ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຈະໄປຢ້ຽມຢາມ ເອເຊຍ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ທໍານຽບຂາວ​ກໍາລັງເນ້ນ​ຢໍ້າການ​ຢ້ຽມຢາມເອ​ເຊຍ​ໃນ​ອາທິດ​ໜ້າ​ນີ້ ຂອງ​ປະທານາທິບໍດີ
​ບາຣັກ​ ໂອ​ບາ​ມາ ​ວ່າ​ເປັນ​ໂອກາດ​ອັນ​ນຶ່ງ​ເພື່ອສ້າງ​ວຽກ​ເຮັດ​ງານ​ທໍາຂຶ້ນ​ໃນ​ສະຫະລັດ
ພ້ອມທັງເສີມຂະຫຍາຍ​ການ​ຄ້າ ​ແລະ​ສ້າງຕະຫຼາດສໍາລັບ​ສິນຄ້າ​ອາ​ເມຣິກັນ.

ໃນ​ວັນ​ພຸດ​ວານ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່ທໍານຽບຂາວ​ໄດ້ຖະ​ແຫລ​ງ​ໃຫ້​ຊາບ​ລ່ວງໜ້າ​ກ່ຽວ​ກັບ
ການຢ້ຽມຢາມ​ດັ່ງກ່າວ​ ຊຶ່ງ​ຈະ​ເລີ້ມ​ໄປ​ຕັ້ງ​ແຕ່​ວັນ​ສຸກມື້​ອື່ນ​ນີ້ ​ເວລາ​ທ່ານ​ອອກເດີນທາງ​
ໄປ​ຍັງ​ລັດ​ຮາ​ວາຍ​ ເພື່ອ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ APEC ທີ່​ມີ
ສະມາຊິກ ​21 ປະ​ເທດ​ນັ້ນ.

ເຈົ້າ​ໜ້າ​ທີ່​ທໍານຽບຂາວ ທ່ານ Daniel Russell ​ກ່າວ​ວ່າ ຄວາມພະຍາຍາມ​ຂອງ​ທ່ານ
ໂອບາ​ມາ​ເພື່ອ​ສ້າງ​ໜ້າ​ວຽກ​ນັ້ນ ​ແມ່ນ​ກ່ຽວພັນ​ໂດຍ​ກົງ​ກັບ​ການເຂົ້າ​ໄປ​ພົວພັນ​ຂອງ​ສະ
ຫະລັດໃນ​ພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ. ທ່ານ Russell ກ່າວ​ຕໍ່​ໄປ​ວ່າ ການ​ດໍາ​ເນີນ​ການ​ຄ້າ​
ກັບ​ພວກປະ​ເທດ​ໃນ​ກຸ່ມ​ອາ​ເປັກ ​ແມ່ນ​ເປັນ​ການ​ສະໜັບ​ສະໜູນວຽກ​ງານໃນ​ສະຫະລັດ
ຫລາຍ​ລ້ານວຽກ ​ແລະ​ວ່າ ສະມັດຖະພາບ​ເພື່ອ​ສົ່ງ​ອອກ​ຜະລິດ​ຕະພັນ​ຂອງ​ສະຫະລັດ
ແມ່ນ​ສໍາຄັນ​ທີ່​ສຸດສໍາລັບ​ການ​ເຕີບ​ໂຕ​ທາງ​ດ້ານ​ເສດ ຖະກິດ. ທ່ານ Russell ຍັງ​ກ່າວ​
ຕື່ມ​ວ່າ ທ່ານ​ໂອ​ບາ​ມາ​ມີ​ຄວາມ​ໝາຍ​ໝັ້ນ​ຕໍ່ອັນ​ທ່ານ​ເອີ້ນ​ວ່າ ການ​ສ້າງ​ໃຫ້​ມີຄວາມ​ສົມ​ດຸນ
ຄືນ​ໃໝ່​ໃນ​ເອ​ເຊຍ ອັນເປັນ​ພາກ​ພື້ນບ່ອນ​ທີ່​ປະຊາທິປະ​ໄຕ​ກໍາລັງ​ໂຜ່​ໂຕ​ຂຶ້ນ​ມາ​ ແລະ​ອິດ​
ທິພົນ​ຂອງ​ຈີນ​ກໍາລັງເຕີບໂຕ​ຂຶ້ນ​ນັບ​ມື້ນັ້ນ.

ທ່ານ Russell ກ່າວ​ວ່າ​ ປະຊາຊົນ​ອາ​ເມຣິກັນ​ຢາກຈະ​ຮູ້​ວ່າ​ວ່າ ສະຫະລັດຈະ​ເປັນ​ຫລັກ
ແຫ່ງ​ສະຖຽນ​ລະ​ພາບ​ແລະນໍາສະ​ເໜີ​ຜົນ​ປະ​ໂຫຍ​ດຂອງເຂົາ​ເຈົ້າ​ຢູ່​ໃນຂົງເຂດ​ປາຊີ​ຟິກ
ຫລື​ບໍ?​.

ທ່ານ​ໂອ​ບາ​ມາ​ຈະ​ທໍາ​ການ​ພົບ​ປະ​ຫາລື​ກັນ​ຕ່າງຫາກ​ກັບ​ທ່ານ​ຫູ​ຈິນ​ເຖົາປະທານ​ປະ​ເທດ
ຈີນປະທານາທິບໍດີ Dimitry Medvedev ​ແຫ່ງຣັດ​ເຊຍ​ ແລະ​ທ່ານ Yoshihiko Noda
ນາຍົກລັດຖະມົນຕີຍີ່ປຸ່ນ​ ທີ່​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ APEC ນັ້ນ.

ນອກ​ນັ້ນ ​ທ່ານ​ໂອ​ບາ​ມາ​ຍັງ​ຈະ​ໄປ​ຢ້ຽມຢາມ​ອອສ​ເຕຣ​ເລຍ​ ​ແລະ​ທໍາ​ການ​ພົບ​ປະ​ຫາລື​ກັບ
ພວກ​ຜູ້​ນໍາ​ເອ​ເຊຍ​ອື່ນໆ ຮວມທັງ​ທ່ານ​ມັນ​ໂມ​ຮັນ ສິງ ນາຍົກ​ລັດຖະມົນຕີ​ອິນ​ເດຍ ທີ່​ກອງ​
ປະຊຸມ​ປະ​ຈໍາ​ພາກ​ພື້ນ​ ທີ່​ອິນ​ໂດເນ​ເຊຍ​ນັ້ນ.

XS
SM
MD
LG