ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ ບາຣັກ ໂອບາມາ ສາບານໂຕ ເຂົ້າຮັບຕໍາແໜ່ງ ຄັ້ງທີ່ສອງ (ສະໄລດ໌/ວີດິໂອ)


Obama Sworn In for Second Term as President
please wait

No media source currently available

0:00 0:03:17 0:00
ລິງໂດຍກົງ

ເບິ່ງວີດິໂອກ່ຽວກັບ ພິທີສາບານໂຕ ເຂົ້າຮັບຕໍາແໜ່ງ ຢ່າງເປັນທາງການ ຂອງປະທານາທິບໍດີ ໂອບາມາ ທີ່ທໍານຽບຂາວ ໃນວັນອາທິດວານນີ້ ທີ 20 ມັງກອນ 2013.

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ສາບານ​
ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງອີກ​ຄັ້ງ​ນຶ່ງ ໃນ​ວັນ​ຈັນ​ມື້​ນີ້ ຢູ່ໃນພິທີສາທາ
ລະນະ ຢູ່ພາກຕາເວັນຕົກຕໍ່ໜ້າ​ຕຶກ​ລັດຖະສະພາ ບ່ອນ​ທີ່​ທ່ານ​
ຈະກ່າວ​ຄໍາ​ປາ​ໄສກ່ອນ​ທີ່​ຈະໄປ​ຮ່ວມ​ຍ່າງ ​ໃນການ​ເດີນ​ສວນ
ສະໜາມ ​ເພື່ອ​ເປັນ​ຂີດ​ໝາຍ​ການ​ເລີ້ມ​ຕົ້ນ​ການ​ຄອງ​ຕໍາ​ແໜ່​ງ
ສະ​ໄໝທີ​ສອງຂອງທ່ານ.

ຄາດ​ວ່າ ຈະ​ມີຝຸງ​ຊົນປະມານ 800,000 ​ຄົນ​ ​ມາ​ເຕົ້າ​ໂຮມ​ກັນ​ຢ່າງ​ໜາ​ແໜ້ນ​ ຢູ່​ບໍລິ​ເວນ ສະໜາມ​ຫລວງ​ແຫ່ງ​ຊາດ ​ເພື່ອ​ເປັນສັກຂີ​ພິຍານ ​ໃນເຫດການ​ດັ່ງກ່າວ.

ຈໍານວນຄົນດັ່ງກ່າວນີ້​ ​ແມ່ນຍັງ​ໜ້ອຍ​ກວ່າ ​ໃນພິທີຮັບ​ຕໍາ​ແໜ່​ງຂອງ​ທ່ານ ຄັ້ງ​ທໍາ​ອິດ ຊຶ່ງ​ເວລານັ້ນ ມີ​ເກືອບ​ຮອດ 2 ລ້ານຄົນ
ທີ່​ພາກັນ​ມາ​ເບິ່ງພິທີສາບານ​ໂຕ ຂອງ​ປະທານາທິບໍດີ ຜິວ​ດໍາ​
ຜູ້​ທໍາ​ອິດຂອງ​ປະ​ເທດ.

ທ່ານ Obama ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງຢ່າງ​ເປັນ​ທາງ​ການ​ແລ້ວ ​ໃນ​ວັນ​ອາທິດ​ວານ​ນີ້ ເພາະວ່າ ລັດ​ຖະທໍາ​ມະນູນຂອງສະຫະລັດ ບົ່ງວ່າ ປະທານາທິບໍດີ ຕ້ອງ​ສາບານ​ໂຕ​ໃນ​ວັນ​ທີ 20 ​ເດືອນ​ມັງ​ກອນ. ຫົວໜ້າ​ສານ​ສູງ​ສຸດ ທ່ານ John Roberts ​ເປັນ​ຜູ້​ທໍາ​ພິທີສາ ບານ​ໂຕ ດັ່ງ​ທີ່​ທ່ານໄດ້ເຮັດ​ໃຫ້ ທ່ານ​ໂອ​ບາ​ມາ ​ໃນ​ປີ 2009.

