25 ນາທີກ່ອນເວລາທ່ຽງຄືນວັນອາທິດວານນີ້ ປະທານາ
ທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ອອກມາປາກົດ
ໂຕທາງໂທລະພາບ ເພື່ອປະກາດຂ່າວທີ່ປະຊາຊົນອາເມຣິ
ກັນໄດ້ລໍຖ້າຟັງກັນ ມາເປັນເວລາເກືອບ 10 ແລ້ວນັ້ນ.
// ສຽງ //
ທ່ານໂອບາມາກ່າວວ່າ “ຂ້າພະເຈົ້າສາມາດລາຍງານໃຫ້ປະຊາຊົນອາເມຣິກັນແລະໂລກຮູ້ໄດ້ ໃນຄືນນີ້ ວ່າ ສະຫະລັດໄດ້ທໍາການປະຕິບັດງານບັ້ນນຶ່ງ ທີ່ໄດ້ສັງ ຫານນາຍ ໂອຊາມາ ບິນ ລາເດິນ ຜູ້ນໍາຂອງກຸ່ມ al-Qaida ແລະນັກກໍ່ການຮ້າຍທີ່ເປັນຜູ້ຮັບຜິດຊອບ ຕໍ່ການສັງຫານຜູ້ ຊາຍ ແມ່ຍິງ ແລະເດັກເລັກເດັກ ນ້ອຍ ຫລາຍພັນຄົນນັ້ນ.”
ນາຍໂອຊາມາ ບິນ ລາເດິນ ໄດ້ເປັນບຸກຄົນທີ່ກົດໝາຍຕ້ອງການໂຕ ຫລາຍທີ່ສຸດໃນໂລກ ມາຕັ້ງແຕ່ມື້ທີ່ປະຊາຊົນຫລາຍກ່ວາ 3 ພັນຄົນ ໄດ້ຖືກຂ້າຕາຍ ໃນການໂຈມຕີຂອງພວກ al-Qaida ຕໍ່ສະຫະລັດໃນວັນທີ 11 ເດືອນກັນຍາ 2001 ນັ້ນ.
ທ່ານໂອບາມາກ່າວວ່າ ທ່ານໄດ້ຮັບລາຍງານເມື່ອເດືອນສິງຫາປີກາຍນີ້ ກ່ຽວກັບຮ່ອງຮອຍ ທີ່ອາດສາມາດນໍາໄປສູ່ບ່ອນຢູ່ຂອງນາຍບິນລາເດິນ ນັ້ນ ຊຶ່ງທ່ານກ່າວວ່າ ຜູ້ກ່ຽວໄດ້ລີ້ຊ່ອນໂຕຢູ່ໃນຄະລືຫາດຫລັງນຶ່ງໃນເມືອງ Abbottabad ໃຫ້ໆກັບນະຄອນຫລວງອິສລາມາບັດຂອງປາກິສຖານ.
ທ່ານໂອບາມາກ່າວຕໍ່ໄປວ່າ ໃນອາທິດແລ້ວນີ້ ທ່ານໄດ້ອະນຸມັດໃຫ້ມີການດໍາເນີນງານເພື່ອຈັບນາຍບິນລາເດິນ ແລະນໍາເອົາຜູ້ກ່ຽວມາຮັບຄວາມຍຸດຕິທໍາ ກໍຄືໂທດກໍາທີ່ເຂົາສົມຄວນໄດ້ ຮັບນັ້ນ. ແລະໃນວັນອາທິດວານນີ້ ທະຫານ ອາເມຣິກັນຈຸນ້ອຍໆຈຸນຶ່ງກໍໄດ້ທໍາການບຸກເຂົ້າ ໂຈມຕີຄະລືຫາດລາຄາແພງຫລັງນັ້ນ.
// ສຽງ //
ທ່ານໂອບາມາກ່າວວ່າ: “ຫລັງຈາກການຍິງຕໍ່ສູ້ກັນ ພວກເຂົາເຈົ້າກໍໄດ້ສັງຫານນາຍໂອຊາມາ ບິນລາເດິນ ແລະເອົາສົບຂອງຜູ້ກ່ຽວມາ.”
ທ່ານປະທານາທິບໍດີຍອມຮັບວ່າ ພວກອາລຄາອີດາຈະຍັງຄົງສືບຕໍ່ຫາ ວິທີທາງໂຈມຕີຕໍ່ສະຫະລັດ ແລະທ່ານໄດ້ກ່າວເຕືອນໃຫ້ປະຊາຊົນອາເມຣິກັນສືບຕໍ່ມີສະຕິລະວັງໂຕ.
