ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຈະເນັ້ນ ເລື່ອງສິດທິມະນຸດ ລະຫວ່າງ ການຢ້ຽມຢາມ ເອເຊຍ ອາຄະເນ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ
ເຈົ້າໜ້າທີ່ທຳນຽບຂາວໃຫ້ການຄໍ້າປະກັນຕໍ່ພວກຕຳໜິຕິຕຽນວ່າ
ປະທານາທິບໍດີບາຣັກ ໂອບາມາ ຈະບໍ່ລະເລີຍ ຕໍ່ຄວາມວິຕົກກັງ ວົນກ່ຽວກັບການນັບຖືສິດທິມະນຸດໃນລະຫວ່າງການເດີນທາງໄປ ຢ້ຽມຢາມຂົງເຂດເອເຊຍຕາເວັນອອກສຽງໃຕ້ ຊຶ່ງຈະມີຂຶ້ນ ໃນໄວ
ໄວນີ້.

ປະທານາທິບໍດີໂອບາມາ ຈະອອກເດີນທາງໃນວັນເສົາມື້ອື່ນນີ້
ເພື່ອຢ້ຽມຢາມປະເທດກຳປູເຈຍ ໄທແລະມຽນມາເປັນເວລາ 3
ມື້. ນີ້ແມ່ນການເດີນທາງ ໄປຢ້ຽມຢາມຕ່າງປະເທດເທື່ອທຳອິດ
ຂອງທ່ານ ນັບຕັ້ງແຕ່ໄດ້ຖືກເລືອກ ໃຫ້ເຂົ້າຮັບຕຳແໜ່ງຕື່ມອີກ
ເປັນສະໄໝທີສອງ ຊຶ່ງເປັນການເນັ້ນໜັກໃຫ້ເຫັນ ເຖິງຄວາມ
ສຳຄັນກ່ຽວກັບການເພັ່ງເລັງໃໝ່ ຂອງລັດຖະບານສະຫະລັດຕໍ່
ຂົງເຂດດັ່ງກ່າວ.

ຈຸດເດັ່ນໃນການຢ້ຽມຢາມເທື່ອນີ້ ກໍຈະແມ່ນການຢຸດແວ່ເປັນເວລາສັ້ນໆຂອງທ່ານໂອບາ ມາ ທີ່ປະເທດມຽນມາ ຊຶ່ງເປັນການຢ້ຽມຢາມຄັ້ງທຳອິດໃນປະວັດສາດຂອງປະທານາທິບໍ ດີສະຫະລັດ ຕໍ່ປະເທດທີ່ເຄີຍປົກຄອງໂດຍລັດຖະບານທະຫານດັ່ງກ່າວ.

ກຸ່ມປົກປ້ອງສິດທິມະນຸດບາງກຸ່ມຄັດຄ້ານຕໍ່ການເດີນທາງໄປຢ້ຽມຢາມຂອງປະທານາທິບໍ ດີ ຮວມທັງທ່ານ Matthew Smith ນັກຄົ້ນຄວ້າຂອງກຸ່ມປົກປ້ອງສິດທິມະນຸດ Human Rights Watch ຊຶ່ງທ່ານກ່າວຕໍ່ວີໂອເອວ່າ ທ່ານໂອບາມາຄວນຈະລໍຖ້າໄປຈົນກວ່າໃຫ້ ມີການປະຕິຮູບຫຼາຍກວ່ານີ້.

ທ່ານ Smith ເວົ້າວ່າ “ຄວາມສ່ຽງໃນການໄປຢ້ຽມຢາມເວລານີ້ຂອງທ່ານໂອບາມາ ກໍຄືການໄປມີໜ້າຂອງທ່ານພຽງຢ່າງດຽວ ກໍຈະເກືອບເທົ່າກັບເປັນການອະນຸມັດ ຕໍ່ລັດຖະບານຊຸດປັດຈຸບັນຊຶ່ງຍັງສືບຕໍ່ລ່ວງລະເມີດສິດທິມະນຸດຢ່າງຮ້າຍແຮງນັ້ນ.”

ທ່ານ Smith ກ່າວວ່າ ສິ່ງທີ່ທ່ານເປັນຫ່ວງທີ່ສຸດ ກໍຄືມຽນມາ ຍັງບໍ່ທັນປ່ອຍພວກນັກໂທດ ການເມືອງທັງໝົດເທື່ອແລະຍັງບໍ່ທັນເຂົ້າແຊກແຊງເພື່ອຍຸຕິການກໍ່ຄວາມຮຸນແຮງຕໍ່ພວກ
ມຸສລິມໂຣຮິງຢາ ທີ່ລັດຣາຄີນ ທາງພາກຕາເວັນຕົກຂອງປະເທດ.

ແຕ່ທ່ານ Tom Donilon ທີ່ປຶກສາທາງດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດກ່າວ ວ່າການເດີນທາງໄປຢ້ຽມຢາມຄັ້ງນີ້ຈະສະໜອງໂອກາດໃຫ້ທ່ານໂອບາມາເພື່ອກົດດັນໃຫ້ ປະທານາທິບໍດີທຽນເຊນແຫ່ງມຽນມາແລະບຸກຄົນອື່ນໆອີກດຳເນີນການປະຕິຮູບເພີ້ມຕື່ມ.

ກ່ຽວຂ້ອງກັນ

XS
SM
MD
LG