ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ເດີນທາງ ກັບຄືນສູ່ສະຫະລັດ


ກອງປະຊຸມສຸດຍອດ ບັນດາຜູ້ນໍາປະເທດໃນເອເຊຍຕາເວັນອອກ
ທີ່ເກາະບາຫລີ, ອິນໂດເນເຊຍ.
ວັນທີ 19 ພະຈິກ 2011.
ກອງປະຊຸມສຸດຍອດ ບັນດາຜູ້ນໍາປະເທດໃນເອເຊຍຕາເວັນອອກ ທີ່ເກາະບາຫລີ, ອິນໂດເນເຊຍ. ວັນທີ 19 ພະຈິກ 2011.


















ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກໍາລັງ​ເດີນທາງ​ກັບ​ຄືນ​ສູ່​ສະຫະ​ລັດ
​ໃນ​ວັນ​ເສົາ​ມື້​ນີ້ ຫລັງ​ຈາກ​ເສດ​ສິ້ນ​ການ​ຢ້ຽມຢາມຂົງ​ເຂດ​ເອ​ເຊຍ​ປາຊີ​ຟິກ​ເປັນ​ເວລາ 9 ມື້​
ທີ່​ລັດ​ຮາ​ວາຍ ປະ​ເທດ​ອອສ​ເຕຣ​ເລຍ​ແລະ​ອິນ​ໂດ​ເນ​ເຊຍ ​ເພື່ອ​ເຂົ້າ​ຮ່ວມໃນ​ກອງ​ປະຊຸມ​
ສຸດ​ຍອດ​ຂອງ​ບັນດາ​ຜູ້​ນໍາ​ໃນ​ພາກ​ເອ​ເຊຍ​ຕາ​ເວັນ​ອອກ.

ໃນ​ເວລາ​ພຽງ​ບໍ່​ເທົ່າໃດ​ຊົ່ວ​ໂມງ ກ່ອນ​ເຮືອບິນ​ນໍ້າ​ເບີ​ນຶ່ງ​ກອງທັບ​ອາກາດຫລື Air Force
One ຊຶ່ງ​ເປັນ​ເຮືອບິນ​ປະ​ຈໍາ​ປະທານາທິບໍດີ​ສະຫະລັດ ບິນ​ອອກ​ຈາກ​ເກາະ​ບາ​ຫລີ ອິນ​ໂດ
​ເນ​ເຊຍ ທ່ານ​ໂອ​ບາ​ມາ​ແລະ​ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ ນາຍົກລັດຖະມົນຕີຈີນ ​ໄດ້​ພົບ​ປະກັນ​ຢູ່
​ຂ້າງ​ນອກກອງ​ປະຊຸມ​ສຸດ​ຍອດ​ເອ​ເຊ​ຍຕາ​ເວັນ​ອອກ ​ເພື່ອ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັນ
​ເລື້​ອງການ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ.

ບັນດາ​ເຈົ້າ​ໜ້າ​ທີ່​ປະ​ຈໍາ​ທໍານຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ໄດ້​ເນ້ນ​ເຖິງຄວາມ​ສໍາຄັນ​ທີ່
ຈີນ​ຈະຕ້ອງ​ປັບ​ຄ່າ​ເງິນ​ຢວນຂອງ​ຕົນ ຊຶ່ງ​ທາງ​ກຸງ​ວໍຊິງ​ຕັນ​ກ່າວ​ວ່າ ຄ່າ​ເງິນ​ຢວນ​ແມ່ນ​ຕໍ່າ
ເກີນ​ໄປນັ້ນ.

ພວກ​ຜູ້​ນໍາ​ທັງ​ສອງ​ໄດ້​ໂອ້​ລົມ​ສົນທະນາ​ ເຊ່ນ​ກັນ​ໃນ​ເລື້ອງ​ເສລີພາບ​ໃນ​ການ​ເດີນ​ເຮືອ​ແລະ
​ການ​ສົ່ງ​ສິນຄ້າ​ທີ່​ເສລີ​ໃນ​ທະ​ເລ​ຈີນ​ໃຕ້ ​ແລະ​ການແກ້​ໄຂ​ບັນຫາ​ຂັດ​ແຍ່ງ​ກັນໂດຍ​ສັນຕິ​ວິທີ
​ຢູ່​ໃນ​ຂົງ​ເຂດ​ນັ້ນ. ກ່ອນໜ້າ​ນັ້ນ ທ່ານ​ເຫ​ວິ້ນ​ເຈຍ​ບາ​ວ​ໄດ້​ກ່າວ​ເຕືອນ​ອັນ​ທີ່ທ່ານ​ເອີ້ນ​ວ່າ
ການ​ແຊງ​ແຊງ​ຈາກ​ພາຍ​ນອກ​ໃນ​ບັນຫາ​ຂັດ​ແຍ່ງ​ກັນ​ດັ່ງກ່າວ ຊຶ່ງ​ພົວພັນ​ກັບ​ຟີ​ລິບ​ປິນ
ຫວຽດນາມ ​ແລະ​ບາງ​ປະ​ເທດ​ເອ​ເຊຍ​ອື່ນໆ.

XS
SM
MD
LG