ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອຊາມາ ບິນລາເດັນ ເສຍຊີວິດແລ້ວ.


ໂອຊາມາ ບິນລາເດັນ ເສຍຊີວິດແລ້ວ.
ໂອຊາມາ ບິນລາເດັນ ເສຍຊີວິດແລ້ວ.








ທ່ານ​ບາຣັກ​ ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ໄດ້​ປະກາດ​ໃຫ້​ຮູ້​ວ່າ ຜູ້​ກໍ່​ການ​ຮ້າຍ​ທີ່ໂລກ​ຕ້ອງການ​ໂຕ​ຫລາຍ​ທີ່​ສຸດ​ ຄື ນາຍ Osama bin Laden ຜູ້​ນໍາ​ເຄື່ອຂ່າຍ al-Qaida ​ໄດ້​ຖືກ​ຂ້າ​ຕາຍ​ແລ້ວ ​ໂດຍ​ກໍາລັງ​ຂອງ​ສະຫະລັດ​ໃນ​ວັນ​ອາທິດ​ວານ​ນີ້​ ໃນ​ລະຫວ່າງ​ການ​ຍິງ​ຕໍ່ສູ້​ກັນ​ໃນ​ບໍ​ລິເວນ​ແຫ່ງນຶ່ງ ເລິກ​ເຂົ້າ​ໄປ​ໃນ​ປາ​ກີ​ສຖານ.

ທ່ານ​ໂອ​ບາ​ມາ​ປະກາດ​ຂ່າວ​ນີ້​ໃຫ້​ຊາບ​ ໃນ​ລະຫວ່າງ​ການ​ກ່າວ​ປາ​ໄສ​ທີ່ຖ່າຍ​ທອດ​ທາງ​ໂທ
ລະພາບ​ໄປ​ຍັງ​ທົ່ວ​ປະ​ເທດ​ຈາກ​ທໍານຽບຂາວ​ໃນ​ຄືນວັນອາທິດ​ວານ​ນີ້.

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ເວລາ​ເກືອບ 10 ປີ ຫລັງ​ຈາກ​ການ​ໂຈມ​ຕີ​ທີ່ສ້າງ​ຄວາມ​ເສຍ​ຫາຍ​ຢ່າງ​ໜັກໂດຍ​ພວກ​ປະຕິບັດ​ການ​ຂອງເຄືອຂ່າຍ al-Qaida ຕໍ່​ສະຫະລັດ​ໃນວັນ​ທີ 11 ​ເດືອນກັນ​ຍາ​ປີ 2001 ນັ້ນ.

ພວກ​ກໍາລັງ​ຂອງ​ສະຫະລັດ​ໄດ້​ທໍາ​ການ​ຊອກ​ຫາ​ຫົວໜ້າ​ກຸ່ມ​ກໍ່​ການ​ຮ້າຍເຊື້ອສາຍ Saudi Arabia ນັບ​ແຕ່​ນັ້ນ​ມາ. ການ​ເຄື່ອນ​ໄຫວໃນ​ວັນ​ອາທິດ​ວານ​ນີ້ ​ແມ່ນ​ມີ​ຂຶ້ນໃນ​ເມືອງ Abbottabad ​ໃນເຂດ Hazara ​ເລາະ​ຊາຍແດນ​ແຂວງ Punjab.

ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ນາຍ bin Laden ບໍ່​ໄດ້​ເປັນ​ຜູ້​ນໍາ​ຂອງ​ຊາວ​ມຸສລິ​ມ ​ແຕ່​ເປັນ​ຄາດ
ຕະກອນ​ສັງຫານ​ໝູ່​ຊາວ​ມຸສລິ​ມ. ປະທານາທິບໍດີ​ໂອ​ບາ​ມາກ່າວ​ວ່າ ​ການ​ພົບ​ເຫັນ​ໂຕ​ນາຍ
bin Laden ມີ​ຂຶ້ນ​ດ້ວຍການ​ຊ່ອຍ​ເຫລືອ​ຂອງ​ອົງການ​ສືບ​ລັບ​ຂອງ​ປາ​ກີ​ສຖານ ​ແລະ​ວ່າ
ທ່ານ​ໄດ້​ອະນຸມັດ​ໃຫ້​ດໍາເນີນ​ການ​ປະຕິບັດ​ງານ​ດັ່ງກ່າວ ຫລັງ​ຈາກ​ໄດ້​ທໍາ​ການຕິດຕາມຮ່ອງ
ຮອຍ​ຂອງຜູ້ກ່ຽວ​ຈາກ​ຂ່າວ​ລັບ​ມາ​ເປັນ​ເວລາ​ຫລາຍ​ເດືອນ​.

ທ່ານ​ໂອ​ບາ​ມາ ​ເອີ້ນ​ການ​ປະຕິບັດ​ງານ​ດັ່ງກ່າວ​ວ່າ​ເປັນຄວາມ​ສໍາ​ເລັດທ່ີ​ສໍາຄັນ​ທີ່​ສຸດ​ໃນ​ພາ
ລະກິດ​ຜາບ​ແພ້ເຄືອ​ຂ່າຍ al-Qaida ນັ້ນ ​ແລະ​ກ່າວ​ຕໍ່​ໄປວ່າ ການ​ຕາຍ​ຂອງ​ນາຍ​ບິນ​ລາ​
ເດັນ ຄວນ​ຈະ​ໄດ້​ຮັບ​ການ​ຄຳນັບ​ຮັບ​ຕ້ອນ​ຈາກ​ທຸກຜູ້​ທຸກ​ຄົນທີ່​ເຊື່ອ​ຖື​ໃນ​ສັນຕິພາບ​ແລະກຽດ
ສັກ​ສີ​ຂອງ​ມະນຸດ​. ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ໄດ້ມີ​ການ​ບັນລຸ​ຄວາມ​ຍຸຕິທໍາ​ແລ້ວ.

XS
SM
MD
LG