ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ໂອບາມາກ່າວວ່າ ອິນເດຍແລະ ປາກິສຖານ ຈະຕ້ອງສົ່ງເສີມສັນຕິພາບ


ປະທານາທິບໍດີໂອບາມາຈັບມືກັບນາຍົກອິຣເດຍທ່ານມັນໂມຫັນ ສິງ
ວັນທີ 7 ພະຈິກ 2010
ປະທານາທິບໍດີໂອບາມາຈັບມືກັບນາຍົກອິຣເດຍທ່ານມັນໂມຫັນ ສິງ ວັນທີ 7 ພະຈິກ 2010

ເວລາ​ນີ້ ປະທານາທິບໍດີ​ບາຣັກ​ ໂອ​ບາ​ມາ​ ​ກໍາລັງ​ຢູ່​ທີ່​ນະ​ຄອນຫລວງ New Delhi ຫລັງ
ຈາກ​ໄດ້​ທໍາ​ການ​ໂອ້​ລົມ​ສົນທະນາເລື້ອງທີ່​ຫລໍ່​ແຫລມ​ກ່ຽວ​ກັບສາຍ​ພົວພັນ​ຂອງ​ສະຫະລັດກັບ​
ປາ​ກິສຖານ​ ໃນ​ລະຫວ່າງ​ການ​ພົບ​ປະກັນກັບ​ພວກ​ນັກ​ສຶກສາ​ອິນ​ເດຍ​ ໃນ​ນະ​ຄອນ​ມອມ​ໄບ.

ນາຍົກລັດຖະມຸນຕີ​ອິນ​ເດຍ ທ່ານ Manmohan Singh ​ໄດ້ໄປຮັບ​ຕ້ອນ​ທ່ານ​ໂອ​ມາ​ບາ
ເວລາ​ທ່ານ​ເດີນທາງ​ໄປ​ຮອດ​ສະໜາມ​ບິນ​ ທີ່​ເມືອງຫລວງ​ຂອງ​ອິນ​ເດຍ​ໃນ​ວັນ​ອາທິດ​ມື້​ນີ້
ຊຶ່ງ​ເປັນ​ບ່ອນ​ຢຸດ​ແວ່​ແຫ່ງທີ​ສອງ​ ຂອງ​ທ່ານ​ໂອ​ບາ​ມາ​ ໃນ​ການຢ້ຽມຢາມ​ຂົງ​ເຂດ​ເອ​ເຊຍເປັນ​ ເວລາ 10 ມື້​ ຂອງ​ທ່ານ.

ຜູ້​ນໍາ​ທັງ​ສອງ​ມີ​ໝາຍ​ກໍານົດ​ ທີ່​ຈະ​ພົບ​ປະກັນ​ອີກ​ທີ່​ງານ​ລ້ຽງ​ອາຫານ​ຄໍ່າໃນ​ຕອນ​ແລງວັນອາ
ທິດ​ມື້​ນີ້ ກ່ອນ​ຈະ​ປະກາດ​ຂໍ້​ຕົກ​ລັງ​ກັນ​ຊຸດ​ນຶ່ງໃນ​ວັນ​ຈັນ​ມື້​ອື່ນກ່ຽວ​ກັບ​ເລື້ອງ​ຕ່າງໆຮວມທັງ​
ເລື້ອງການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ ແລະ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.

ທ່ານ​ໂອ​ບາ​ມາ​ກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ ສະຫະລັດ​ກໍາລັງ​ດໍາ​ເນີນ​ງານຢ່າງ​ຂະຫຍັນ​ຂັນ​ແຂງ​
ເພື່ອ​ຕໍ່ສູ້​ກັບ​ໂຣກມະ​ເຮັງ​ຂອງ​ພວກ​ມຸສລິ​ມຫົວຮຸນ​ແຮງ​ຈັດ ​ແຕ່​ເວົ້າ​ວ່າ ຄວາມ​ຄືບໜ້າ​ຈະ​ບໍ່​ມາ
ໄວ​ເທົ່າ​ທີ່ສະຫະລັດຢາກ​ຈະໃຫ້​ມັນ​ເປັນ​ໄປ​.

ອິນ​ເດຍຖິ້ມ​ໂທດ​ໃສ່​ປາ​ກິ​ສຖານ​ວ່າ ​ສົ່ງ​ເສີມ​ພວກມຸສລິ​ມຫົວ​ຮຸນ​ແຮງ​ຈັດ​ທີ່​ໄດ້​ທໍາ​ການ​ໂຈມ​ຕີ
ນະ​ຄອມ​ມອມ​ໄບ ​ໃນ​ປີ 2008 ຊຶ່ງ​ໄດ້​ເຮັດ​ໃຫ້​ມີຜູ້ຄົນ​ເສຍ​ຊີວິດ​ໄປ​ຫລາຍ​ກວ່າ 160 ຄົນ​ນັ້ນ.

XS
SM
MD
LG