ປະທານາທິບໍດີບາຣັກ ໂອບາມາ ໄດ້ຈັດງານລ້ຽງອາຫານ
ຄໍ່າຕ້ອນຮັບທ່ານ ມັນໂມຫັນ ສິງ ນາຍົກລັດຖະມຸນຕີອິນ
ເດຍຢ່າງເປັນທາງການໃນປີແລ້ວນີ້ ທີ່ທໍານຽບຂາວ ຊຶ່ງເປັນ
ເທື່ອທໍາອິດຂອງທ່ານໃນຖານະປະທານາທິບໍດີ. ແລະທ່ານ
ສິງ ກໍມີແຜນການທີ່ຈະຕອບສະໜອງຢູ່ທີ່ກຸງນີວເດລີ ໃນ
ລະຫວ່າງການຢ້ຽມຢາມທີ່ຈະມາເຖິງນີ້ຂອງທ່ານ ໂອບາມາ
ນັ້ນ. ການສໍາຫລວດຫາງສຽງປະຊາຊົນສະແດງໃຫ້ເຫັນ
ວ່າ ທ່ານໂອບາມາ ໄດ້ຮັບຄວາມນິຍົມຊົມຊອບຢ່າງສູງຢູ່
ໃນອິນເດຍ ຊຶ່ງເປັນປະເທດປະຊາທິປະໄຕໃຫຍ່ທີ່ສຸດຂອງ
ໂລກນັ້ນ.
ນອກນັ້ນ ອິນເດຍຍັງເປັນອໍານາດດ້ານເສດຖະກິດ ແລະຍຸດ
ທະສາດ ທີ່ກໍາລັງເຕີບໃຫຍ່ຂຶ້ນນັບມື້ເຊ່ນກັນ ໂດຍມີຊົນຊັ້ນ
ກາງທີ່ຂະຫຍາຍໃຫຍ່ຂຶ້ນເລື້ອຍໆ ທີ່ໂດຍສ່ວນໃຫຍ່ແລ້ວ
ແມ່ນໄດ້ລອດຈາກຜົນກະທົບຂອງສະພາວະເສດຖະກິດຕົກ
ຕໍ່າຂອງໂລກນັ້ນ. ທ່ານ Ron Sommers ຈາກສະພາທຸລະກິດສະຫະລັດ-ອິນເດຍ ກ່າວ
ວ່າ ການຢ້ຽມຢາມຂອງປະທານາທິບໍດີ ໂອບາມາ ສາມາດນໍາຜົນປະໂຫຍດທາງດ້ານເສດ
ຖະກິດທີ່ສໍາຄັນ ມາໃຫ້ທັງສອງປະເທດໄດ້ ຊຶ່ງທ່ານ Sommers ຊີ້ແຈງຕື່ມວ່າ:
"ເວລານີ້ ພວກເຮົາແມ່ນມີຄວາມຈໍາເປັນທີ່ຈະຕ້ອງພາກັນສ້າງວຽກ ການຂຶ້ນຢູ່ໃນ
ທັງສອງປະເທດ ຢູ່ໃນທັງສອງສັງຄົມ ດັ່ງນັ້ນການເນັ້ນໜັກຢູ່ໃນທີ່ນີ້ ຈະແມ່ນ
ຖະໜົນໃຫຍ່ສອງທາງໄປກັບ ທີ່ກໍາລັງພັດທະນາຂຶ້ນລະຫວ່າງ ສະຫະລັດກັບອິນ
ເດຍ ໃນແງ່ທີ່ວ່າ ອິນເດຍ ເປັນປະເທດທີ່ເຕີບໂຕທາງດ້ານຕະຫລາດໄວທີ່ສຸດ
ປະເທດນຶ່ງໃນໂລກ."
