ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ສະຫະລັດ ຮຽກຮ້ອງ ໃຫ້ມີສັນຕິພາບຢູ່ ທີ່ງານ ລະນຶກເຖິງ ທ່ານ Rabin

ປະທານາທິບໍດີ ບາຣັກ ໂອບາມາ ຢູ່ໜ້າຈໍວິດີໂອ ກ່າວຄຳປາໄສເຕົ້າໂຮມກັນ ໃນລະຫວ່າງການຊຸມນຸມທີ່ນະຄອນຫຼວງ Tel Aviv, ປະເທດ ອິສຣາແອລ, ສະເຫຼີມສະຫຼອງວັນຄົບຮອບ 20 ປີຕັ້ງແຕ່ການລອບສັງຫານອະດີດນາຍົກລັດຖະມົນຕີ ອິສຣາແອລ ທ່ານ Yitzhak Rabin, 31 ຕຸລາ, 2015.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮຽກຮ້ອງ ໃຫ້ມີສັນຕິພາບລະຫວ່າງ ຊາວ ອິສຣາແອລ ກັບ ປາເລສໄຕນ໌ ໃນທີ່ຊຸມນຸມເພື່ອລະນຶກເຖິງຜູ້ຊາຍຄົນໜຶ່ງທີ່ໄດ້ເສຍ ຊີວິດໄປເພື່ອ ສັນຕິພາບ ຄື ນາຍົກລັດຖະມົນຕີ Yitzhak Rabin​ ນັ້ນ.

ທ່ານ ໂອບາມາ ໄດ້ກ່າວທາງ ວິດີໂອ ຕໍ່ປະຊາຊົນ ອິສຣາແອລ ຫຼາຍສິບພັນຄົນທີ່ໄດ້ສະ ເຫຼີມສະຫຼອງຊີວິດຂອງທ່ານ Rabin ໃນວັນເສົາວານນີ້ທີ່ນະຄອນຫຼວງ Tel Aviv ເກືອບ 20 ປີ ຫຼັງຈາກການລອບສັງຫານທ່ານໃນທີ່ຊຸມນຸມສັນຕິພາບໂດຍພວກຫົວຮຸນແຮງຊາວ ຢິວ ທີ່ຕໍ່ຕ້ານສັນຕິພາບກັບຊາວ ປາເລສໄຕນ໌.

ທ່ານ ໂອບາມາ ກ່າວວ່າ “ໃນມື້ວັນແຫ່ງຄວາມຫຍຸ້ງຍາກ ສຳລັບຊາວອິສຣາແອລ, ສຳລັບ ຊາວ ປາເລສໄຕນ໌ ແລະ ສຳລັບພາກພື້ນນີ້, ຊີວິດຂອງທ່ານ Yitzhak, ຄວາມ ຝັນຂອງ ທ່ານ, ແມ່ນຍັງເປັນແຮງບັນດານໃຈຕໍ່ມາກັບພວກເຮົາຢູ່. ສິ່ງທີ່ທ່ານໄດ້ກ່າວ ຕໍ່ຝູງຊົນ ໃນ ຄ່ຳຄືນນັ້ນແມ່ນຍັງເປັນຈິງສຳລັບພວກທ່ານໝົດທຸກຄົນ. ໃນການມາຢູ່ ທີ່ນີ້ ໃນມື້ນີ້, ພວກ ທ່ານທຸກຄົນໄດ້ສະແດງໃຫ້ເຫັນວ່າ ຄົນເຮົາປາຖະໜາທີ່ຈະມີສັນຕິ ພາບ ແລະ ຕໍ່ຕ້ານກັບ ຄວາມຮຸນແຮງ.”

ອະດີດປະທານາທິບໍດີ ສະຫະລັດ ທ່ານ ບິວ ຄລິນຕັນ ກ່າວໃນລະຫວ່າງ ການຊຸມນຸມທີ່ນະຄອນຫຼວງ Tel Aviv, ໃນການສະເຫຼີມສະຫຼອງວັນຄົບ ຮອບ 20 ປີຕັ້ງແຕ່ການລອບສັງຫານນາຍົກລັດຖະມົນຕີ ອິສຣາແອລ ທ່ານ Yitzhak Rabin, 31 ຕຸລາ 2015.

ອະດີດປາທານາທິບໍດີ ສະຫະລັດ ທ່ານ Bill Clinton, ຜູ້ທີ່ໄດ້ເຮັດ ວຽກໂດຍກົງກັບທ່ານ Rabin, ໄດ້ກ່າວໃນນະຄອນຫຼວງ Tel Aviv ດ້ວຍຕົນເອງໃນວັນເສົາວານນີ້.

ທ່ານ Clinton ໄດ້ກ່າວວ່າ “ບາດກ້າວຕໍ່ໄປຈະເປັນການກຳນົດ ໂດຍພວກທ່ານທີ່ຈະ ຕັດສິນວ່າທ່ານ Yitzhak Robin ເວົ້າຖືກ ຫຼືບໍ່, ວ່າພວກທ່ານຕ້ອງມີອະນາຄົດຢູ່ຮ່ວມ ກັນກັບເພື່ອນບ້ານ ຂອງພວກທ່ານ, ວ່າພວກທ່ານຕ້ອງໃຫ້ໂອກາດແກ່ລູກຫຼານຂອງ ພວກເຂົາເຈົ້າ.. ວ່າຄວາມ ສ່ຽງສຳລັບສັນຕິພາບແມ່ນບໍ່ຮ້າຍ ແຮງເທົ່າກັບຄວາມສ່ຽງ ຕໍ່ການຍ່າງໜີໄປຈາກມັນ.”

ສຳລັບສະຖານທີ່ອື່ນໆໃນ ອິສຣາແອລ, ພວກຜູ້ປະທ້ວງຊາວ ປາເລສໄຕນ໌ ໄດ້ຕໍ່ສູ້ກັບ ຕຳຫຼວດ ອິສຣາແອລ ໃນຂະນະທີ່ຫຼາຍ ພັນຄົນທີ່ເຂົ້າຮ່ວມໃນງານຊາປະນາກິດສົບທີ່ ເມືອງ Hebron ສຳລັບໄວລຸ້ນ 5 ຄົນທີ່ໄດ້ຖືກ ຂ້າຕາຍໂດຍທະຫານ ອິສຣາແອລ ໃນຂະ ນະທີ່ພວກເຂົາໄດ້ແທງ ຫຼື ພະຍາຍາມທີ່ຈະແທງ ຊາວ ຢິວ.

ອິສຣາແອລ ໄດ້ຍຶດເອົາສົບທັງ 5 ຄົນໄວ້ຈາກຄອບຄົວຂອງພວກເຂົາຈົນຮອດວັນສຸກທີ່ຜ່ານ ມາ, ໂດຍກ່າວວ່າ ຕົນຈະບໍ່ສົ່ງຄືນສົບຂອງ “ພວກກໍ່ການຮ້າຍ” ຕະຫຼອດໄປເພື່ອ ປ້ອງກັນບໍ່ ໃຫ້ຈັດງານຊາປະນາກິດສົບ ຈາກການຍຸແຍ່ໃຫ້ເກີດຄວາມຮຸນແຮງ.

Israel Palestinians
please wait
Embed

No media source currently available

0:00 0:01:37 0:00

XS
SM
MD
LG