ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາຢ້ຽມຢາມອິນເດຍ


ເຈົ້າໜ້າທີ່ອິນເດຍແລະສະຫະລັດ ໃຫ້ການຕ້ອນຮັບ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ທີ 2 ຈາກຊ້າຍ) ລຸນຫຼັງທີ່ໄດ້ເດີນທາງໄປເຖິງນະຄອນມູມໄບ (6 ພະຈິກ 2010)
ເຈົ້າໜ້າທີ່ອິນເດຍແລະສະຫະລັດ ໃຫ້ການຕ້ອນຮັບ ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ (ທີ 2 ຈາກຊ້າຍ) ລຸນຫຼັງທີ່ໄດ້ເດີນທາງໄປເຖິງນະຄອນມູມໄບ (6 ພະຈິກ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາເລີ້ມການ
ຢ້ຽມຢາມເອເຊຍໃນວັນເສົາມື້ນີ້ ຢູ່ນະຄອນມູມໄບສູນກາງ
ການເງິນຂອງອິນເດຍບ່ອນທີ່ທ່ານກ່າວວ່າສະຫະລັດແລະ
ອິນເດຍ ມີຄວາມເຫັນສອດຄ່ອງກັນ ໃນຄວາມຕັ້ງໃຈຢ່າງ
ແນ່ວແນ່ ເພື່ອຄໍ້າປະກັນຄວາມປອດໄພໃນອະນາຄົດຈາກ
ການໂຈມຕີກໍ່ການຮ້າຍ.

ປະທານາທິບໍດີໂອບາມາເວົ້າວ່າ ສະຫະລັດແລະອິນເດຍ
ໃນເວລານີ້ ກຳລັງດຳເນີນງານຮ່ວມກັນແບບໃກ້ຊິດກວ່າ
ແຕ່ກ່ອນໃນການແບ່ງປັນຂໍ້ມູນສືບລັບ ປ້ອງກັນການໂຈມ
ຕີ ແລະການທວງໃຫ້ນຳເອົາໂຕພວກກໍ່ການມາດຳເນີນຄະ
ດີລົງໂທດ.

ທ່ານກ່າວວ່າ ທ່ານຫວັງວ່າຈະມີການຮ່ວມມືໃນຕໍ່ຕ້ານການກໍ່ການຮ້າຍກັບອິນເດຍເພີ່ມຂຶ້ນ
ເວລາທ່ານພົບປະກັບນາຍົກລັດຖະມົນຕີອິນເດຍ ທ່ານ Manmohan Singh ທີ່ນະຄອນ
ຫຼວງນິວເດລີ.

ປະທານາທິບໍດີໂອບາມາໃຫ້ການຖະແຫຼງດັ່ງກ່າວທີ່ໂຮງແຮມ Taj Mahal ຊຶ່ງເປັນນຶ່ງໃນ
ເປົ້າໝາຍການໂຈມຕີຂອງພວກກໍ່ການຮ້າຍທີ່ນະຄອນມູມໄບ ໃນເດືອນພະຈິກປີ 2008 ທີ່
ເຮັດໃຫ້ມີຜູ້ເສຍຊີວິດ 166 ຄົນ.

ອິນເດຍແມ່ນບ່ອນຢຸດແວ່ບ່ອນທຳອິດໃນການຢ້ຽມຢາມເອເຊຍເປັນເວລາ 10 ມື້ ຂອງປະ
ທານາທິບໍດີໂອບາມາ ທີ່ເພັ່ງເລັງໃສ່ການເສີມຂະຫຍາຍຄວາມສຳພັນທາງດ້ານເສດຖະກິດ.

ທຳນຽບຂາວກ່າວວ່າ ປະທານາທິບໍດີໂອບາມາຈະປະກາດ ກ່ຽວກັບການຜ່ອນຜັນກົດລະ
ບຽບໃນການສົ່ງອອກສິນຄ້າໄປຍັງອິນເດຍ ໃນຄຳປາໄສຕໍ່ພວກຜູ້ນຳທຸລະກິດຂອງສະຫະ
ລັດແລະອິນເດຍໃນວັນເສົາມື້ນີ້. ນອກນັ້ນທ່ານຍັງມີກຳນົດທີ່ຈະປະກາດໃຫ້ຊາບກ່ຽວກັບ
ຂໍ້ຕົກລົງທາງດ້ານທຸລະກິດກັບອິນເດຍໃນມູນຄ່າ 10 ພັນລ້ານໂດລາ. ຄາດວ່າຂໍ້ຕົກລົງ
ດັ່ງກ່າວນີ້ຈະສ້າງວຽກເຮັດງານທຳຢູ່ໃນສະຫະລັດ 54,000 ໜ້າວຽກ.

ຫຼັງຈາກຢ້ຽມຢາມອິນເດຍແລ້ວ ທ່ານໂອບາມາ ຍັງຈະເດີນທາງໄປຢ້ຽມຢາມອິນໂດເນເຊຍ
ເກົາຫຼີໃຕ້ ແລະຍີ່ປຸ່ນ.

XS
SM
MD
LG