ສາຍພົວພັນດ້ານເສດຖະກິດທີ່ເລິກເຊິ່ງຂຶ້ນ ລະຫວ່າງສະຫະລັດແລະອິນເດຍ ແມ່ນມີຂຶ້ນໃນ
ເວລາທີ່ອິນເດຍກໍາລັງຊອກຫາຄູ່ຮ່ວມມືໃນແຫ່ງອື່ນໆ ອັນເປັນພາກສ່ວນນຶ່ງຂອງນະໂຍບາຍ
“Look East” ຫລື “ມອງໄປຍັງໂລກຕາເວັນອອກ” ຂອງອິນເດຍ ທີ່ໄດ້ນໍາພານາຍົກລັດ
ຖະມຸນຕີ ສິງ ໄປຢ້ຽມຢາມຍີ່ປຸ່ນ ຫວຽດນາມແລະມາເລເຊຍ ໃນລະຫວ່າງໄວໆມານີ້.
ທ່ານ Walter Andersen ນັກຊ່ຽວຊານ
ດ້ານເອເຊຍໃຕ້ ທີ່ສະຖາບັນສຶກສາລະຫວ່າງ
ຊາດຂອງມະຫາວິທະຍາໄລ Johns
Hopkins ກ່າວວ່າ:
"ການພັດທະນາຂຶ້ນລະຫວ່າງ ສະຫະລັດ
ກັບອິນເດຍ ໃນແງ່ທີ່ວ່າອິນເດຍ ເປັນ
ປະເທດທີ່ເຕີບໂຕທາງດ້ານຕະຫລາດ
ໄວທີ່ສຸດ ປະເທດນຶ່ງໃນໂລກມີຄວາມ
ສາມາດບົ່ມຊ້ອນອັນໃຫຍ່ຫລວງສໍາລັບ
ການລົງທຶນໂດຍກົງຂອງຕ່າງປະເທດ
ຈາກຍີ່ປຸ່ນ ຊຶ່ງເປັນປະເທດທີ່ຍັງບໍ່ໄດ້
ລົງທຶນຫຍັງຫລາຍເທື່ອໃນເວລານີ້.
ແຕ່ຍີ່ປຸ່ນກໍກໍາລັງຈະລົງທຶນໃນແນວ
ທາງທີ່ສໍາຄັນຫລາຍ ຢູ່ໃນອິນເດຍ. ນອກນີ້ແລ້ວ ກໍຍັງມີປັດໃຈສໍາຄັນດ້ານຍຸດທະສາດ ເພາະວ່າມີຄວາມເປັນຫ່ວງໃນຂົງເຂດ ເອເຊຍຕາເວັນອອກສຽງໃຕ້ ແລະໃນຍີ່ປຸ່ນ ກ່ຽວກັບການເອົາບົດບາດທີ່ຢືນຢັດຫລາຍຂຶ້ນຂອງຈີນ ແລະເປັນທີ່ແຈ້ງຂາວວ່າ ພວກປະເທດເຫລົ່ານັ້ນທັງໝົດ ກໍແມ່ນຢາກມີຄວາມສໍາພັນອັນໃກ້ຊິດຂຶ້ນ ກັບປະເທດທີ່ເປັນມະຫາອໍານາດອັນດັບຕໍ່ໄປໃນເອເຊຍ ຊຶ່ງກໍຄືອິນເດຍນັ້ນເອງ."
ນະຄອນມອມໄບ ສູນກາງການຄ້າທີ່ອຶກກະທຶກຄຶກໂຄມ ເຕັມໄປດ້ວຍຊີວິດຊີວາຂອງອິນ
ເດຍ ຈະເປັນບ່ອນຢຸດແວ່ແຫ່ງທໍາອິດຂອງປະທານາທິບໍດີສະຫະລັດ. ໃນຂະນະຢ້ຽມຢາມ
ຢູ່ທີ່ນັ້ນ ທ່ານໂອບາມາ ຈະທໍາການພົບປະກັບບັນດາຜູ້ບໍລິຫານທຸລະກິດອາເມຣິກັນແລະ
ອິນເດຍ ຈະໄປຮ່ວມໃນພິທີໃຫ້ກຽດແກ່ພວກທີ່ໄດ້ຮັບເຄາະຈາກການໂຈມຕີຂອງພວກກໍ່
ການຮ້າຍໃນປີ 2008 ແລະທໍາການໂອ້ລົມສົນທະນາ ກັບປະຊາຊົນທີ່ມະຫາວິທະຍາໄລ
ທ້ອງຖິ່ນແຫ່ງນຶ່ງ ແລະທ່ານຈະໄປພັກຢູ່ທີ່ໂຮງແຮມ The Taj Hotel ຊຶ່ງເປັນນຶ່ງໃນບັນ
ດາເປົ້າໝາຍຂອງການໂຈມຕີ ຂອງພວກກໍ່ການຮ້າຍ ໃນປີ 2008 ນັ້ນ.
