ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ຮຽກຮ້ອງ ບັນດາຜູ້ນຳໂລກ ຊ່ວຍແກ້ໄຂ ວິກິດການ ອົບພະຍົບ


Obama: Global Refugee Crisis a Test of ‘Common Humanity’
please wait

No media source currently available

0:00 0:02:11 0:00

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຈັດກອງປະຊຸມສຸດຍອດບັນດາຜູ້ ນຳ ກ່ຽວກັບ ອົບພະຍົບ ຄັ້ງທຳອິດທີ່ບໍ່ເຄີຍມີມາໃນນະຄອນ ນິວຢອກ ໃນວັນອັງຄານ ວານນີ້, ໂດຍກ່າວວ່າ ໂລກ ຂອງພວກເຮົາແມ່ນກຳລັງປະເຊີນໜ້າກັບວິກິດການຂະໜາດ ໃຫຍ່.

ທ່ານ ໂອບາມາ ໄດ້ກ່າວວ່າ “ພວກທ່ານມາທີ່ນີ້ ຍ້ອນວ່າ ຕອນນີ້ໃນສູນອົບພະຍົບທີ່ແອ ອັດໃນຫຼາຍເມືອງທົ່ວໂລກ ມັນມີຄອບຄົວຈຳນວນຫຼາຍຈາກພາກພື້ນ ດາ​ຟົວ ອາໄສຢູ່ ໃນປະເທດ Chad, ຊາວປາແລັສໄຕນ໌ ໃນ ເລບານອນ, ຊາວອັຟການິສຖານ ໃນ ປາ ກິສຖານ, ຊາວໂຄລົມເບຍ ໃນ ເອກົວດໍ ຜູ້ທີ່ໄດ້​ໃຊ້​ເວລາຫຼາຍປີ, ໃນບາງກໍລະນີ, ​ແມ່ນ ຫຼາຍທົດສະວັດ, ໃນຂະນະທີ່ພວກອົບພະຍົບ ລອດຊີວິດມາ​ໄດ້ຍ້ອນອາຫານທີ່ມີ​ການ​ປັ່ນ​ສ່ວນ ແລະການຊ່ວຍເຫຼືອ ແລະ ຜູ້ທີ່ມີຄວາມ​ຝັນວ່າ​ໃນມື້ໜຶ່ງ, ບໍ່​ວ່າ​ດ້ວຍ​ວິທີໃດກໍ ຕາມ, ຢາກຈະມີບ້ານເຮືອນຂອງພວກເຂົາເຈົ້າເອງ.”

ອົບພະຍົບຊາວ ຊີເຣຍ ນາງ Yusra Mardini ສະມາຊິກຂອງທີມນັກກິລາໂອລິມປິກ ອົບພະຍົບ, ໄດ້ແນະນຳຕົວ ຕໍ່ທ່ານໂອບາມາ.

ນາງ Yusra Mardini ນັກລອຍນ້ຳສຳລັບທີມນັກກິລາໂອລິມປິກ ອົບພະຍົບ, ກ່າວໃນລະຫວ່າງກອງ ປະຊຸມສຸດຍອດຜູ້ນຳ ກ່ຽວກັບ ອົບພະຍົບ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 71 ທີ່ສຳ ນັກງານໃຫຍ່ ສະຫະປະຊາຊາດ. 20 ກັນຍາ 2016.
ນາງ Yusra Mardini ນັກລອຍນ້ຳສຳລັບທີມນັກກິລາໂອລິມປິກ ອົບພະຍົບ, ກ່າວໃນລະຫວ່າງກອງ ປະຊຸມສຸດຍອດຜູ້ນຳ ກ່ຽວກັບ ອົບພະຍົບ ຂອງສະມັດຊາໃຫຍ່ສະຫະປະຊາຊາດ ສະໄໝທີ 71 ທີ່ສຳ ນັກງານໃຫຍ່ ສະຫະປະຊາຊາດ. 20 ກັນຍາ 2016.

