ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອ​ບາ​ມາ ​ຫ້າມ​ບໍ່​ໃຫ້​ ​ຂັງ​ດ່ຽວ ​ພວກ​ນັກ​ໂທດ ເຍົາວະ​ຊົນ ​


ຄຸກດັດ​ສ້າງ El Reno ​ໃນ​ລັດ Oklahoma, 16 ມັງກອນ, 2015.
ຄຸກດັດ​ສ້າງ El Reno ​ໃນ​ລັດ Oklahoma, 16 ມັງກອນ, 2015.

ປະທາ​ນາ​ທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ຮັບ​ເອົາ
​ການ​ປະຕິ​ຮູບ​ຂອງ​ລະບົບ​ຄຸກ​ລັດຖະບານ​ກາງ ທີ່​ຮວມທັງ​ການ
​ຫ້າມ​ ບໍ່​ໃຫ້​ມີ​ການ​ຂັງ​ດ່ຽວ​ພວກ​ນັກ​ໂທດ​ເຍົາວະ​ຊົນ ​ແລະ​ການ
​ຈຳ​ກັດ ​ໃນ​ການ​ນຳ​ໃຊ້​ກັບ​ພວກ​ຜູ້ໃຫຍ່​.

​ໃນ​ບົດ​ຄວາມ​ເຫັນ​ທີ່​ພິມ​ເຜີຍ​ແຜ່ໃນ​ແລງ​ວັນ​ຈັນ ​ໂດຍ​ໜັງສືພິມ Washington Post ທ່ານ ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ມີພວກ​ຖືກກັກ​ຂັງດ່ຽວ​ຫຼາຍ​ເຖິງ 1 ​ແສນ​ຄົນ​ໃນ​ສະຫະລັດແລະ​ການ ​ປະຕິບັດ​ເຊັ່ນ​ນີ້ ​“ແມ່ນ​ໄດ້​ສ້າງ​ຄວາມກະທົບຕໍ່ສະພາບຈິດ​ໃຈ​ທີ່​ອາດມີ​ຜົນ​ຕາມ​ມາຢ່າງ​ຮ້າຍ​ແຮງ.”

ປະທານາທິບໍດີ​ສະຫະລັດ Obama, ຢ້ຽມຢາມຄຸກ​ລັດຖະບານ​ກາງ ​ໃນ​ຄະນະ​ທີ່​ໂອ້​ລົມ​ກັບ​ພວກ​ນັກ​ໂທດ​ໃນ ຄຸກ El Reno ຂ້າງ​ນອກ ນະຄອນ Oklahoma City, 16 ກໍລະກົດ, 2015.
ປະທານາທິບໍດີ​ສະຫະລັດ Obama, ຢ້ຽມຢາມຄຸກ​ລັດຖະບານ​ກາງ ​ໃນ​ຄະນະ​ທີ່​ໂອ້​ລົມ​ກັບ​ພວກ​ນັກ​ໂທດ​ໃນ ຄຸກ El Reno ຂ້າງ​ນອກ ນະຄອນ Oklahoma City, 16 ກໍລະກົດ, 2015.

ທ່ານໄດ້ກ່າວ​ວ່າ “ສະຫະລັດ ​ແມ່ນ​ປະ​ເທດທີ່ໃຫ້​ໂອກາດ​ໃນການ​ປັບ​ຕົວ ທີ່​ເອີ້ນ​ວ່າ ​ເປັນ ​ໂອກາດ​ທີສອງ​. ​ແຕ່​ປະສົບ​ພະກາ​ນ​ໃນ​ການ​ຖືກ​ຂັງ​ດ່ຽວ ​ແມ່ນ​ເລື້ອຍໆ ມັກ​ຈະ​ທຳລາຍໂອ ກາດ​ທີສອງ​ນັ້ນ. ​ແລະ​ທ່ານ​ກ່າວ​ວ່າ ພວກ​ທີ່​ສາມາດ​ລອດ​ອອກ​ມາ​ໄດ້​ນັ້ນ ກໍ​ມັກ​ຈະ​ມີ​ບັນຫາ ​ໃນເລື້ອງ​ວຽກ​ງານ​ ​ການ​ກັບ​ຄືນ​ໄປ​ຢູ່​ກັບຄອບຄົວ ​ແລະກັບ​ຄືນ​ໄປ​ເປັນ​ສະມາຊິກ​ຂອງ​ສັງຄົມ​ທີ່​ປະກອບ​ອາຊີບ​ການ​ງານ​ນັ້ນ.”

ມີ​ນັກ​ໂທ​ດຂອງ​ລັດຖະບານ​ກາງ​ເກືອບ​ເຖິງ 200 ພັນ​ຄົນ ​ແລະ​ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ວ່າ ການ​ຍົກ​ເລີກ​ການ​ຂັງ​ດ່ຽວ​ພວກ​ນັດ​ໂທດ​ເຍົາວະ​ຊົນ ​ແລະ​ພວກ​ທີ່​ກະທຳ​ຜິດ ​ໃນ​ລະດັບ​ທີ່​ບໍ່​ຮ້າຍ​ແຮງນັ້ນ ຈະ​ມີ​ຜົນ​ຕໍ່ຜູ້​ຄົນຈຳນວນ 10 ພັນ​ຄົນ.

XS
SM
MD
LG