ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ສຫລ ຢ້ຽມຢາມ ເອເຊຍ


ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ອອກເດີນທາງໄປຢ້ຽມຢາມເອເຊຍ (5 ພະຈິກ 2010)
ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ອອກເດີນທາງໄປຢ້ຽມຢາມເອເຊຍ (5 ພະຈິກ 2010)

ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ອອກ
ເດີນທາງໄປຢ້ຽມຢາມເຂດເອເຊຍເປັນເວລາ 10 ມື້ໃນ
ວັນສຸກມື້ນີ້ ເພື່ອເສີມຂະຫຍາຍຄວາມສຳພັນທາງດ້ານ
ເສດຖະກິດກັບບັນດາປະເທດທີ່ມີເສດຖະກິດພຸ່ງພົ້ນໃໝ່
ຢູ່ໃນຂົງເຂດ.

ບ່ອນຢຸດແວ່ບ່ອນທຳອິດຂອງປະທານາທິບໍດີໂອບາມາ
ແມ່ນປະເທດອິນເດຍ ທີ່ທ່ານຈະໄດ້ໃຊ້ເວລາ 4 ມື້ໄປ
ຢ້ຽມຢາມສູນກາງການເງິນ ນະຄອນມູມໄບ ແລະນະ
ຄອນຫຼວງນິວເດລີ ພ້ອມກັບພວກຜູ້ນຳທຸລະກິດຂອງ
ສະຫະລັດຈຳນວນນຶ່ງ. ປະທານາທິບໍດີໂອບາມາກ່າວ
ຕໍ່ພວກນັກຂ່າວ ທີ່ທຳນຽບຂາວ ໃນວັນພະຫັດວານນີ້ວ່າ ຂົງເຂດດັ່ງກ່າວແມ່ນນຶ່ງໃນບັນດາ
ຕະຫຼາດທີ່ມີການເຕີບໃຫຍ່ຂະຫຍາຍໂຕໄວທີ່ສຸດໃນໂລກແລະເປົ້າໝາຍຂອງທ່ານກໍຄືເປີດຕະ
ຫຼາດເຫຼົ່ານ ີ້ເພື່ອຂາຍສິນຄ້າຂອງສະຫະລັດ ແລະສ້າງວຽກເຮັດງານທຳ.

ການຢຸດແວ່ທີ່ປະເທດອິນເດຍ ເປັນການຢຸດແວ່ຢ້ຽມຢາມຕ່າງປະເທດທີ່ດົນທີ່ສຸດນັບແຕ່ທ່ານ
ໄດ້ເຂົ້າຮັບຕຳແໜ່ງມາ.

ຫຼັງຈາກປະເທດອິນເດຍແລ້ວ ທ່ານໂອບາມາກໍຈະໄປຢ້ຽມຢາມອິນໂດເນເຊຍບ່ອນທີ່ທ່ານ
ເຄີຍອາໄສຢູ່ ໃນຂະນະທີ່ຍັງເປັນເດັກນ້ອຍຫຼັງຈາກນັ້ນ ກໍຈະເດີນທາງໄປຍັງກຸງໂຊລເພື່ອ
ເຂົ້າຮ່ວມກອງປະຊຸມສຸດຍອດຂອງກຸ່ມຈີ 20 ຫຼື 20 ປະເທດ ທີ່ມີເສດຖະກິດໃຫຍ່ສຸດໃນ
ໂລກ.

XS
SM
MD
LG