// ສຽງ //
ທ່ານໂອຍາມາເວົ້າວ່າ: “ຂ້າພະເຈົ້າໄດ້ກ່າວໃຫ້ເປັນທີ່ແຈ້ງຂາວແລ້ວ ດັ່ງດຽວກັນກັບທີ່ທ່ານປະທານາທິບໍດີ George W. Bush ໄດ້ກ່າວ ບໍ່ດົນຫລັງຈາກເຫດການ 9-11 ຫລືການໂຈມຕີເມື່ອວັນທີ 11 ກັນຍາ 2001 ນັ້ນວ່າ ສົງຄາມຂອງພວກເຮົາບໍ່ແມ່ນຕໍ່ຕ້ານສາສະໜາອິສລາມ ເພາະວ່ານາຍບິນລາເດິນບໍ່ແມ່ນຜູ້ນໍາຂອງຊາວມຸສລິມ ແຕ່ເຂົາເປັນຄາດຕະກອນສັງຫານໝູ່ຊາວມຸສລິມ ແລະຄວາມຈິງກໍແມ່ນວ່າພວກ ອາລຄາອີດາໄດ້ເຂ່ນຂ້າຊາວມຸສລິມ ຫລາຍສິບຄົນ ຢູ່ໃນຫລາຍໆປະເທດ ໂຮມທັງປະເທດຂອງພວກເຮົານໍາ.”
ທ່ານໂອບາມາກ່າວຕໍ່ໄປວ່າ ການຮ່ວມມືກັບປາກິສຖານໃນດ້ານຕໍ່ຕ້ານການກໍ່ການຮ້າຍ ໄດ້ຊ່ວຍນໍາພາກໍາລັງຂອງສະຫະລັດ ໄປຍັງນາຍບິນລາເດິນ ແລະທ່ານໄດ້ໂທລະສັບໄປຫາປະທານາທິບໍດີປາກິສຖານ ທ່ານ Asif Ali Zardari ເພື່ອແຈ້ງໃຫ້ທ່ານ Zardari ຊາບກ່ຽວກັບການຕາຍຂອງນາຍບິນລາເດິນ. ທ່ານໂອບາມາກ່າວວ່າ ບັນດາເຈົ້າໜ້າທີ່ປາກິສ ຖານໄດ້ເຫັນພ້ອມນໍາທ່ານ ທີ່ວ່າມື້ນີ້ແມ່ນມື້ທີ່ດີແລະມື້ປະວັດສາດ ສໍາລັບທັງສອງປະເທດ.
ນອກນັ້ນ ທ່ານໂອບາມາຍັງໄດ້ໂທລະສັບໄປຫາທ່ານ George W. Bush ທີ່ເປັນປະທາ ນາທິບໍດີໃນເວລາທີ່ພວກອາລຄາອີດາທໍາການໂຈມຕີຕໍ່ສະຫະລັດເມື່ອວັນທີ 11 ກັນຍາ 2001 ນັ້ນ ແລະເປັນຜູ້ລິເລີ້ມສົງຄາມຕໍ່ຕ້ານພວກກໍ່ການຮ້າຍຂອງສະຫະລັດ. ໃນຄໍາຖະແຫລງສະບັບນຶ່ງ ທ່ານ Bush ເອີ້ນການສັງຫານນາຍບິນລາເດິນວ່າ ເປັນຄວາມສໍາເລັດອັນຍິ່ງໃຫຍ່ມະຫາສານ ແລະເປັນໄຊຊະນະສໍາລັບອາເມຣິກາ. ທ່ານ Bush ເຄີຍໄດ້ກ່າວໄວ້ແລ້ວວ່າ ບໍ່ວ່າມັນຈະໃຊ້ເວລາດົນປານໃດກໍຕາມ ພວກເຮົາກໍຈະເຮັດໃຫ້ຄວາມຍຸດຕິທໍາມີຂຶ້ນ ໃຫ້ໄດ້ກ່ຽວກັບເລື້ອງນີ້.
ນາຍໂອຊາມາ ບິນ ລາເດິນ ເກີດເມື່ອວັນທີ 10 ເດືອນມີນາ 1957 ໃນຄອບຄົວທີ່ຮັ່ງມີໃນປະເທດ Saudi Arabia.
