງຂອງທ່ານ ອອກເປີດເຜີຍໃຫ້ສາທາລະນະຊົນຮູ້ເຫັນ.
ທ່ານ Donald Trump
ນັກທຸລະກິດໃຫຍ່ຝ່າຍຊື້ຂາຍ
ບ້ານແລະທີ່ດິນແລະເຈົ້າຂອງ
ລາຍການທີວີ ຊຶ່ງອາດຈະເປັນ
ຜູ້ລົງສະໝັກເລືອກຕັ້ງປະທາ
ນາທິບໍດີສະຫະລັດປີ 2012
ນັ້ນ ໄດ້ຕັ້ງຄໍາຖາມຊໍ້າແລ້ວ
ຊໍ້າອີກກ່ຽວກັບການເກີດ ຂອງປະທານາທິບໍດີໂອບາມາ.
ເມື່ອວັນພຸດທີ່ຜ່ານມານີ້ ທ່ານດໍໂນລ ທຣັມ ໄດ້ອ້າງເອົາຄວາມດີຄວາມຊອບໃນການບີບບັງຄັບໃຫ້ມີການນໍາເອົາມາເປີດເຜີຍ ໃບເກີດຕົວຈິງຂອງປະທານາທິ ບໍດີໂອບາມາ ແລະທ່ານທຣັມ ກໍຫວັງວ່າ ເລຶ່ອງນີ້ຈະຍຸດຕິລົງໄປ.
“ຂ້າພະເຈົ້າກໍຢາກຈະເບິ່ງໃບເກີດນັ້ນຢູ່ ແຕ່ຂ້າພະເຈົ້າກໍຫວັງວ່າມັນເປັນຄວາມ ຈິງ ເພື່ອວ່າພວກເຮົາຈະສາມາດຫັນເຫໄປໃສ່ໃນເລຶ່ອງທີ່ສໍາຄັນຫລາຍກວ່ານີ້ ແລະພວກນັກຂ່າວກໍຈະຢຸດຊັກຖາມຂ້າພະເຈົ້າໃນເລຶ່ອງນີ້. ທ່ານໂອບາມາຄວນ ຈະເຮັດສິ່ງນີ້ມາແຕ່ດົນນານແລ້ວ.”
ພວກເຈົ້າໜ້າທີ່ປະຈໍາທໍານຽບຂາວຫວັງວ່າ ການປະກາດກ່ຽວກັບເລື້ອງນີ້ ແມ່ນຈະອໍານວຍໃຫ້ພວກເຂົາເຈົ້າກ້າວເດີນຕໍ່ໄປຂ້າງໜ້າ ກ່ຽວກັບເລຶ່ອງທີ່ໜັກໜ່ວງຫລາຍກວ່ານີ້.