ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນະໂຍບາຍ ຫັນໄປເອເຊຍ ເຮັດໃຫ້ ສຫລ ມີອິດທິພົນ ເພີ້ມຂຶ້ນ ແຕ່ບໍ່ສາມາດ ຢຸດຢັ້ງຈີນ


ພາບບັນທຶກຂອງ ທະຫານ ນາວິກະໂຍທິນ ສະຫະລັດ ແລະ ຟີລິບປິນທຳການຊ້ອມລົບຮ່ວມກັນ.
ພາບບັນທຶກຂອງ ທະຫານ ນາວິກະໂຍທິນ ສະຫະລັດ ແລະ ຟີລິບປິນທຳການຊ້ອມລົບຮ່ວມກັນ.

ຫ້​າປີ​ຫລັງ​ຈາກປະທານາທິບໍດີສະຫະລັດ ທ່ານ Barack Oba-
ma ​ໄດ້​ໃຫ້ຄວາມໝັ້ນ​ໝາຍ ​ຕໍ່​ຍຸດ​ທະ​ສາດ ​ເພື່ອ​ສ້າງຄວາມກໍ້າ
​ເກິ່ງຄືນ​ໃໝ່ໄປ​ສູ່​ເຂດເອ​ເຊຍ ໂດຍ​ການເຄື່ອນຍ້າຍ ​ຊັບພະຍາ
ກ​ອນດ້ານ​ການ​ທູດແລະ​ການທະຫານ ​ໄປ​ສູ່ກົງຈັກເສດຖະກິດ​
ໂລກ ທີ່ບັນດາ​ຜູ້ຕຳ​ໜິຕິ​ຕຽນກ່າວ​ວ່າ ການ​ເຄື່ອນ​ໄຫວ​ດັ່ງກ່າວ
​ຕີ​ລາຄາ​ສູງ​ເກີນ​ໄປແລະ​ມາ​ຮອດ​ປັດຈຸບັນ​ແມ່ນ​ໄດ້ຜົນ​ຕ່ຳ​ກວ່າ​
ການຄາດໝາຍ.

ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ຂວາ) ໂອ້ລົມກັບ ຜູ້ບັນຊາການກອງທັບເຮືອ ສະຫະລັດ ທ່ານ Robert C. Francis Jr.,
ລັດຖະມົນຕີປ້ອງກັນປະເທດ ສະຫະລັດ ທ່ານ Ash Carter (ຂວາ) ໂອ້ລົມກັບ ຜູ້ບັນຊາການກອງທັບເຮືອ ສະຫະລັດ ທ່ານ Robert C. Francis Jr.,

ໃນ​ເວລາ​ທີ່ປັກ​ກິ່ງ ​ທຳ​ການ​ເຄື່ອນ​ໄຫວແບບ​ມີ​ຄວາມ​ໝັ້ນ​ໃຈ​ຫລາຍ​ຂຶ້ນ​ໃນ​ການ​ອ້າງ​ເອົາ​ກຳມະສິດ​ຢູ່​ທະ​ເລ​ຈີນ​ໃຕ້​ນັ້ນ ​ໄດ້​ກາຍ​ເປັນ​ຫົວຂໍ້​ຂ່າວ ​ແລະພາ​ໃຫ້​ເກີດ​ຄວາມເປັນຫ່ວງ​ຈາກບັນດາ​ປະ​ເທດຢູ່​ໃນ​ຂົງ​ເຂດ ຈຳນວນ​ໜຶ່ງ​ກ່າວ​ວ່າ ຈີນກຳ ລັງ​ປາກົດ​ວ່າ​ໃຊ້​ອຸບາຍ​ເອົາ​ຊະນະບັນດາ​ຄູ່​ແຂ່ງ ໃນການ​ແຂ່ງຂັນ​ອ້າງ​ເອົາກຳມະ ສິດ​ຂອງ​ຕົນ​ໃນ​ເຂດທະ​ເລ​ຍຸດ​ທະ​ສາດ​ອັນ​ກວ້າງ​ໃຫຍ່.

ເກາະ Yongxing ທີ່ມີການໂຕ້ແຍ້ງກັນ ໃນໝູ່ເກາະ Paracel.
ເກາະ Yongxing ທີ່ມີການໂຕ້ແຍ້ງກັນ ໃນໝູ່ເກາະ Paracel.

ທ່ານ William Shoong ​ເຈົ້າໜ້າ​ທີ່​ອະ​ວຸ​ໂສຈາກ​ກຸ່ມສົນທະນາ Changri-la ​ດ້ານ​ຄວາມ​
ໝັ້ນຄົງ ​ໃນ​ເຂດປາຊິ​ຟິກ ​ຢູ່​ສິງ​ກະ​ໂປກ່າວ​ວ່າ “​ໃນ​ຂະນະ​ທີ່​ຜູ້​ໃດ​ຜູ້​ໜຶ່ງ ກຳລັງ​ນັ່ງຢູ່​ໃນ​ຂົງ​ເຂດເອ​ເຊຍ​ປາຊິ​ຟິກ ​ແລະ​ສັງ​ເກດ​ເບິ່ງ​ການ​ມີໜ້າ ຂອງ​ສະຫະລັດ​ ຢູ່​ໃນ​ເຂດ​ເອ​ເຊ​ຍປາຊີ ຟິກນັ້ນພວກ​ເຮົາ​ເຫັນ​ແຕ່ພຽງ​ມົວໆຂອງ​ຄວາມກໍ້າ​ເກິ່ງ.”

ປະທານາທິບໍດີ Barack Obama ເປັນເຈົ້າພາບຕ້ອນຮັບ ບັນດາ ປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລືອາຊຽນ
ປະທານາທິບໍດີ Barack Obama ເປັນເຈົ້າພາບຕ້ອນຮັບ ບັນດາ ປະເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍອາຄະເນ ຫລືອາຊຽນ

ເປັນ​ເວລາ​ຫລາຍ​ທົດ​ສະ​ວັດມາ​ແລ້ວ ກອງທັບ​ເຮືອ​ສະຫະລັດ ​ໄດ້​ປ້ອງ​ກັນ​ເສັ້ນ​ທາງ​ເດີນ​ເຮືອ​ທີ່​ສຳຄັນ​ໃນ​ມະຫາ​ສະມຸດປາຊິ​ຟິກ. ກອງທັບ​ເຮືອ​ສະຫະລັດ ຍັງ​ເປັນ​ຜູ້​ມີ​ອຳ​ນາດ​ໃຫຍ່​ສຸດ ຢູ່​ໃນ​ມະຫາ​ສະມຸດ ​ແຕ່​ວ່່າ ຈີນໄດ້​ເຄຶ່ອນ​ໄຫວ​ທີ່ຈະບັງ​ຂັບກ່ຽວ​ກັບ​ການອ້າງ​ເອົາ​ກຳມະ
ສິດ​ຂອງ​ຕົນ ​ແລະ​ຂະຫຍາຍການ​ມີໜ້າ​ຢູ່​ໃນທະ ​ເລຈີນ​ໃຕ້ ​ໂດຍປາດ​ສະ​ຈາກ​ການ​ວາງກຳ​ລັງ​ທະຫານ​ຢ່າງ​ເປັນ​ທາງ​ການຢູ່​ທີ່​ນັ້ນ.

Obama Seeks to Solidify America as Leader in SE Asia
please wait

No media source currently available

0:00 0:00:43 0:00

XS
SM
MD
LG