ລາວໄດ້ເລົ່າເລື່ອງ ກ່ຽວກັບ ຄອບຄົວຂອງລາວ, ໂດຍກ່າວວ່າພວກເຂົາເຈົ້າແມ່ນອົບພະ ຍົບຢູ່ເທິງເຮືອ, ເມື່ອຈັກຂອງມັນໄດ້ເພ ແລະ ລາວ ພ້ອມກັບຄົນອື່ນໆຕ້ອງໄດ້ອອກຈາກ ເຮືອ ແລະ ແກ່ເຮືອລຳນັ້ນດ້ວຍການລອຍນ້ຳ. ລາວໄດ້ກ່າວວ່າພຽງໜຶ່ງປີຕໍ່ມາ, ລາວໄດ້ມີ ໂອກາດເຂົ້າແຂ່ງຂັນໃນກິລາໂອລິມປິກທີ່ປະເທດ ບຣາຊິລ ໃນທີມຂອງຊາວອົບພະຍົບ. ນາງ Mardini ໄດ້ກ່າວວ່າ ລາວມີຂໍ້ຄວາມນີ້ຢາກ​ໃຫ້​ທຸກ​ຄົນ​ຮູ້ “ການໜີອອກຈາກບ້ານ​ເຮືອນຂອງເຈົ້າ ມັນບໍ່ແມ່ນຄວາມສະໝັກໃຈ.. ອົບພະຍົບສາມາດປະສົບຜົນສຳເລັດ ໃນຫຼາຍຢ່າງຖ້າຫາກ​ໄດ້​ຮັບໂອກາດ.”

ທ່ານ ໂອບາມາ ໄດ້ກ່າວຕໍ່ນາງ Mardini ວ່າທ່ານບໍ່ສາມາດມີຄວາມພາກພູມໃຈກັບນາງ ໄປຫຼາຍກວ່ານີ້ອີກແລ້ວ.

ທ່ານ ໂອບາມາ ໄດ້ກ່າວ່າ “ສຳລັບຄວາມກ້າຫານຂອງເຈົ້າ ແລະ ຄວາມສາມາດຮັບມື ກັບບັນຫາຂອງເຈົ້າ ແລະ ​ເຈົ້າ​ໄດ້​ເປັນຕົວຢ່າງທີ່ ດີທີ່ສຸດ ຕໍ່ພວກເດັກນ້ອຍຢູ່ທົ່ວທຸກ ບ່ອນ, ລວມທັງນ້ອງສາວອາຍຸ 8 ປີຂອງເຈົ້າ, ຜູ້ທີ່ຂ້ອຍຮູ້ວ່າ ຕ້ອງຮຽນເອົາແບບຢ່າງ ຈາກເຈົ້າ.” ທ່ານໄດ້ກ່າວວ່າ ນາງແມ່ນໃບໜ້າຂອງເດັກຍິງ ແລະ ເດັກຊາຍຈຳນວນຫຼວງ ຫຼາຍທີ່ໄດ້ຫຼົບໜີອອກຈາກບ້ານ​ເຮືອນຂອງພວກເຂົາເຈົ້າ.

ທ່ານປະທານາທິບໍດີໄດ້ກ່າວວ່າ ວິກິດການອົບພະຍົບທີ່ຮ້າຍແຮງທີ່ສຸດຂອງ​ໂລກນັບຕັ້ງ ແຕ່ສົງຄາມໂລກຄັ້ງທີ 2 ​ເປັນຕົ້ນມາ ແມ່ນຄັ້ງທຳອິດ ແລະເປັນບົດທົດສອບຄວາມສາ ມາດທີ່ສຳຄັນອັນດັບໜຶ່ງຂອງປະຊາຄົມນານາຊາດ ເພື່ອຢຸດ​ເຊົາ​ບັນຫາຂັດແຍ້ງຕ່າງໆ. ທ່ານໄດ້ກ່າວວ່າ ອົບພະຍົບຂອງໂລກຈຳນວນຫຼວງຫຼາຍ ໄດ້ມາຈາກພຽງສາມປະເທດທີ່ ໄດ້ຮັບ​ຄວາມ​ເສຍ​ຫາຍ​ຈາກສົງຄາມ, ໄດ້ແກ່ ຊີເຣຍ, ອັຟການິສຖານ ແລະ ໂຊມາເລຍ. ທ່ານ ໂອບາມາ ໄດ້ກ່າວວ່າ ວິກິການອົບພະຍົບໂລກໄດ້​ເປັນໄພຂົ່ມຂູ່ຕໍ່ຄວາມປອດໄພ ຍ້ອນຂະໜາດທີ່ໃຫຍ່ໂຕຂອງມັນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG