ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ່ານໂອບາມາ ກ່າວຄໍາປາໄສ ທີ່ປະຕູ Brandenburg ຂອງເຢຍລະມັນ (ສະໄລດ໌/ວີດິໂອ)


ທ່ານ Barack Obama ​ກ່າວຄໍາປາໄສ
ໃນວັນພຸດມື້ນີ້ ທີ່ປະຕູ Brandenburg ຊຶ່ງມີລັກສະນະປະຫວັດສາດ ໃນນະຄອນເບີລິນ.
ທ່ານ Barack Obama ​ກ່າວຄໍາປາໄສ ໃນວັນພຸດມື້ນີ້ ທີ່ປະຕູ Brandenburg ຊຶ່ງມີລັກສະນະປະຫວັດສາດ ໃນນະຄອນເບີລິນ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້ກຳ
ນົດວິ​ໄສທັດຂອງທ່ານ ​ໃນການກ້າວໄປສູ່ການ​ເປັນໂລກທີ່
ປອດຈາກອາວຸດນີວເຄລຍ ໃນລະຫວ່າງ​ການກ່າວຄໍາປາໄສ
ໃນວັນພຸດມື້ນີ້ ທີ່ປະຕູ Brandenburg ຊຶ່ງມີລັກສະນະປະ
ຫວັດສາດ ໃນນະຄອນເບີລິນ.

ບໍ່ເທົ່າໃດຊົ່ວໂມງກ່ອນໜ້າ ການກ່າວຄໍາປາໄສທີ່ມີການວາງ
ແຜນໄວ້ນັ້ນ ທ່ານໂອບາມາ ໄດ້ພົບປະກັບນາຍົກລັດຖະມົນຕີ
ເຢຍຣະມັນ ທ່ານນາງ Angela Markel ເພື່ອສົນທະນາຫາລື
ທີ່ຄາດກັນວ່າ ຈະກວມເອົາ​ເລື່ອງຊີເຣຍ, ອັຟການິສຖານ ແລະ
ການເຝົ້າຕິດຕາມການ​ໃຊ້ໂທລະສັບ ແລະອິນເຕີແນັດຂອງ
ປະຊາຊົນ ​ໃນສະຫະລັດ.

ເຈົ້າໜ້າທີ່ຂັ້ນສູງທ່ານນຶ່ງຂອງ​ລັດຖະບານ​ສະຫະລັດເວົ້າວ່າ ທ່ານໂອບາມາຈະໃຊ້ຄໍາປາ ໄສຂອງທ່ານ ເພື່ອສະເໜີໃຫ້ສະຫະລັດ ແລະຣັດເຊຍ ຫລຸດຈໍານວນຫົວລະ​ເບີດ​ຍຸດທະ ສາດນີວເຄລຍຂອງທັງສອງປະເທດລົງ ເຖິງ 1 ສ່ວນ 3 ຕໍ່າກວ່າລະດັບທີ່ໄດ້ຕົກລົງກັນ ໄວ້ຢູ່ໃນສົນທິສັນຍາ ປີ 2009.

ສົນທິສັນຍາດັ່ງກ່າວ ທີ່ຊື່ວ່າ ຂໍ້​ຕົກລົງຫລຸດ​ກຳລັງ​ອາວຸດ​ຍຸດ​ທະ​ສາດ​ຫຼື START ສະບັບ
ໃໝ່ ຮຽກຮ້ອງໃຫ້ປະເທດທັງ​ສອງ ຫລຸດຄັງຫົວ​ລະ​ເບີດ​ນິວ​ເຄລຍຍຸດ​ທະ​ສາດ ທີ່​ປະຈຳ ການ​ຢູ່​ ລົງ​ເປັນ 1,550 ຫົວ ພາຍໃນປີ 2018.



ທໍານຽບຂາວເວົ້າວ່າ ທ່ານໂອບາມາ ຈະໃຫ້ຄໍາໝັ້ນສັນຍາໃນວັນພຸດມື້ນີ້ວ່າຈະສືບຕໍ່
ດໍາເນີນຄວາມພະຍາຍາມ ​ເພື່ອ​ຍຸຕິ​ການ​ແຜ່ຜາຍ​ ຂອງ​ປະ​ເທດ​ທີ່​ມີ​ອາວຸດ​ນິວເຄລຍ
ດ້ວຍການ​ກົດ​ດັນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນຕໍ່​ອີຣ່ານ ​ແລະ​ເກົາຫຼີ​ເໜືອ.

ນອກ​ນັ້ນ ປະທານາທິບໍດີ​ໂອ​ບາ​ມາຍັງ​ຈະ​ໃຊ້​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ ກ່າວ​ຢໍ້າ​ເຖິງ​ການ​ຮຽກຮ້ອງ ​ເພື່ອ​ໃຫ້​ບັນລຸ​ສົນທິສັນຍາ​ສະບັບ​ໃໝ່ ຊຶ່ງຈະ​ຍຸຕິ​ການ​ຜະລິດ​ວັດ​ຖຸທີ່​ໃຊ້​ໃນ ການ​ສ້າງ​ອາວຸດ​ນິວ​ເຄລຍ ​ແລະ​ຊຸກຍູ້​ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອໃຫ້ສະພາສູງ
ສະຫະລັດໃຫ້ສັດຕະຍາບັນຕໍ່ສົນທິສັນຍາຫ້າມທົດລອງອາວຸດນີວເຄລຍຢ່າງຮອບດ້ານ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

XS
SM
MD
LG