ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ເດີນທາງ ໄປເຖິງ ປະເທດໄທແລ້ວ (ສະໄລດ໌)


ປະທານາທິບໍດີບາຣັກ ໂອບາມາ ຈັບມືກັບນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ, ລຸນຫລັງສິ້ນສຸດ ກອງປະຊຸມ ຖະແຫລງຂ່າວຮ່ວມກັນ ທີ່ຫ້ອງການລັດຖະບານໄທ ທີ່ບາງກອກ ໃນວັນອາທິດ ທີ 18 ພະຈິກ 2012 (AP Photo/Pablo Martinez Monsivais)
ປະທານາທິບໍດີບາຣັກ ໂອບາມາ ຈັບມືກັບນາຍົກລັດຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ, ລຸນຫລັງສິ້ນສຸດ ກອງປະຊຸມ ຖະແຫລງຂ່າວຮ່ວມກັນ ທີ່ຫ້ອງການລັດຖະບານໄທ ທີ່ບາງກອກ ໃນວັນອາທິດ ທີ 18 ພະຈິກ 2012 (AP Photo/Pablo Martinez Monsivais)
ປະທານາທິບໍດີບາຣັກ ໂອບາມາ ໄດ້ເດີນທາງໄປເຖິງປະເທດໄທ
ຊຶ່ງເປັນບ່ອນຢຸດ ແວ່ບ່ອນທໍາອິດຂອງທ່ານ ໃນການເດີນທາງ
ໄປຢ້ຽມຢາມຂົງເຂດເອເຊຍ ທີ່ຈະຮວມທັງມຽນມາ ແລະກຳປູ
ເຈຍອີກດ້ວຍ ໃນການເດີນທາງໄປຢ້ຽມຢາມຕ່າງປະເທດເທື່ອ
ທຳອິດຂອງທ່ານ ນັບຕັ້ງແຕ່ໄດ້ຖືກເລືອກໃຫ້ເຂົ້າຮັບຕຳແໜ່ງ
ຕື່ມອີກ ເປັນສະໄໝທີ ສອງໃນເກືອບສອງອາທິດຜ່ານມາ.

ໃນຂະນະທີ່ຢ້ຽມຢາມບາງກອກ ໃນວັນອາທິດມື້ນີ້ ທ່ານໂອບາມາ
ໄດ້ພົບກັບນາຍົກລັດ ຖະມົນຕີໄທ ທ່ານນາງຍິ່ງລັກ ຊິນນະວັດ, ເຂົ້າຮ່ວມຮັບປະທານອາຫານຄໍ່າແລະພົບກັບ ພະນັກງານຂອງ
ສະຖານທູດອາເມຣິກາ.

ການຢ້ຽມຢາມເທື່ອນີ້ ແມ່ນເປັນການເນັ້ນໜັກໃຫ້ເຫັນເຖິງ
ຄວາມສຳຄັນກ່ຽວກັບການເພັ່ງເລັງໃໝ່ຕໍ່ຂົງເຂດດັ່ງກ່າວທີ່ເພີ້ມຂຶ້ນຂອງໂອບາມາ ໃນຂະ ນະທີ່ທ່ານພະຍາຍາມປະຕິບັດຕາມຄຳໝັ້ນສັນຍາ ທີ່ຈະເພີ້ມທະວີຄວາມເຂັ້ມແຂງໃຫ້ ແກ່ເສດຖະກິດສະຫະລັດ ໃນຂະ ນະທີ່ເຂົ້າຮັບຕຳແໜ່ງຕື່ມອີກສີ່ປີ ເປັນສະໄໝທີສອງ. ລັດຖະບານຂອງທ່ານໂອບາມາເວົ້າວ່າ ນະໂຍບາຍຕ່າງປະເທດ ແລະການເຂົ້າໄປພົວພັນ
ຂອງອາເມຣິກັນ ຈະ “ຫັນ” ໄປຫາຂົງເຂດເອເຊຍ ໃນອະນາຄົດ.

ເມື່ອທ່ານໄປເຖິງມຽນມາໃນມື້ວັນຈັນ ທ່ານໂອບາມາ ຈະເປັນປະທານາທິບໍດີສະຫະລັດ ຄົນທຳອິດໃນປະວັດສາດທີ່ໄປຢ້ຽມຢາມປະເທດດັ່ງກ່າວທີ່ຫາກໍ່ຫຼຸດພົ້ນຈາກການປົກຄອງ
ຢ່າງເຄັ່ງຄັດຂອງລັດຖະບານທະຫານ. ລັດຖະບານມຽນມາ ໄດ້ອ່ອນຍອມຕໍ່ຄວາມກົດ ດັນຂອງສາກົນ ແລະໄດ້ເລີ້ມທໍາການປະຕິຮູບດ້ານປະຊາທິປະໄຕ ແຕ່ກຸ່ມປົກປ້ອງສິດ ທິມະນຸດບາງກຸ່ມໄດ້ເຕືອນວ່າ ປະເທດດັ່ງກ່າວ ຍັງບໍ່ທັນເປັນປະເທດທີ່ມີເສລີພາບຢ່າງ ເຕັມສ່ວນເທື່ອ.

ໃນການເດີນທາງໄປຢ້ຽມຢາມຄັ້ງນີ້ ປະທານາທິບໍດີໂອບາມາ ມີກໍານົດທີ່ຈະພົບກັບ ປະ ທານາທິບໍດີມຽນມາ ທ່ານ Thein Sein ແລະທ່ານນາງ ອອງຊານ ຊູຈີ, ນັກເຄື່ອນໄຫວ ເພື່ອປະຊາທິປະໄຕຄົນສຳຄັນ ທີ່ຫາກໍ່ໄດ້ຖືກປ່ອຍໃຫ້ເປັນອິດສະລະ ໃນປີ 2010 ລຸນ ຫລັງທີ່ໄດ້ຖືກກັກບໍລິເວນ ມາເປັນເວລາເກືອບສອງທົດສະວັດ.

ເບິ່ງປະມວນພາບຂອງການເດີນທາງຢ້ຽມຢາມເອເຊຍຂອງ ປ. ໂອບາມາ ຮອດວັນທີ 18 ພະຈິກ 2012:

XS
SM
MD
LG