ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ບາຣັກ ໂອບາມາ ກ່າວຊົມເຊີຍ ສໍາພັນທະມິດ ລະຫວ່າງສະຫະຣັດ ແລະອອສເຕຣເລຍ


ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດແລະນາຍົກລັດຖະມົນຕີ Julia Gillard, ແຫ່ງອອສເຕຣເລຍຢ້ຽມຢາມຖານທັບແຫ່ງນຶ່ງໃນເມືອງ Darwin, ອອສເຕຣເລຍ.
ວັນທີ 17 ພະຈິກ 2011.
ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດແລະນາຍົກລັດຖະມົນຕີ Julia Gillard, ແຫ່ງອອສເຕຣເລຍຢ້ຽມຢາມຖານທັບແຫ່ງນຶ່ງໃນເມືອງ Darwin, ອອສເຕຣເລຍ. ວັນທີ 17 ພະຈິກ 2011.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ​ ໂອ​ບາ​ມາ​ ໄດ້​ກ່າວ​ຊົມ​ເຊີຍສໍາ​ພັນ​ທະມິດ​ລະຫວ່າງ
ສະຫະລັດ​ແລະ​ອອສ​ເຕຣ​ເລຍ​ໃນ​ລະຫວ່າງ​ການ​ຢ້ຽມຢາມຖານ​ທັບ​ແຫ່ງ​ນຶ່ງ​ທີ່​ເມືອງ
Darwin ​ໃນ​ວັນ​ພະຫັດ​ມື້​ນີ້ ຊຶ່ງ​ເປັນ​ເມືອງ​ທີ່ຈະ​ມີທະຫານ​ຂອງ​ສະຫະລັດ​ ​ໃນຈໍານວນ
ຫລາຍ​ເຖິງ 2500 ຄົນ​ ​ໄປ​ປະ​ຈໍາການ​ຢູ່ ​ໃນ​ອະນາຄົດ​ໃກ້ໆ​ນີ້.

ທ່ານ​ໂອ​ບາ​ມາໄດ້ຖະ​ແຫລ​ງ​ເຊ່ນ​ນັ້ນ ຕໍ່​ພວກ​ທະຫານ​ຂອງ​ສະຫະລັດ​ແລະອອສ​ເຕຣ​ເລຍ​
ກ່ອນອອກ​ເດີນທາງ​ໄປ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ ເອ​ເຊຍຕາ​ເວັນ​ອອກ ທີ່​ເກາະ​ບາ​ຫລີ
ອິນ​ໂດ​ເນ​ເຊຍ. ກ່ອນ​ກ່າວຄໍາ​ປາ​ໄສນັ້ນ ທ່ານ​ໂອ​ບາມາ​ໄດ້​ໄປ​ວາງ​ພວງມາລາ​ ເພື່ອ​ລະ​ລຶກ​
ເຖິງ​ເຮືອ USS Peary ຊຶ່ງ​ເປັນ​ກໍາ​ປັ່ນ​ກອງທັບ​ເຮືອ​ສະຫະລັດ ​ທີ່​ໄດ້​ຖືກ​ທໍາລາຍ​ໂດຍ
ເຮືອບິນ​ຖິ້ມ​ລະ​ເບີດຂອງ​ຍີ່ປຸ່ນ​ໃນ​ປາງ​ສົງຄາມ​ໂລກ​ຄັ້ງ​ທີ​ສອງ.

ກ່ອນ​ໜ້າ​ນັ້ນ ໃນວັນ​ພຸດ​ວານ​ນີ້ ທ່ານ​ໂອ​ບາ​ມາ​ໄດ້​ຖະ​ແຫລ​ງ​ຕໍ່​ລັດຖະສະພາ​ຂອງ​ອສ​ເຕຣ
ເລຍ​ວ່າ ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ

ສ່ວນ​ໃຫຍ່ແມ່ນຈະ​ເປັນ​ສິ່ງ​ກໍານົດສັດຕະວັດຕໍ່​ໄປ​ ແລະ​ວ່າການ​ມີໜ້າ​ຂອງ​ສະຫະລັດ​ໃນ
ພາກ​ພື້ນ​ດັ່ງກ່າວ ​ຈະ​ເປັນ​ເລື້ອງ​ບູລິ​ມະ​ສິດ​ຂອງ​ລັດຖະບານຂອງ​ທ່ານ. Sound....

ທ່ານ​ໂອ​ບາ​ມາ​ເວົ້​າວ່າ “​ແລະ​ພວກ​ເຮົາ​ຈະ​ເສີມ​ສ້າງ​ສະມັດ​ຖະ​ພາບ​ຂອງ​ພວກ​ເຮົາ​ໃຫ້​ເຂັ້ມ
ແຂງ​ຕະຫຼອດ​ໄປ​ ເພື່ອ​ຮັບ​ມື​ກັບ​ຄວາມ​ຮຽກຮ້ອງ​ຕ້ອງ ການ​ຂອງ​ສັດຕະວັດ​ທີ 21 ນີ້. ຜົນ
ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ພວກ​ເຮົາ​ໃນ​ຂົງ​ເຂດ​ ແມ່ນ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ມີໜ້າຢ່າງ
ຍາວ​ນານ​ຢູ່ໃນ​ຂົງ​ເຂດ. ສະຫະລັດ​ເປັນອໍານາດ​ນຶ່ງໃນ​ເຂດ​ປາຊີ​ຟິກ​ແລະ​ພວກ​ເຮົາ​ຈະ​ຢູ່​
ນີ້ຕໍ່​ໄປ.”

ຂໍ້​ຕົກລົງ​ທີ່​ຈະ​ສົ່ງ​ພວກ​ທະຫານ​ຂອງ​ສະຫະລັດ​ໄປ​ປະ​ຈໍາ​ຢູ່​ໃນ​ອອສ​ເຕຣ​ເລຍ ທີ່​ທ່ານ​ໂອ​
ບາ​ມາ​ແລະ​ນາຍົກລັດຖະມົນຕີ Julia Gillard ​ແຫ່ງ​ອອສ​ເຕຣ​ເລຍ ໄດ້​ບັນລຸ​ກັນ​ນັ້ນ ກໍາ
ນົດ​ໃຫ້​ມີ​ການ​ສົ່ງ​ທະຫານ​ມາຣິນສະຫະລັດ​ຈໍານວນ​ແຕ່ 200 ຫາ 250 ຄົນ​ໄປ​ປະ​ຈໍາ​
ການ​ຢູ່​ໃນ​ດິນ​ແດນ​ພາກ​ເໜືອ​ຂອງ​ອສ​ເຕຣ​ເລຍ ຊຶ່ງ​ຈະ​ມີ​ການ​ສັບ​ປ່ຽນ​ກັນ​ໃນ​ທຸກໆ 6 ​
ເດືອນ​. ​ຈໍານວນ​ທະຫານ​ເຫລົ່ານີ້​ ຈະຄ່ອຍໆ​ເພີ່ມ​ຂຶ້ນເປັນ​ທັງ​ໝົດ 2500 ຄົນ.

XS
SM
MD
LG