ເວລາສະຫະພາບໂຊຫວຽດເຂົ້າບຸກລຸກອັຟການິສຖານໃນປີ 1979 ນັ້ນ ນາຍບິນ ລາເດິນ ໄດ້ເຂົ້າຮ່ວມຕໍ່ສູ້ກັຍພວກນັກລົບມູຈາເຮດີນ ຂອງຊາວມຸສລິມອັຟການິສຖານ ຕ້ານກໍາລັງຄອບຄອງຂອງສະຫະພາບໂຊຫວຽດ. ຫລາຍປີຕໍ່ມາ ຜູ້ກ່ຽວໄດ້ໃຊ້ເງິນຄໍາຂອງຕົນ ກໍ່ຕັ້ງກໍາລັງກອງຫລອນຂອງຕົນເອງຂຶ້ນມາ ຊຶ່ງໃນເວລາຕໍ່ມາ ເອີ້ນວ່າ ອາລຄາອີດາ ຊຶ່ງເປັນພາສາອາຣັບ ແປວ່າ ຖານ ຫລື ທີ່ໝັ້ນ.
ໃນປີ 1996 ນານບິນລາເດິນໄດ້ປະກາດສົງຄາມສັກສິດຕໍ່ຕ້ານສະຫະລັດ ທີ່ເຂົາກ່າວຫາວ່າ ປຸ້ນສະດົມເອົາຊັບພະຍາກອນທໍາມະຊາດຂອງພວກປະເທດສຸມລິມ ແລະໃຫ້ການຊ່ວຍເຫລືອແກ່ພວກສັດຕູຂອງສາສະໜາອິສລາມ.
ກ່າວກັນວ່າ ໃນລະຫວ່າງທີ່ລີ້ຊ່ອນໂຕຢູ່ໃນປະເທດ Sudan ນັ້ນ ນາຍບິນ ລາເດິນໄດ້ວາງແຜນທໍາການໂຈມຕີຕໍ່ທະຫານສະຫະລັດໃນ Somalia ແລະ Saudi Arabia. ນອກນັ້ນ ຜູ້ກ່ຽວຍັງໄດ້ວາງແຜນແລະຈັດແຈງການໂຈມຕີຕໍ່ສະຖານທູດຂອງສະຫະລັດໃນປີ 1998 ທີ່ປະເທດ Kenya ແລະ Tanzania ນັ້ນນໍາ.
ພາຍໃນບໍ່ເທົ່າໃດອາທິດຫລັງຈາກວັນທີ 11 ເດືອນກັນຍາ 2001 ນັ້ນ ສະຫະລັດກໍໄດ້ນໍາ ພາກອງກໍາລັງຂອງກຸ່ມປະສົມນາໆຊາດ ທໍາການໂຄ່ນລົ້ມລັດຖະບານຕາລີບານໃນອັຟການິສຖານ ທີ່ບໍ່ຍອມມອບໂຕນາຍບິນ ລາເດິນ ໃຫ້ສະຫະລັດ.
ເປັນເວລາເກືອບ 10 ປີທີ່ພວກທະຫານແລະເຈົ້າໜ້າທີ່ສືບລັບຂອງສະຫະລັດໄດ້ຕາມລ່າແລະທໍາການຊອກຄົ້ນ ຢູ່ໃນເຂດພູຜາປ່າດົງເລາະຕາມຊາຍແດນປາກິສຖານຕິດກັບອັຟການິສຖານນັ້ນ ເພື່ອພະຍາ ຍາມຊອກຫາໂຕນາຍບິນ ລາເດິນນັ້ນ.
ກ່ອນໜ້າເວລາທ່ານໂອບາມາອອກມາປະກາດຂ່າວການຕາຍຂອງນາຍ ໂອຊາມາ ບິນລາເດິນນັ້ນ ຝຸງຊົນທີ່ມີຄວາມດີອົກດີໃຈ ໄດ້ໄປໂຊມຊຸມນຸມກັນຫລາຍຂຶ້ນເລື້ອຍໆ ຢູ່ຕໍ່ໜ້າທໍານຽບ ຂາວ ແລະພາກັນຮ້ອງໂຮ ເຊຍແລະຮ້ອງລໍາທໍາເພງ ສະແດງຄວາມດີໃຈຢ່າງໃຫຍ່ຫລວງຂອງພວກເຂົາເຈົ້າ.
// ສຽງຮ້ອງໂຮ USA USA...//
ທາງຝ່າຍກະຊວງການຕ່າງປະເທດສະຫະລັດນັ້ນ ກໍໄດ້ມີຄໍາສັ່ງໄປຍັງສະຖານທູດຂອງຕົນໃນທົ່ວໂລກ ໃຫ້ເອົາທ່າທີລະວັງໂຕສູງ ແລະເຕືອນຊາວອາເມຣິກັນ ໃຫ້ລະມັດລະວັງຕໍ່ການແກ້ແຄ້ນຄືນຂອງພວກອາລຄາອີດາ.