ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໂອບາມາ ແລະ ທ່ານນາງຄລິນຕັນ ຢ້ຽມຢາມ ໄທ ມຽນມາ ແລະກຳປູເຈຍ (ສະໄລດ໌ກັບວີດີໂອ)


ທ່ານໂອບາມາ ແລະທ່ານນາງຄຼິນຕັນ ຂະນະຢ້ຽມຊົມ ວັດໂພ ຊຶ່ງເປັນວັດສໍາຄັນແຫ່ງນຶ່ງ ໃນບາງກອກ
ທ່ານໂອບາມາ ແລະທ່ານນາງຄຼິນຕັນ ຂະນະຢ້ຽມຊົມ ວັດໂພ ຊຶ່ງເປັນວັດສໍາຄັນແຫ່ງນຶ່ງ ໃນບາງກອກ
ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ ​ໄດ້​ໄປ​ເຖິງ​ປະ​ເທດ​ໄທ ​ເມື່ອ​ວັນ​ອາທິດວານ​ນີ້ ​ໃນ​ການ​ເລີ້ມຕົ້ນ​ການ​ຢ້ຽມຢາມເຂດເອເຊຍ​ຕາ​ເວັນ​ອອກສຽງ​ໃຕ້ທີ່​ເພັ່ງ​ເລັງ​ໃສ່ການ​ຫັນ​ເສດຖະກິດ ການ​ເມືອງ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະລັດ​ໄປ​ຍັງ​ເອ​ເຊຍ​ຕະຫຼອດທັງບັນຫາ​ປະຊາທິປະ​ໄຕ​ແລະ​ສິດທິ​ມະນຸດ​ນຳ​ດ້ວຍ. Dan Robinson ຜູ້​ສື່​ຂ່າວ ຂອງ​ວີ​ໂອ​ເອປະຈຳ​ທຳນຽບຂາວ ທີ່​ເດີນທາງ​ໄປ​ນຳ​ປະ ທານາທິບໍດີ ມີ​ລາຍ​ງານ ກ່ຽວ​ກັບ​ເລື່ອງ​ນີ້ຈາກ​ບາງກອກ.

ການ​ຢຸດ​ແວ່​ທີ່​ປະ​ເທດ​ໄທ​ເປັນ​ເວລາ​ສັ້ນໆຂອງ​ທ່ານ​ໂອ​ບາ​ມາ ​ແມ່ນ​ຮວມ ທັງ​ການໄປ​ຢ້ຽມຢາມ​ວັດ​ໂພ ຫຼືວັດ​ເຊຕຸພົນ​ວິມົນ​ມັງຄະລາ​ຣາມ​ ຣາດຊະ​ວໍຣະ ມະຫາວິຫານ ຊຶ່ງ​ເປັນ​ວັດ​ທີ່​ໄດ້​ຮັບ​ຄວາມ​ອຸບ​ປະ​ຖໍາຂອງລາດຊະ​ວົງ​ໄທ.

ຫຼັງຈາກ​ນັ້ນ ທ່ານ​ກໍໄປ​ຢ້ຽມ​ໂຮງໝໍ​ແຫ່ງ​ນຶ່ງ​ທີ່​ບາງກອກ​ແລະ​ເຂົ້າ​ເຝົ້າກະສັດ​ພູມີ ພົນ​ອະດຸນ
​ຍະ​ເດດຂອງ​ໄທ ຊຶ່ງເປັນກະສັດ​ທີ່ເຄົາລົບ​ຮັກ​ແລະ​ນັບຖື​ຂອງ​ປະຊາຊົນ​ຊາວ​ໄທ​ນັ້ນ.
ທີ່​ທຳນຽບລັດຖະບານ ທ່ານ​ໂອ​ບາ​ມາ​ໄດ້​ພົບ​ປະ​ກັບ​ນາຍົກລັດຖະມົນຕີຍິ່ງລັກ ຊິນນະ​ວັດ ກ່ອນ​ການ​ຖະ​ແຫຼງຂ່າວ​ຮ່ວມ​ກັນ.

ປະ​ເທດ​ໄທ ​ເປັນ​ພັນທະ​ມິດ​ສຳຄັນ​ຂອງ​ສະຫະລັດທີ່ບໍ່​ແມ່ນ​ເນ​ໂຕ້​. ຄວາມ​ສຳພັນ ລະຫວ່າງ​ທະຫານ​ກັບ​ທະ​ຫານຂອງ​ປະ​ເທດ​ທັງ​ສອງ​ແມ່ນ​ລົງ​ເລິກ ​ແລະ​ປະ​ເທດ ທັງ​ສອງ​ກໍ​ໄດ້​ທຳ​ການ​ຊ້ອມ​ລົບ​ປະຈຳ​ປີຮ່ວມ​ກັນ​ເປັນ​ປະຈຳ.

​ໃນ​ການໄປ​ຢ້ຽມຢາມ​ມຽນມາ​ໃນ​ວັນ​ຈັນ​ມື້ນີ້ ​ແລະ​ກຳປູ​ເຈຍ​ໃນ​ມື້ຕໍ່​ໄປ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ເຂ​ດ​ເອ​ເຊຍ​ຕາ​ເວັນ​ອອກນັ້ນ ​ແມ່ນ​ແນ​ໃສ່​ເພື່ອ​ໃຫ້​ຄຳ​ນິຍາມ ຫຼືຕີ​ຄວາມ​ໝາຍ​ໃຫ້​ເລິກ​ລົງ​ໄປຕື່ມ​ອີກ ກ່ຽວ​ກັບ​ການ​ຫັນ​ຈຸດ​ເພັ່ງ​ເລັງຂອງ​ສະຫະລັດ​ ໄປຍັງ​ຂົງ​ເຂດ​ເອ​ເຊຍ-ປາຊີ​ຟິກ.

