ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ທ່ານໂອບາມາພົບກັບ ພວກຜູ້ນໍາຂອງກຸ່ມG20 ປະເທດອື່ນ


ປະທານາທິບໍດີ ບາຣັກໂອບາມາ ແຫ່ງສະຫະລັດ ແລະ ປະທານາທິບໍດີ Lee Myung
-bak ແຫ່ງເກົາຫລີໃຕ້ ໄດ້ຈັດກອງປະຊຸມນັກຂ່າວຮ່ວມກັນ ທີ່ທໍານຽບສີຟ້າ (Blue House) ທີ່ກຸງໂຊນ ໃນວັນທີ 11 ພະຈິກ, 2010.
ປະທານາທິບໍດີ ບາຣັກໂອບາມາ ແຫ່ງສະຫະລັດ ແລະ ປະທານາທິບໍດີ Lee Myung -bak ແຫ່ງເກົາຫລີໃຕ້ ໄດ້ຈັດກອງປະຊຸມນັກຂ່າວຮ່ວມກັນ ທີ່ທໍານຽບສີຟ້າ (Blue House) ທີ່ກຸງໂຊນ ໃນວັນທີ 11 ພະຈິກ, 2010.

ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ແຫ່ງ​ສະຫະລັດ​ກ່າວ​ວ່າ
ທ່ານ​ຄາດ​ວ່າ​ພວກ​ຜູ້ນໍາ​ຂອງ​ກຸ່ມ20 ປະ​ເທດ​ທີ່ມີ​ການ​
ເສດຖະກິດ​ໃຫຍ່​ທີ່​ສຸດ​ໃນ​ໂລກ ​ຈະ​ຕົກລົງ​ກັນ​ໄດ້​ກ່ຽວ​ກັບ
ມາດ​ຕະການ​ຕ່າງໆ ​ເພື່ອ​ຮັບປະກັນການ​ເຕີບ​ໂຕ​ຂອງ​
ເສດຖະກິດ​ທີ່​ກໍ້າ​ເກິ່ງ​ແລະ​ຍືນ​ຍົງນັ້ນ.

ຜູ້​ນໍາ​ກຸ່ມ G20 ເປີດ​ກອງ​ປະຊຸມ​ສຸດ​ຍອດ​ກັນ​ເປັນ​ເວລາ 2
ມື້​ທີ່​ກຸງ​ໂຊນ​ໂດຍ​ພາກັນຮັບ​ປະທານ​ອາຫານ​ຄໍ່າ​ແລະເຮັດ
ວຽກໄປພ້ອມໃນ​ແລງວັນ​ພະຫັດ​ມື້​ນີ້ ຫລັງ​ຈາກ​ຖົກ​ຖຽງ​
ກັນ​ມາ​ຢ່າງ​ເຜັດ​ຮ້ອນ​ເປັນ​ເວລາ​ຫລາຍ​ມື້ ກ່ຽວ​ກັບ​ຄວາມ​
ບໍ່​ກໍ້າ​ເກິ່ງ​ກັນ​ທາງ​ດ້ານ​ການ​ຄ້າ ທີ່​ໄດ້​ຍັງ​ຜົນ​ເຮັດ​ໃຫ້ມີ​ການ​ໄດ້​ປຽບ​ດ້ານ​ການ​ຄ້າ​ຢ່າງ​ຫລວງ
ຫລາຍ​ຂອງຫຼາຍໆ​ປະ​ເທດ ​ຄື ຈີນ​ແລະເຢຍຣະມັນ ​ແຕ່​ກັບ​ສ້າງ​ການ​ຂາດດຸນການ​ຄ້າ​ຢ່າງ
ມະຫາສານ​ ໃນ​ສະຫະລັດ​ນັ້ນ.

ໃນ​ກອງ​ປະຊຸມ​ຕໍ່​ນັກ​ຂ່າວ​ກ່ອນ​ໜ້າ​ນີ້​ກັບ​ປະທານາທິບໍດີ Lee Myung-bak ​ແຫ່ງເກົາຫລີ
ໃຕ້ ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ກອງ​ປະຊຸມ​ສຸດ​ຍອດ​ນີ້ ຈະ​ສ້າງ​ກົນ​ໄກ​ຂຶ້ນ​ເພື່ອ​ວັດ
ແທກ​ການ​ເຕີບ​ໂຕ​ ແລະຊ່ອຍ​ສ້າງ​ຄວາມ​ກໍ້າ​ເກິ່ງກັນ​ຄືນ​ມາ​ສູ່ລະບົບການຄ້າ.

ຈີນ​ແລະ​ປະ​ເທດ​ອື່ນໆ​ກໍ​ພາກັນ​ກ່າວ​ຫາ​ເຊ່ນ​ກັນ​ວ່າ ການ​ເອົາ​ບາດກ້າວ​ຕ່າງໆ​ເພື່ອ​ກະ​ຕຸ້ນ​ເສດຖະກິດ​ຂອງ​ສະຫະລັດ​ເມື່ອໄວໆມານີ້​ຈະ​ພາ​ໃຫ້​ເກີດ​ບັນຫາເງິນ​ເຟີ້ ​ແລະການ​ເກັງກໍາ ໄລ ທີ່ພາໃຫ້ເກີດເສດຖະກິດຟອງ ສະບູ່ໃນ​ປະ​ເທດ​ຂອງ​ພວກ​ເຂົາ​ເຈົ້າ ​ແຕ່​ທ່ານ​ໂອ​ບາ​ມາ ກ່າວ​ວ່າ ທ່ານ​ໄດ້ບອກ​ໃຫ້​ພວກ​ຜູ້​ຊ່ອຍ​ວຽກ​ຂອງ​ທ່ານເພ່ງ​ເລັງ​ທຸກໆ​ມື້ເພື່ອ​ຫາ​ວິທີ​ຂະຫຍາຍ​ ການ​ເສດຖະກິດ​ຂອງ​ສະຫະລັດ​ນັ້ນ.

XS
SM
MD
LG