ທ່ານ Obama ຈະ​ສາບານ​ໂຕ​ອີກໃນ​ວັນ​ຈັນ​ມື້​ນີ້ ​ໂດຍ​ການ​ໃຊ້​ປື້​ມຄໍາ​ພີ​ Bible ທີ່​ມີຄວາມ​ສໍາຄັນ​ທາງປະຫວັດ​ສາດ​ສອງ​ຫົວ ຫົວ​ນຶ່ງມາ​ຈາກ ສັດຕະ​ວັດ​ທີ 19 ທີ່ເປັນ​ຂອງປະທາ
ນາທິບໍດີ Abraham Lincoln ​ ​ແລະ​ອີກ​ຫົວ​ນຶ່ງເປັນ​ຂອງຜູ້​ນໍາ​ດ້ານ​ສິດທິ​ພົນລະ​ເມືອງ ທ່ານ Matin Luther King Jr ຜູ້​ທີ່​ຖືກ​ສັງຫານ​ໃນ​ປີ 1968.

ພິທີເຂົ້າ​ຮັບ​ຕໍາ​ແໜ່​ງ​ປະທານາທິບໍດີໃນ​ວັນ​ຈັນ​ມື້​ນີ້ ແມ່ນ​ກົງກັນ​ກັບ​ວັນພັກ​ລາດ​ຊະ​ການ
ທີ່​ເປັນ​ຂີດໝາ​ຍ​ ວັນ​ເກີດ​ຂອງ​ຂອງ​ທ່ານ King.



ຫລັງ​ຈາກ​ພິທີສາບານ​ໂຕ​ໃນ​ວັນ​ຈັນ​ມື້​ນີ້ ທ່ານ Obama ​ແລະ​ພັນ​ລະ​ຍາ ທ່ານ​ນາງ Michelle ກໍຈະ​ນັ່ງ​ລົດ​ແຫ່​ ກັບ​ຄືນ​ໄປ​ທໍານຽບຂາວ ຫ້ອມ​ລ້ອມ​ໄປ​ດ້ວຍ​ຂະ​ບວນ ລົດຈັກ​ຕໍາຫລວດ. ​ພວກ​ທ່ານ ອາດ​ຈະ​ອອກ​ຈາກລົດ ຢູ່​ບ່ອນ​ໃດ​ບ່ອນ​ນຶ່ງ ​ແລ້ວ​ພາກັນ​ຍ່າງ​ໄລຍະ​ທາງສ່ວນ​ນຶ່ງ ດັ່ງ​ທີ່ໄດ້ເຮັດ​ເມື່ອ ສີ່​ປີ​ກ່ອນ.

​ໃນ​ຕອນ​ແລງ ຄອບຄົວ Obama ຈະໄປຮ່ວມ ໃນງານລ້ຽງ​ສະຫລອງ ຢ່າງ​ເປັນ​ທາ​ງການ ຊຶ່ງ​ຈັດ​ຂຶ້ນ​ສອງ​ແຫ່ງ ກົງກັນຂ້າມຢ່າງ​ຫລວງຫລາຍ ກັບງານ​ລ້ຽງສະຫລອງ​ທີ່​ຈັດ​ຂຶ້ນ 10 ​ແຫ່ງໃນ​ປີ 2009 ນັ້ນ.

ເບິ່ງວີດິໂອ ກ່ຽວກັບປະຊາຊົນ ທີ່ພາກັນລຸຫລັ່ງໄປຮ່ວມພິທີສາບານໂຕ ຕັ້ງແຕ່ເຊົ້າມືດ:

Related video of Obama's second inauguration
please wait

No media source currently available

0:00 0:01:51 0:00
ລິງໂດຍກົງ
XS
SM
MD
LG