ໃນ​ການ​ໃຫ້​ຄວາມ​ເຫັນ​ທີ່​ກຸງ​ວໍ​ຊິງ​ຕັນ​ນັ້ນ ທ່ານ Tom Donilon ທີ່​ປຶກສາ​ທາງດ້ານ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ​ກ່າ​ວວ່າ ການ​ຫັນປ່ຽນ​ທີ່​ວ່າ​ນີ້ ແມ່ນຫຼາຍ​ໄປ​ກວ່າຟື້ນຟູໃຫ້​ພັນທະ​ມິດມີ​ຊີວິດ​ຊີວາ​ຄືນ​ໃໝ່ ​ແລະ​ພົວພັນ​ກັບ​ອົງການ​ຈັດຕັ້ງລະດັບ​ພູມີພາກ​ຕ່າງໆ ​ເຊັ່ນ​ສະມາຄົມ​ອາ​ຊ່ຽນ​ເປັນຕົ້ນ.

ທ່ານ Donilon ກ່າວ​ວ່າ “ຈຸດປະສົງ​ໂດຍ​ທົ່ວ​ໄປ​ຂອງ​ພວກ​ເຮົາກໍ​ຄື​ຮັກສາສະພາບ​
ແວດ​ລ້ອມ​ດ້ານ​ຄວາມ​ໝັ້ນຄົງ​ໃຫ້ມີ​ສະຖຽນ​ລະ​ພາບ​ແບບ​ຍືນ​ຍົງ ​ໃນ​ລະບຽບ​ແບບ​ແຜນ​ຂອງ
ຂົງ​ເຂດ​ ທີ່​ມີ​ຮາກ​ເຫງົ້າ​ໃນ​ການ​ເປີດ​ກວ້າງ​ເສດຖະກິດ ​ແກ້​ໄຂ​ບັນຫາ​ຂັດ​ແຍ້​ງດ້ວຍ​ສັນຕິ​ວິທີ ປົກຄອງ​ແບບ​ປະຊາທິປະ​ໄຕ ​ແລະ​ ມີສິດ​ເສລີພາບ​ທາງດ້ານ​ການ​ເມືອງ.”




ໃນ​ວັນ​ຈັນ​ມື້ນີ້ ທ່ານ​ໂອ​ບາ​ມາ ​ເດີນທາງ​ໄປ​ຍັງ​ນະຄອນ​ຢ່າງ​ກຸ້ງ ຊຶ່ງ​ເຮັດ​ໃຫ້​ທ່ານເປັນ​ປະທາ​
ນາ​ທິບໍດີສະຫະລັດ​ທີ່​ຍັງ​ດຳລົງ​ຕຳ​ແໜ່​ງຢູ່​ຄົນ​ທຳ​ອິດ ທີ່​ເດີນທາງ​ໄປ​ຢ້ຽມຢາມປະ​ເທດ​ທີ່​ຖືກ
​ໂດດດ່ຽວ​ມາ​ເປັນ​ເວລາ​ຫຼາຍໆ​ທົດ​ສະ​ວັດ​ ພາຍ​ໃຕ້​ການ​ປົກຄອງຂອງ​ພວກ​ທະຫານ.

ຫຼັງຈາກ​ພົບ​ປະ​ກັບ​ປະທາ​ນາ​ທິບໍດີຫົວ​ປະ​ຕິຮູບ​ຂອງ​ມຽນມາ ທ່ານ Thien Sein ​ແລ້ວ ທ່ານ
​ໂອ​ບາ​ມາ ກໍ​ເດີນທາງ​ໄປ​ນະຄອນ​ຢ່າງ​ກຸ້ງ ​ເພື່ອ​ພົບ​ປະ​ກັບ​ທ່ານ​ນາງ ອອງຊານ ​ຊູ​ຈີ ຜູ້ນຳ​
ປະຊາທິປະ​ໄຕ​ຄົນ​ສຳຄັນ​ແລະ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ ຂອງ​ມຽນມາ.

ທ່ານ​ໂອ​ບາ​ມາ​ ​ຍັງກ່າວ​ຄຳ​ປາ​ໄສ ​ຕໍ່​ປະຊາຊົນ​ມຽນມາຈາກມະຫາວິທະຍາ​ໄລ​ຢ່າງ​ກຸ້ງ.

ທີ່​ກຳປູ​ເຈຍ ປະທານາທິບໍດີ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ເຈລະຈາ​ຫາລື​ກັບ​ພວກ​ຜູ້ນຳ​ຂອງ​ສະມາຄົມ​ບັນດາ​ປະຊາ​ຊາດ​ໃນ ​ເຂດ​ເອ​ເຊຍ​ຕາ​ເ​ວັນ​ອອກສຽງ​ໃຕ້​ຫຼືອາ​ຊ່ຽນ.

ທຳນຽບຂາວ​ກ່າວ​ວ່າ ນອກ​ນັ້ນ ທ່ານ​ໂອ​ບາ​ມຍັງ​ຈະ​ເຈລະຈາ​ຫາລື​ກັບ​ທ່ານ​ຮຸນ ເຊ​ນ ນາຍົກລັດຖະມົນຕີກຳປູ​ເຈຍ ​ເພື່ອ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ຂອງ​ສະຫະລັດ ​ກ່ຽວ​ກັບ​ ການ​ລ່ວງ​ລະ​ເມີດ​ສິດທິ​ມະນຸດ​ໃນ​ກຳປູ​ເຈຍ.

ເບິ່ງວີດິໂອ ທ່ານໂອບາມາກ່າວຄໍາປາໄສ ຢູ່ມະຫາວິທະຍາໄລຢ່າງກຸ້ງ:

XS
SM
MD
LG