ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂອບາມາເດີນທາງໄປຮອດ ເກົາຫລີໃຕ້


ໂອບາມາເດີນທາງໄປຮອດກຸງໂຊນ ເກົາຫລີໃຕ້ ວັນທີ 10 ພະຈິກ 2010
ໂອບາມາເດີນທາງໄປຮອດກຸງໂຊນ ເກົາຫລີໃຕ້ ວັນທີ 10 ພະຈິກ 2010

ທ່ານ​ບາຣັກ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ​ເດີນທາງ​
ໄປຮອດ​ເກົາຫລີ​ໃຕ້​ແລ້ວ ຫລັງ​ຈາກ​ທໍາ​ການ​ຢ້ຽມຢາມເປັນ
ເວລາສັ້ນໆ​ ທີ່​ບ້ານ​ເຮືອນຂອງ​ທ່ານ ​ເວລາ​ຍັງ​ເປັນ​ເດັກ​ທີ່​
ອິນ​ໂດ​ເນເຊຍ​ແລ້ວ.

ເລີ້ມ​ແຕ່​ວັນ​ພະຫັດ​ມື້​ອື່ນ​ນີ້​ເປັນ​ຕົ້ນ​ໄປ ​ປະທານາທິບໍດີ​
ໂອ​ບາ​ມາ​ຈະ​ທຳ ການເຈລະຈາ​ຢ່າງຂຸ້ນຂ້ຽວ​ສໍາຄັນ​ທີ່​ກຸງ
ໂຊນ​ກັບ​ບັນດາຜູ້​ນໍາ​ຂອງ 19 ປະ​ເທດ​ຊັ້ນ​ນໍາ​ທາງ​ດ້ານ
ເສດຖະກິດອື່ນໆ.

ພວກ​ທີ່​ເຂົ້າ​ຮ່ວມ​ໃນ​ການ​ພົບ​ປະ​ຫາລື​ຂັ້ນ​ກະກຽມ​ສໍາລັບ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G20
ແຈ້ງ​ໃຫ້​ຊາບ​ວ່າ ມີ​ການ​ໂອ້​ລົມ​ສົນທະນາ​ກັນ​ຢ່າງ​ເຜັດ​ຮ້ອນ​ກ່ຽວ​ກັບ​ການ​ຄ້າ ​ແລະ​ອັດ
ຕາ​ການ​ແລກປ່ຽນ​ເງິນຕາ ​ແລະ​ຫລາຍ​ປະ​ເທດ​ພາກັນ​ຈົ່ມ​ທຸກ​ວ່າ ພວກ​ເຂົາ​ເຈົ້າ​ຈະ​ໄດ້​ຮັບ​
ຄວາມ​ເສຍ​ຫາຍ​ຈາກການ​ເອົາ​ບາດກ້າວ​ຕ່າງໆ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ເພື່ອ​ກະ​ຕຸ້ນ​ເສດ
ຖະກິດ​ຂອງ​ສະຫະລັດ​ນັ້ນ.

ໃນ​ຕອນ​ເຊົ້າ​ວັນ​ພຸດ​ມື້​ນີ້​ທີ່ກຸງ Jakarta ທ່ານ​ໂອ​ບາ​ມາ​ໄດ້​ກ່າວ​ປາ​ໄສຢ່າງ​ສໍາຄັນໂດຍ
ກ່າວ​ຍ້ອງຍໍ​ປະຊາທິປະ​ໄຕ​ໃນ​ອິນ​ໂດ​ເນ​ເຊຍ ​ແລະ​ກ່າວ​ວ່າ ຈິດ​ໃຈ​ແຫ່ງ​ການ​ໂຍະຍານ​
ທາງ​ສາດສະໜາ​ຂອງ​ອິນ​ໂດ​ເນ​ເຊ​ຍນັ້ນແມ່ນ​ນຶ່ງ​ຂອງ​ລັກສະນະ​ພິ​ເສດ​ທີ່​ອະທິບາຍ​ເຖິງ​
ປະ​ເທດ ​ແລະ​ທ່ານ​ໂອ​ບາ​ມາ​ກ່າວ​ຕື່ມ​ວ່າ ອິນ​ໂດ​ເນ​ເຊຍ ຊຶ່ງ​ເປັນ​ປະ​ເທດ​ທີ່ພົນລະ​ເມືອງ
ສ່ວນ​ຫລາຍ​ເປັນ​ຊາວ​ມຸສລີ​ມ​ໃຫຍ່​ທີ່​ສຸດ​ຂອງ​ໂລກ ​ແລະ​ສະຫະລັດ​ມີ​ສ່ວນ​ຮັບຜິດຊອບ​ໃນ
ຄ່າ​ນິຍົມ​ທີ່ມີ​ຄວາມ​ແຂງ​ແຮງ​ທີ່​ຫລາກ​ຫລາຍ​ໃນ​ປະ​ເທດນັ້ນ. ທ່ານ​ໂອ​ບາ​ມາ​ຍັງ​ກ່າວ​ຕື່ມ​ວ່າ
ສະຫະລັດ​ຈະ​ບໍ່ ຫລືທໍາ​ສົງຄາມ​ກັບຊາວ​ມຸສລິ​ມຈັກ​ເທື່ອ.

XS
SM
MD
LG