ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ທ່ານມີຄວາມໝັ້ນໃຈທີ່ສຸດ ໃນວິໄສທັດຂອງທ່ານ ສຳລັບປະເທດຊາດ ແລະວ່າ ຖ້າທ່ານ “ລົງແຂ່ງ ຂັນອີກ” ທ່ານ ຈະເອົາຊະນະ ທ່ານດໍໂນລ ທຣຳ ໃນການເລືອກຕັ້ປະທານາທິບໍດີ.
ຢູ່ໃນການໃຫ້ສຳພາດ ກັບອະດີດທີ່ປຶກສາ ທ່ານ David Axelrod ທີ່ໄດ້ຖືກເຜີຍແຜ່ ໃນວັນຈັນວານນີ້ ທ່ານປະທານາທິບໍດີ ໄດ້ກ່າວວ່າ “ຂ້າພະເຈົ້າໝັ້ນໃຈ ໃນວິໄສທັດ
ອັນນີ້ ເພາະວ່າ ຂ້າພະເຈົ້າໝັ້ນໃຈວ່າ ຖ້າຂ້າພະເຈົ້າ...ຖ້າຂ້າພະເຈົ້າ ລົງແຂ່ງຂັນ ອີກຄັ້ງໜຶ່ງ ແລະ ພັນລະນາມັນໃຫ້ຈະແຈ້ງ ຂ້າພະເຈົ້າຄິດວ່າ ຂ້າພະເຈົ້າອາດຈະ ປຸກລະດົມ ພວກຊາວອາເມຣິກັນ ສ່ວນໃຫຍ່ ໃຫ້ເຕົ້າ ໂຮມກັນມາສະໜັບສະໜູນ ວິໄສທັດນັ້ນ.”
ແຕ່ທ່ານທຣຳ ປະທານາທິບໍດີທີ່ໄດ້ຮັບເລືອກໃໝ່ ບໍ່ເຫັນດີນຳ ໃນຕອນແລງວັນຈັນ ວານນີ້. ທ່ານທຣຳ ໄດ້ຕອບໂຕ້ຄືນ ຜ່ານທາງ Tweeter ວ່າ “ປະທານາທິ ບໍດີ
ໂອບາມາ ໄດ້ກ່າວວ່າ ທ່ານຄິດວ່າ ທ່ານຈະເອົາຊະນະ ຂ້າພະເຈົ້າ. ທ່ານຄວນ
ກ່າວແບບນັ້ນ ແຕ່ຂ້າພະເຈົ້າວ່າ ບໍ່ມີທາງ! ວຽກງານຕ່າງໆພາກັນອອກໜີ, ພວກ
ISIS, ObamaCare ເປັນຕົ້ນ.”
ໃນຂະນະທີ່ ທ່ານໂອບາມາ ໄດ້ຍົກຍ້ອງ ຜູ້ຖືກຄັດເລືອກຈາກພັກເດໂມແຄຣັດ ທ່ານ
ນາງ Hillary Clinton ຢູ່ນັ້ນ ທ່ານຍັງໄດ້ຕຳນິ ການໂຄສະນາຫາສຽງຂອງທ່ານນາງ ທີ່ລະມັດລະວັງຫຼາຍເກີນໄປ. “ຖ້າເຈົ້າຄິດວ່າ ເຈົ້າກຳລັງນຳໜ້າຢູ່ນັ້ນ ເຈົ້າກໍຈະມີ
ແນວໂນ້ມ ດັ່ງເຊັ່ນໃນກິລາຕ່າງໆ ບາງເທື່ອຈະເຫລັ້ນແບບປອດໄພຫຼາຍກວ່າ” ທ່ານໂອບາມາໄດ້ກ່າວຕໍ່ທ່ານ Axelrod ໃນບົດສຳພາດ ທີມີຊື່ວ່າ “Axe Files”.
ທ່ານປະທານາທິບໍດີ ໄດ້ສະແດງຄວາມນິຍົມຊົມຊອບ ທ່ານນາງ ຄລິນຕັນ ໂດຍກ່າວ
ວ່າ ທ່ານນາງ “ໄດ້ປະຕິບັດ ເປັນຢ່າງດີ ພາຍໃຕ້ສະຖານະການຕ່າງໆ ທີ່ຫຍຸ້ງຍາກ ແທ້ໆ” ແຕ່ທ່ານກໍບໍ່ໄດ້ລັງເລໃຈເລີຍ ທີ່ຈະຕຳນິການໂຄ ສະນາຫາສຽງຂອງທ່ານນາງ ທີ່ບໍ່ຊຸກຍູ້ໃຫ້ມີການປຸກລະດົມພຽງພໍ.
ທ່ານໄດ້ກ່າວຕື່ມວ່າ “ພວກເຮົາບໍ່ໄດ້ຢູ່ໃນພື້ນທີ່ຂອງການສື່ສານ ບໍ່ພຽງແຕ່ໃນດ້ານ ຂອງນະໂຍບາຍ ທີ່ແຫ້ງຮ່ຽວນີ້ ແຕ່ວ່າ ພວກເຮົາເປັນຫ່ວງ ໃນເລື່ອງຂອງປະຊາ ຄົມຕ່າງໆ ເຫຼົ່ານີ້ ທີ່ພວກເຮົາລັ່ງເລືອດໃຫ້ແກ່ປະຊາຄົມຕ່າງໆເຫຼົ່ານີ້. ມັນໝາຍ ຄວາມວ່າ ເປັນການເອົາໃຈໃສ່ ກ່ຽວກັບການແຂ່ງຂັນໃນທ້ອງຖິ່ນທັງຫຼາຍ ຄະນະ ກຳມະການລັດ ຫຼື ຄະນະກຳມະການໂຮງຮຽນ ແລະ ສະພາຂອງເມືອງ ແລະ ການແຂ່ງຂັນ ສະມາຊິກສະພາຂອງລັດ ແລະ ບໍ່ຄິດເລີຍວ່າໂດຍວິທີໃດວິທີໜຶ່ງ ພຽງແຕ່ນະໂຍບາຍທີ່ຍິ່ງໃຫຍ່ຈຳນວນນຶ່ງທີ່ມີຄວາມກ້າວໜ້າທັງຫຼາຍທີ່ ພວກເຮົາ ນຳສະເໜີ ຕໍ່ຄະນະບັນນາທິການຂອງໜັງສືພິມ New York Times ແລ້ວ ກໍຈະ ໄດ້ຮັບໄຊຊະນະ ໃນມື້ນີ້.”