ທີ່ກຸງນີວເດລີ ທ່ານໂອບາມາ ມີກໍານົດຈະກ່າວຄໍາປາໄສຕໍ່ສະພາແຫ່ງຊາດຂອງອິນເດຍ
ຊຶ່ງຄາດກັນວ່າ ທ່ານຈະເອີ່ຍເຖິງຄວາມຈໍາເປັນໃນການບັນລຸການຈັດຕັ້ງປະຕິບັດໃນຂັ້ນ
ສຸດທ້າຍ ສົນທິສັນຍາວ່າດ້ວຍນີວເຄລຍທາງພົນລະເຮືອນ ລະຫວ່າງສະຫະລັດກັບອິນ
ເດຍນັ້ນ. ບັນດາເຈົ້າໜ້າທີ່ປະຈໍາທໍານຽບຂາວ ກ່າວວ່າ ການຢ້ຽມຢາມອິນໂດເນເຊຍ
ຂອງທ່ານໂອບາມາ ທີ່ໄດ້ເລື່ອນມາ 2 ເທື່ອແລ້ວໃນປີນີ້ ຈະເນັ້ນເຖິງຄວາມສໍາຄັນຂອງ
ປະເທດໝູ່ເກາະແຫ່ງນີ້ ໃນຖານະເປັນປະເທດທີ່ມີປະຊາກອນຊາວມຸສລິມຫລາຍທີ່ສຸດ
ໃນໂລກ ແລະຄວາມສໍາເລັດຂອງອິນໂດເນເຊຍ ໃນຖານະປະເທດປະຊາທິປະໄຕນັ້ນ.
ຢູ່ນະຄອນຫລວງ Jakarta ນັ້ນ
ທ່ານໂອບາມາ ມີແຜນການຈະ
ໄປຢ້ຽມຢາມໂບດ Istiqlal ຊຶ່ງ
ເປັນໂບດໃຫຍ່ທີ່ສຸດໃນອິນໂດເນ
ເຊຍ. ແຕ່ເນື່ອງຈາກບໍ່ມີເວລາ
ພຽງພໍ ທ່ານຈະບໍ່ໄປຢ້ຽມຢາມ
ໂຮງຮຽນປະຖົມ ທີ່ທ່ານເຄີຍໄດ້
ຮຽນ ຢູ່ໃນອິນໂດເນເຊຍເວລາ
ຍັງເປັນເດັກນ້ອຍນັ້ນ ເຖິງແມ່ນ
ວ່າ ມັນມີຄວາມໝາຍສໍາຄັນສໍາ
ລັບສ່ວນໂຕຂອງທ່ານກໍຕາມ.
ບ່ອນຢ້ຽມຢາມແຫ່ງຕໍ່ໄປ ແມ່ນນະຄອນຫລວງກຸງໂຊລ ຂອງເກົາຫລີໃຕ້ ບ່ອນທີ່ກໍາລັງມີ
ການກະກຽມຫ້າງຫາ ສໍາລັບກອງປະຊຸມສຸດຍອດຂອງກຸ່ມ 20 ເສດຖະກິດທີ່ສໍາຄັນຂອງ
ໂລກ ຫລື G20 ຊຶ່ງເປັນເທື່ອທໍາອິດທີ່ຈັດຂຶ້ນໃນເອເຊຍ.
