ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ປ. ໂອບາມາ ເດີນທາງ ໄປຕ່າງປະເທດ ເທື່ອສຸດທ້າຍ ໂດຍຢຸດແວ່ ທີ່ກຣິສ


ຕຳຫລວດກວດກາສະໜາມບິນສາກົນ Athens ທີ່ Eleftherios Venizelos ກ່ອນການເດີນທາງໄປເຖິງ ຂອງປະທານາທິບໍດີ ສະຫະລັດ ທ່ານ Barack Obama.

ປະທານາທິບໍດີ​ສະຫະລັດ ທ່ານ Barack Obama ຈະ​ເນັ້ນ​ໜັກ​ບັນຫາ​ດ້ານເສດຖະກິດ ​ໃນ​ຂະນະ​ທີ່​ທ່ານ​ພົບ​ປະ​ກັບບັນດາ​ຜູ້ນຳ Greek ​ໃນ​ວັນ​ອັງຄານ​ມື້​ນີ້ ຢູ່​ບ່ອນ​ຢຸດ​ແວ່​ແຫ່ງ​ທຳ​ອິດ​ ຂອງ​ແຜນ​ການ​ເດີນທາງ​ໄປ​ຕ່າງ​ປະ​ເທດເທື່ອ​ສຸດ ທ້າຍ ​ໃນ​ການ​ເປັນ​ປະ​ທາ​ນາ​ທິບໍດີຂອງ​ທ່ານ.

ບັນດາ​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ຄາດ​ວ່າ ປະທານາທິບໍດີ Obama ​ແລະ ນາ​ຍົກ​ລັດຖະມົນຕີ Greek ທ່ານ Alexis Tsipras ຈະ​ສົນທະນາ​ກັນ​ກ່ຽວ​ກັບ​ຄວາມ​ຈຳ​ເປັນ​ທີ່​ຈະ​ສືບ​ຕໍ່​ການປະຕິ​ຮູບ​ເສດຖະກິດ ຮວມທັງ​ຄວາມໂປ່​ງ​ໃສແລະ​ສະ​ສາງ​ພາກສ່ວນການ​ເງິນ​ຂອງ​ປະ​ເທດ ​ໃນ​ຂະນະ​ທີ່​ຮັບ​ຮູ້ເຖິງການ​ເສຍສະຫຼະ​ຂອງ​ປະ ຊາ​ຊົນ​ Greek ທີ່​ໄດ້​ປະ​ຕິ​ບັດຕາມ ​ເພື່ອ​ໃຫ້​ຖືກຕ້ອງ​ກັບຂໍ້ຕົກລົງກອບ​ກູ້ເສດຖະ ກິດຂອງສາກົນ.

ທ່ານ Obama ​ແລະທ່ານ Tsipras ມີ​ກຳນົດ​ທີ່​ຈະ​ຈັດການຖະ​ແຫຼ​ງຂ່າວຮ່ວມ ກັນຫລັງ​ຈາກ​ການ​ປະຊຸມ​ຂອງ​ພວກ​ທ່ານ. ນອກ​ນັ້ນ ທ່ານ Obama ຍັງ​ຈະໄດ້​ຫາລື​ກັບປະທານາທິບໍດີ Greek ທ່ານ Prokopis Paviopoulos ​ແລະ​ເຂົ້າ​ຮ່ວມງານ​ຮັບ​ປະທານ​ອາຄານ​ຄ່ຳ​ຢ່າງ​ເປັນທາງ​ການ​ຂອງ​ລັດຖະບານ​ກຣີສ.

ຮອງທີ່​ປຶກສາ​ຄວາມ​ໝັ້ນຄົງແຫ່ງ​ຊາດ​ສະຫະລັດ ທ່ານ Ben Rhodes ກ່າວ​ວ່າ ທ່ານ​ຄາດ​ວ່າ ປະທານາທິບໍ​ດີ​ຖືກ​ເລືອກ​ໃໝ່ ທ່ານ Donald Trump ຈະ​ເປັນ​ຫົວ​ຂໍ້​ສຳຄັນ​ໃນ​ການສົນທະນາ​ຕະຫຼອດການ​ເດີນ​ທາງ​ຂອງ​ທ່ານ Obama ທີ່​ຍັງຈະ​ຮວມທັງການ​ຢຸດແວ່​ຢູ່ປະ​ເທດເຢຍຣະມັນ ​ແລະ​ເປຣູ.

​ການ​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ​ທີ່ຢູ່​ໃນ​ລາຍການ​ຂອງ​ປະທານາທິບໍດີ ​ຄື​ໃນ​ວັນ​ພຸດ​ມື້​ອຶ່ນນີ້​ຢູ່​ທີ່ Greece ບ່ອນ​ທີ່​ທ່ານ​ຄາດ​ວ່າ​ ຈະ​ຖະ​ແຫລ​ງ ກ່ຽວ​ກັບວຽກ​ງານ​ທີ່ຍັງ​ຄ້າງ​ຄາ ​ເພື່ອ​ແກ້​ໄຂ​ບັນຫາ​ທ້າ​ທາຍທາງ​ດ້ານ​ເສດຖະກິດຢູ່​ທີ່​ນັ້ນ ​ແລະໃນແຫ່ງ​ອື່ນໆຢູ່​ໃນ​ໂລກ ​ໃນ​ຂະນະ​ທີ່​ສົ່ງ​ເສີມ ​ການ​ເຕີບໂຕຮ່ວມ​ກັນ ​ແລະ​ຕໍ່ສູ້​ກັບ​ຄວາມ​ບໍ່​ສະ​ເໝີ​ພາບ.

​ໃນ​ວັນ​ພະຫັດ ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ຈະເປັນ​ເຈົ້າພາບຈັດການປະ​ຊຸມກັບ​ປະທານາ​ທິບໍດີ Obama. ທ່ານ Rhodes ​ໄດ້ກ່າວ​ຢ້ຳ​ເຖິງຄວາມສຳຄັນໃນຄວາ​ມສຳພັນຂອງ​ພວກ​ທ່ານ ​ໂດຍຮ້ອງ​ທ່ານ​ນາງ Merkel ວ່າ “​ເປັນ​ພາຄີ​ທີ່​ໃກ້ຊິດ​ທີ່​ສຸດ​ຂອງປະທານາທິບໍດີຕະຫລອດ​ໄລ​ຍະການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ.”

ບັນດາ​ຜູ້ນຳອັງກິດ ຝຣັ່ງ ອີ​ຕາ​ລີ ​ແລະ​ສະ​ເປ​ນ ກໍຈະ​ໄປ​ນະຄອນ Berlin ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃນ​ວັນ​ສຸກ​ຈະ​ມາ​ເຖິງ​ນີ້ ທີ່​ຄາດ​ວ່າ​ຈະ​ຮວມທັງ​ການ​ຕໍ່ສູ້​ຕ້ານ​ກຸ່ມລັດ​ອິສລາມທີ່​ຍັງ​ດຳ​ເນີນ​ຢູ່​ຕມາ ບັນ​ຫາ​ທີ່​ພົວພັນ​ກັບ​ພວກ​ຍົກຍ້າຍ​ຖິ່ນ​ຖານ ສະຖານະ​ການໃນ Ukraine ​ແລະ​ການ​ເລືອກ​ຕັ້ງ​ຂອງ​ສະຫະລັດອາທິດ​ແລ້ວ​ນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

Obama Trip
please wait
Embed

No media source currently available

0:00 0:01:03 0:00

XS
SM
MD
LG