ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ສະຫະລັດແລະອອສເຕຣເລຍ ຕົກລົງກັນ ເລື້ອງສົ່ງທະຫານ ໄປປະຈໍາທີ່ອອສເຕຣເລຍ (ເບິ່ງວີດີໂອ)


ປະທານາທິບໍດີໂອບາມາແຫ່ງສະຫະລັດ ແລະນາຍົກລັດຖະມົນຕີ Julia Gillard
ແຫ່ງອອສເຕຣເລຍ.
ວັນທີ 16 ພະຈິກ 2011.
ປະທານາທິບໍດີໂອບາມາແຫ່ງສະຫະລັດ ແລະນາຍົກລັດຖະມົນຕີ Julia Gillard ແຫ່ງອອສເຕຣເລຍ. ວັນທີ 16 ພະຈິກ 2011.

ພວກ​ຜູ້​ນໍາ​ສະ​ຫະລັດ​ແລະ​ອອສ​ເຕຣ​ເລຍ​ໄດ້​ປະກາດ​ຂໍ້​ຕົກ​ລົງ​ນໍາກັນ​ສະບັບ​ນຶ່ງ ​ເພື່ອ​ອະນຸຍາດໃຫ້ກໍາລັງຂອງ​ສະຫະລັດມີໜ້າ​ຢູ່​ໃນ​ອອສ​ເຕຣ​ເລຍໄດ້​.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ​ ແລະ​ທ່ານ​ນາງ Julia Gillard ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ​ໄດ້ປະກາດໃຫ້ພວກ​ນັກ​ຂ່າວຮູ້ ​ກ່ຽວ​ກັບ​ຂໍ້​ຕົກລົງ​ດັ່ງກ່າວ ຫລັງ​ຈາກເສັດ​ສິ້ນ​ການ​ໂອ້​ລົມສົນທະນາ​ກັນ​ໃນ​ວັນ​ພຸດມື້​ນີ້ ​ທີ່ນະຄອນຫລວງ Canberra.

ທ່ານ​ນາງ Gillard ກ່າວ​ວ່າ​ ຂໍ້​ຕົກລົງ​ນີ້​ອະນຸຍາດ​ໃຫ້ທະຫານມາຣິນສະຫະລັດ​ຈໍານວນ
ໃນລະຫວ່າງ 200 ຫາ 250 ຄົນ ​ປະ​ຈໍາການ​ຢູ່​ໃນ​ພາກ​ເໜືອ​ຂອງ​ອອສ​ເຕຣ​ເລຍໄດ້​ໂດຍ
ມີກໍາໜົດ​ສັບ​ປ່ຽນ​ກັນ​ໃນ​ທຸກໆ 6 ​ເດືອນ​. ທ່ານ​ນາງ Gillard ກ່າວ​ຕໍ່​ໄປ​ວ່າ ພວກ​ກໍາລັງ​
ເຫລົ່າ​ນີ້​ຈະ​ເພີ່ມ​ຂຶ້ນໄປຕາມເວລາເປັນ​ຈໍານວນ​ທັງ​ໝົດ 2500 ຄົນ​ແລະກ່າວຕື່ມ​ວ່າ ນອກ​
ນັ້ນ ຂໍ້​ຕົກລົງຍັງ​ເປີດຖານ​ທັບ​ຂອງ​ອອສ​ເຕຣ​ເລຍໃຫ້ເຮືອບິນ​ຂອງ​ສະຫະລັດ​ໃຊ້ໄດ້ອີກ.

ສ່ວນທ່ານ​ໂອ​ບາ​ມາ​ກ່າວ​ວ່າ ຂໍ້​ຕົກລົງ​ສະບັບ​ນີ້​ຈະ​ອໍານວຍ​ໃຫ້​ສະຫະລັດສາມາດສະໜອງ
ຕອບໄດ້​ດີ​ຂຶ້ນຕໍ່​ຄວາມ​ຮຽກຮ້ອງ​ຕ້ອງການ​ການ​ຊ່ອຍ​ເຫລືອທາງ​ດ້ານ​ມະນຸດສະ​ທໍາ​ແລະ
ໄພ​ພິບັດ​ຕະຫຼອດ​ທັງ​ການ​ທ້າ​ທາຍ​ຕ່າງໆທາງ​ດ້ານ​ຄວາມ​ປອດ​ໄພ.

ທ່ານ​ໂອ​ບາ​ມາ​ກ່າວ​ອີກວ່າ ຂໍ້​ຕົກລົງ​ສະບັບ​ນີ້​ຈະ​ຊ່ອຍ​ຮັກສາໂຄງຮ່າງດ້ານຄວາມ​ປອດ​ໄພ
ຂອງ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກໄວ້ ​ແລະຈະ​ເຮັດ​ໃຫ້​ງ່າຍ​ຂຶ້ນສໍາລັບ​ພວກ​ກໍາລັງ​ຂອງ​ສະຫະ
ລັດໃນການເຝິກ​ແອບ​ແລະ​ຊ້ອມ​ລົບ​ກັບ​ພວກ​ທະຫານ​ທີ່​ມາ​ຈາກ​ປະ​ເທດ​ອື່ນໆ​ໃນ​ພາກ​ພື້ນ
ແລະ​ເພື່ອເຝິກ ຝົນແລະປະກອບອຸບປະກອນໃຫ້​ພວກ​ປະ​ເທດ​ນ້ອຍໆ​ເພື່ອໃຫ້​ເຂົາເຈົ້າ​ສາ
ມາດ​ທໍາ​ການ​ຕອບ​ໂຕ​ໄດ້​ໄວ​ຂຶ້ນ​ຕໍ່​ວິ​ກິດ​ການ​ຕ່າງໆ​ນັ້ນ.

ເບິ່ງວີດີໂອ ລາຍງານກ່ຽວກັບການຢ້ຽມຢາມຂອງທ່ານໂອບາມາທີ່ອອສເຕຣເລຍ:

XS
SM
MD
LG