ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ສະໜັບສະໜຸນ ໃຫ້ຄວບຄຸມ ການຂາຍອາວຸດ ໃນ ສຫລ


ນາງ Tasha Devo ຈາກເມືອງ Lawrence ລັດ Massachusetts ຮ່ວມການເດີນປະທ້ວງ ສະມາຄົມປືນຍາວແຫ່ງຊາດ ຫລື National Riffle Association ຕໍ່ໜ້າລັດຖະສະພາ.
ນາງ Tasha Devo ຈາກເມືອງ Lawrence ລັດ Massachusetts ຮ່ວມການເດີນປະທ້ວງ ສະມາຄົມປືນຍາວແຫ່ງຊາດ ຫລື National Riffle Association ຕໍ່ໜ້າລັດຖະສະພາ.
ທໍານຽບຂາວກ່າວວ່າ ປະ​ທາ​ນາ​ທິບໍດີ Barack Obama ແມ່ນ
“ໃຫ້ການສະໜັບສະໜຸນ ຢ່າງແຂງຂັນ” ຕໍ່​ແຜນການທີ່​ຈະ​ຟື້ນ
ຟູກົດໝາຍ ຫ້າມ​ຂາຍ​ອາວຸດ​ສົງຄາ​ມ​ ໃນ​ທົ່ວ​ປະ​ເທດຊຶ່ງເປັນນຶ່ງ
ໃນຄໍາຮຽກຮ້ອງຫລາຍໆອັນຂອງພວກສະໜັບສະໜຸນໃຫ້ມີການ
ຄວບຄຸມອາວຸດ ປືນ ທີ່​ໄດ້​ເລີ້ມຂຶ້ນອີກ ຫຼັງຈາກເຫດການ​ຍິງ​ສັງ
ຫານຢ່າງ​ບໍ່​ເລືອກໜ້າ​ຢູ່​ໂຮງຮຽນໃນລັດ Connecticut
ອາທິດແລ້ວນີ້.

ໂຄສົກປະຂໍາທໍານຽບຂາວ ທ່ານ Jay Carney ກ່າວເຖິງຄໍາ
ເຫັນດັ່ງກ່າວ ຂອງທ່ານໂອ ບາມາ ໃນວັນອັງຄານວານນີ້ວ່າ ໃນຂະນະທີ່ປະຊາຄົມທີ່ໃນເມືອງ Newtown ຂອງລັດ
Connecticut ທີ່ມີຫົວໃຈແຕກສະຫລາຍ ພາກັນສືບຕໍ່ຝັງສົບ
ຜູ້ເສຍຊີວິດຂອງເຂົາເຈົ້າ ຢ່າງເຂັ່ງຂຶມຢູ່ນັ້ນ. 26 ຄົນໂຮມທັງ​
ເດັກນ້ອຍ 20 ຄົນເສຍຊີວິດໄປ ເມື່ອມື​ປືນ​ອາຍຸ 20 ປີ ໄດ້ບຸກເຂົ້າ​ໄປໃນໂຮງຮຽນປະຖົມ ທີ່ມີຜູ້ຄົນຢູ່ຢ່າງແອອັດນັ້ນ ແລະໄດ້ເປີດ​ສາກ​ຍິງ​ກາດໃສ່ດ້ວຍປືນ​ເຄິ່ງອັດຕະໂນມັດ
ກະບອກນຶ່ງ.

ພິທີສົ່ງສະການໄດ້ຈັດຂຶ້ນໃນວັນອັງຄານ​ໃຫ້ແກ່ເດັກນ້ອຍອາຍຸ 6 ປີສອງຄົນ ທີ່ເປັນເພື່ອນ
ຮ່ວມຫ້ອງຮຽນກັນ ຊຶ່ງເສຍຊີວິດໄປຍ້ອນການຍິງສັງຫານດັ່ງກ່າວ ຢູ່ທີ່ເມືອງນ້ອຍແຫ່ງ
ນັ້ນ.

ສ່ວນເດັກຊາຍອາຍຸ 6 ປີ ອີກສອງຄົນທີ່ເປັນຜູ້ໄດ້ຮັບເຄາະຮ້າຍທໍາອິດ ໄດ້ ຖືກນໍາ​ໄປ​ຝັງໃນວັນຈັນທີ່ຜ່ານມາ. ພິທີສົ່ງສະການແມ່ນມີ​ແຜນ​ທີ່​ຈະ​ຈັດ​ຂຶ້ນໄປຕະຫລອດ ອາທິດນີ້.

ສ່ວນຢູ່ນອກນະຄອນຫລວງວໍຊິງຕັນ ສະມາຄົມປືນຍາວແຫ່ງຊາດ ຫລື National Rifle Association ທີ່ມີອິດທິພົນສູງ ຊຶ່ງເປັນອົງການສົ່ງເສີມສິດໃນການຖືປືນໃຫຍ່ທີ່ສຸດຂອງ ສະຫະລັດ ໄດ້ອອກມາສະແດງຄໍາເຫັນຕໍ່ເຫດການສັງຫານໝູ່ດັ່ງກ່າວ. ຢູ່ໃນຄໍາຖະແຫລງ ທີ່ຂຽນເປັນລາຍລັກອັກສອນນັ້ນ ສະມາຄົມ NRA ເວົ້າວ່າ ສະມາຊິກຂອງຕົນ “ຕົກສະ ທ້ານ, ໂສກເສົ້າ ແລະຫົວໃຈແຕກສະຫລາຍ ເມື່ອໄດ້ຍິນຂ່າວກ່ຽວກັບການຄາດຕະກໍາ ທີ່ ໜ້າສະຫຍອງຂວັນ ແລະໄຮ້ຄວາມຮູ້ສຶກດັ່ງກ່າວ.” ສະມາຄົມດັ່ງກ່າວຍັງໄດ້ເວົ້າອີກວ່າ ຕົນຢາກຈະ​ໃຫ້​ເວລາ ​ແກ່​ບັນດາ​ຄອບຄົວ​ຂອງ​ພວກທີ່​ເສຍຊີວິດ ໄວ້ອາໄລ​ແກ່​ຜູ້​ເຄາະ
ຮ້າຍກ່ອນຈະອອກຄໍາຖະແຫລງເພີ້ມເຕີມ.

​ຜູ້​ໃຫຍ່ທີ່ໄດ້ຮັບເຄາະຮ້າຍທັງໝົດນັ້ນ ແມ່ນຜູ້ຍິງ ລວມທັງຫົວໜ້າຂອງໂຮງຮຽນ ຜູ້ທີ່ໄດ້ ຮັບການຍ້ອງຍໍທີ່ໄດ້ໃຊ້ຄວາມພະຍາຍາມ​ເພື່ອສະກັດກັ້ນມືປືນໄວ້ນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG