ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ເວົ້າວ່າ ເປັນຜູ້ຊາຍ ຕ້ອງມີ ຄວາມກ້າຫານ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ “ທ່ານ
ພະຍາຍາມ ໃນທຸກໆມື້ ເພື່ອໃຫ້ເປັນສາມີ ແລະພໍ່ທີ່ດີ ທີ່ຄອບຄົວ
ຂອງຂ້າພະເຈົ້າບໍ່ມີ ເວລາຂ້າພະເຈົ້າຍັງໜຸ່ມນ້ອຍນັ້ນ”.

ທ່ານໂອບາມາໄດ້ໃຫ້ຄວາມເຫັນດັ່ງກ່າວໃນວັນເສົາມື້ນີ້ ຢູ່ໃນຄຳ
ປາໄສປະຈຳສັບປະດາຂອງທ່ານ ກ່ຽວກັບຜົນສະທ້ອນ ທີ່ຜູ້ເປັນ
ພໍ່ ສາມາດມີຕໍ່ຊີວິດຂອງພວກລູກໆ ໃນຂະນະທີ່ສະຫະລັດ ພວມ ກະກຽມສະຫຼອງວັນພໍ່ ໃນວັນອາທິດ ມື້ອື່ນນີ້.

ປະທານາທິບໍດີ ບໍ່ໄດ້ເຕີບໃຫຍ່ໂດຍມີພໍ່ຢູ່ຄຽງຂ້າງ ເວົ້າວ່າ ທ່ານຮູ້ດີກ່ຽວກັບນ້ຳໜັກ ຫຼືອິດທິ ພົນ ໃນການຂາດຜູ້ເປັນພໍ່ຂອງທ່ານ.

ທ່ານຮຽກຮ້ອງ ໃຫ້ບັນດາຜູ້ເປັນພໍ່ທັງຫລາຍ ມີການພົວພັນຫລາຍຂຶ້ນ ກັບຊີວິດການເປັນຢູ່ ຂອງພວກລູກໆ ແລະຮັບໜ້າທີ່ ເປັນຜູ້ໃຫ້ຄຳແນະນຳປຶກສາ ສຳລັບພວກເດັກນ້ອຍ ທີ່ບໍ່ມີຜູ້ ເປັນພໍ່ຢູ່ຄຽງຂ້າງ.

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນສະມາຊິກສະພາສູງ Tom Coburn ຈາກລັດ Okla-
homa ກ່າວວ່າ ປະທານາທິບໍດີ ຕ້ອງໄດ້ສະເໜີແຕ່ງຕັ້ງ ບຸກຄົນທີ່ມີຄວາມສາມາດ ແລະປະ ສົບພະການເຂົ້າເປັນລັດຖະມົນຕີ ເພື່ອຈະໄດ້ສະສາງລ້າງສ່ວຍກະຊວງກິດຈະການນັກລົບ ເກົ່າ.
XS
SM
MD
LG