ຫລັງຈາກນັ້ນ ທ່ານໂອບາມາ ຈະມຸ້ງໜ້າໄປ
ຍັງເມືອງ ໂຢໂກຮາມາ ຍີ່ປຸ່ນ ເພື່ອເຂົ້າຮ່ວມ
ກອງປະຊຸມສຸດຍອດຂອງກຸ່ມ APEC ຫລື
ສະພາຮ່ວມມືເສດຖະກິດ ເອເຊຍ- ປາຊີຟິກ.
ໃນລະຫວ່າງຢູ່ທີ່ກຸງໂຊນນັ້ນ ທ່ານໂອບາມາ
ຈະທໍາການພົບປະຫາລືເປັນຄັ້ງທີ 7 ກັບ
ທ່ານຫູຈິນ ເຖົາ ປະທານປະເທດຈີນ ແລະ
ພົບປະກັບພວກທະຫານສະຫະລັດ ເພື່ອ
ສະຫລອງວັນຂີດໝາຍຄົບຮອບປີທີ 60
ແຫ່ງການລິເລີ້ມສົງຄາມເກົາຫລີນັ້ນ.
ທ່ານ Nicholas Burns ອະດີດຮອງລັດຖະ
ມຸນຕີການຕ່າງປະເທດສະຫະລັດ ຮັບຜິດ
ຊອບຝ່າຍກິດຈະການການເມືອງ ມີຄວາມ
ເຫັນວ່າ ສະຫະລັດຕ້ອງຜູກສາຍພົວພັນກັບ
ຈີນ ແບບດຽວກັນກັບສາຍພົວພັນກັບອິນເດຍແລະປະເທດອື່ນໆໃນເອເຊຍ ເພື່ອຮັບປະກັນ
ໃຫ້ການໂຜ່ໂຕຂຶ້ນມາມີອິດທິພົນຫລາຍຂຶ້ນນັບມື້ຂອງຈີນ ດໍາເນີນໄປຢ່າງສັນຕິຊຶ່ງທ່ານ
Nicholas Burns ກ່າວດັ່ງນີ້:
"ມັນເປັນເລື້ອງທີ່ມີເຫດມີຜົນ ທີ່ວ່າສະຫະລັດອາເມຣິກາຄວນຈະມຸ່ງໝັ້ນ ຕໍ່ການ
ເປັນພາຄີດ້ານຍຸທະສາດລະຍະຍາວ ເປັນພັນທະມິດທໍານອງໃດທໍານອງນຶ່ງກັບອິນ
ເດຍ ແລະຍີ່ປຸ່ນ ແລະກັບປະເທດອື່ນໆ ອີກໃນອະນາຄົດ ເພື່ອໃຫ້ການໂຜ່ໂຕຂຶ້ນ
ມາມີບົດບາດ ແລະອໍານາດຂອງຈີນ ເກີດຂຶ້ນຢູ່ໃນຂົງເຂດເອເຊຍທີ່ມີສັນຕິພາບ
ແລະມີສະຖຽນລະພາບ ແລະເປັນບ່ອນທີ່ພວກປະເທດທີ່ເປັນອໍານາດດ້ານປະຊາ
ທິປະໄຕ ຍັງຄອງຄວາມເຂັ້ມແຂງຫລາຍຢູ່ຕໍ່ໄປນັ້ນ."
ປະທານາທິບໍດີ ໂອບາມາ ຈະເດີນທາງກັບຄືນມາ ໃນວັນທີ 14 ເດືອນນີ້ ສູ່ນະຄອນຫລວງ
ວໍຊິງຕັນ ທີ່ຈະມີການປ່ຽນແປງຢ່າງຫລວງຫລາຍ ຍ້ອນຜົນການເລືອກຕັ້ງລັດຖະສະພາ ໃນ
ກາງສະໄໝການດໍາລົງຕໍ່ແໜ່ງຂອງປະທານາທິບໍດີນັ້ນ.