ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ​ແລະ​ອິນ​ເດຍ ຈະ​​​ໂຮມ​ກໍາລັງ​ກັນ ເພື່ອສັນ​ຕິ​ພາບ​ໃນໂລກ


ປະທານາທິບໍດີ​ທ່ານ Barack Obama ​ແລະ​ນາຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Manmohan Singh
ປະທານາທິບໍດີ​ທ່ານ Barack Obama ​ແລະ​ນາຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Manmohan Singh

ສະຫະລັດ​ແລະ​ອິນ​ເດຍກ່າວ​ວ່າພວກ​ຕົນຈະ​ໂຮມ​ກໍາລັງ​ກັນ
ເພື່ອ​ນຳເອົາ​ວິ​ໄສ​ທັດ​ທີ່​ມີ​ຮ່ວມ​ກັນ ກ່ຽວ​ກັບສັນ​ຕິ​ພາບແລະ​
ຄວາມ​ວັດທະນາ​ຖາວອນ​ນັ້ນ ມາສູ່ຂົງ​ເຂດ​ເອ​ເຊຍ​ແລະທົ່ວ​ໂລກ.

ປະທານາທິບໍດີ​ທ່ານ Barack Obama ​ແລະ​ນາຍົກ​ລັດຖະມົນຕີ​ອິນ​ເດຍ ທ່ານ Manmohan Singh ​ໄດ້​ຖະ​ແຫລ​ງກ່ຽວ​ກັບ​ເລື້ອງ​ນີ້ ຫຼັງ​ຈາກ​ທີ່​ໄດ້​ປະຊຸມ​ກັນໃນ​ວັນ​ຈັນ​ມື້​ນີ້ ຢູ່​ນະຄອນຫລວງ New Delhi ຊຶ່ງທັງ​ສອງ​ທ່ານ​ໄດ້​ກ່າວ​ຢໍ້າ​ເຖິງ​ຄໍາ ຢືນ​ຢັດ​ຂອງ​ທ່ານ Obama ​ທີ່​ວ່າ ​ຄວາມ​ສໍາພັນ​ລະຫວ່າງສະຫະລັດ​ກັບອິນ​ເດຍຈະຊ່ວຍ​ກໍານົດ​ສັດຕະ​ວັດ​ທີ່ 21 ​ແລະ​ທ່ານ Obama ​ໄດ້ກ່າວ​ຕໍ່​ພວກນັກ​ຂ່າວ​ວ່າ ອິນ​ເດຍ​ໄດ້​ໂຜ່​ໂຕ​ຂຶ້ນ​ມາ​ເປັນ ອໍານາດ​ນຶ່ງ​ຂອງ​ໂລກ​ແລ້ວ​.

ຜູ້ນຳ​ຂອງ​ສອງ​ປະ​ເທດ​ປະຊາທິປະ​ໄຕ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ໄດ້​ກ່າວ​ໂດຍ​ສັງ​ເຂ​ບ​ເຖິງ​ຂໍ້​ຕົກລົງຫຼາຍໆຂໍ້​ທີ່​ໄດ້​ບັນລຸ​ກັນ ​ຊຶ່ງ​ມີ​ເປົ້າ​ໝາຍ​ແນ​ໃສ່ສົ່ງ​ເສີມ​ການ​ຮ່ວມ​ມືກັນໃນ​ບັນຫາ​ສໍາຄັນ​ຫລາຍໆ​ເລື້ອງ ນັບຈາກ​ການ​ຕໍ້​ສູ້​ກັບ​ພວກ​ກໍ່​ການ​ຮ້າຍ, ​ແລະ​ການເສີມ​ຂະຍາຍທາງ​ດ້ານ​ເສດຖະກິດ​ ​ໄປ​ຈົນ​ເຖິງການ​ຕໍ່ສູ້​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.


ທ່ານ Obama ຍັງ​ກ່າວ​ຢໍ້າ​ເຖິງ​ຂໍ້ສະ​ເໜີທີ່​ຈະ​ຊ່ອຍ​ເຫຼືອ​ອິນ​ເດຍ ​ໃນ​ການຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ ລະຫວ່າງອິນ​ເດຍ​ແລະ​ປາ​ກິ​ສຖານ ​ແຕ່​ທ່ານ​ເວົ້າວ່າ​ສະຫະລັດ​ຈະ​ບໍ່​ບັງຄັບ​ໃຫ້​ຮັບ​ເອົາ​ວິທີ​ການ​ແກ້​ໄຂ​ໃດ​ໆ ທີ່ມີ​ການສະ​ເໜີ​ຂຶ້ນ.

XS
SM
MD
LG