ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການໂອ້ລົມ ລະຫວ່າງ ປ. ໂອບາມາ ແລະອາຊ່ຽນ ແນໃສ່ ຄວາມເຄັ່ງຕຶງ ຢູ່ທະເລຈີນໃຕ້


ປ. ບາຣັກ ໂອບາມາ​ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດສະຫະລັດ-ອາຊ່ຽນ ທີ່ຊັນນີແລນ.
ປ. ບາຣັກ ໂອບາມາ​ ເປັນເຈົ້າພາບ ຈັດກອງປະຊຸມ ສຸດຍອດສະຫະລັດ-ອາຊ່ຽນ ທີ່ຊັນນີແລນ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາຮຽກຮ້ອງ​ໃຫ້​ມີ
​ການ​ເອົາ​ບາດກ້າວ​ທີ່​ເປັນ​ຮູບ​ປະ​ທຳ ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ
​ຕຶງ​ກ່ຽວ​ກັບ​ບັນຫາ​ຂັດ​ແຍ້​ງ​ໃນເລື້ອງ​ເຂດ​ນ້ຳ​ແດນ​ດິນ​ຢູ່​ໃນ​ທະ​ເລ​
ຈີນ​ໃຕ້.

​ໃນ​ມື້ສຸດທ້າຍ​ຂອງ​ການ​ເຈລະຈາ​ກັບ​ພວກ​ຜູ້ນຳ​ອາ​ຊ່ຽນ​ທີ່​ກອງ​ປະ​
ຊຸມ​ສຸ​ດຍອດ​ເສດຖະກິດ​ແລະ​ຄວາມ​ໝັ້ນຄົງ​ ທີ່​ລັດ​ຄາ​ລີ​ຟໍ​ເນຍນັ້ນ
ທ່ານ​ໂອ​ບາ​ມາ ​ກ່າວ​ວ່າ ພວກ​ຜູ້ນຳ​ທັງ​ໝົດ ຕ່າງ​ກໍ​ໃຫ້ການ​ຢືນຢັນ
​ວ່າ ບັນຫາ​ຂັດ​ແຍ້​ງຕ່າງໆ​ຄວນ​ໄດ້​ຮັບການ​ແກ້​ໄຂ​ແບບ​ສັນຕິແລະ
​ໂດຍ​ຜ່ານ​ວິທີ​ທາງ​ກົດໝາຍ.

ປະທາ​ນາ​ທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ສະຫະລັດ​ແລະ​ອາ​ຊ່ຽນ​ຂໍ​ໃຫ້ການ​ຢືນຢັນ​ອີກ​ຄັ້ງນຶ່ງໃນ
ຄວາມ​ໝັ້ນໝາຍ​ຢ່າງ​ແຮງ​ກ້າ​ຂອງ​ພວກ​ເຮົາຕໍ່​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ພູມີພາກ
ບ່ອນ​ທີ່​ກົດ​ລະບຽບ ​ແລະ​ຫລັກການ​ຂອງ​ນາໆ​ຊາດ ພ້ອມ​ທັງສິດທິ​ຂອງ​ທຸກໆ​ປະ​ເທດ ທັງ​
ໃຫຍ່​ແລະ​ນ້ອຍ ໄດ້​ຮັບ​ການ​ເຄົາລົບ.

ນອກ​ນັ້ນ ທ່ານຍັງ​ໄດ້​ຮຽກຮ້ອງ​ໃຫ້​ຍຸຕິ​ການ​ຖົມ​ເກາະ​ຖົມ​ດອນ​ເພີ້​ມຕື່ມ ຊຶ່ງ​ໝາຍເຖິງ​ການ​
ອ້າງ​ເອົາ​ກຳມະສິດ​ທີ່​ມີ​ຄວາມ​ໝັ້ນ​ໃຈ​ຫຼາຍຂຶ້ນ​ເອົາ​ດິນ​ແດນ ​ທີ່​ມີ​ການ​ຂັດແຍ້​ງຂອງປັກກິ່ງ
ດ້ວຍ​ການ​ກໍ່ສ້າງ​ໃໝ່​ແລະ​ການ​ຖົມ​ເກາະ​ຖົມ​ດອນ​ຕ່າງໆ.

Obama Seeks to Solidify America as Leader in SE Asia
please wait

No media source currently available

0:00 0:00:43 0:00

ການ​ປະຊຸມ​ກັນ​ທີ່​ຊັນ​ນີ​ແລນ ແມ່ນ​ແນ​ໃສ່​ເພື່ອ​ເສີມ​ຂະຫຍາຍ​ວິ​ສາ​ຫະກິດ​ແລະ​ນະວັດຕະ​
ກຳ​ເພື່ອ​ດຶງ​ດູດ​ການ​ຄ້າ​ ແລະ​ການ​ລົງທຶນ.​ ປະທານາທິບໍດີ​ໂອ​ບາ​ມາ​ກ່າວ​ວ່າ ມີ​ຄວາມ​ສະ
ໜັບສະໜຸນ​ຢ່າງ​ແຂງ​ຂັນ ​ໃນ​ບັນດາ​ປະ​ເທ​ດອາ​ຊ່ຽນ ​ເພື່ອ​ໃຫ້​ປັບປຸງ​ ການ​ປົກຄອງ​ດ້ວຍ​
ຕົວ​ບົດ​ກົດໝາຍ​ ການ​ປົກ​ປ້ອງ​ຊັບ​ສິນ ​ທາງ​ດ້ານ​ສະຕິ​ປັນຍາ ​ແລະ​ການ​ລົງທຶນ​ ໃນ​ດ້ານ​
ການ​ສຶກສາ.

​ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ໄທ​ກັບ​ຄືນ​ໄປ​ສູ່​ການ​ປົກຄອງ​ຂອງ​ພົນລະ​ເຮືອນ
ແລະ​ກ່າວ​ວ່າ ສະຫະລັດ​ຈະ​ສືບ​ຕໍ່​ຢືນ​ຢູ່​ຄຽງ​ຂ້າງ​ຂອງ​ປະຊາຊົນ​ໃນ​ທົ່ວຂົງ​ເຂດ​ເອ​ເຊຍ​ຕາ​
ເວັນ​ອອກສຽງ​ໃຕ້ ທີ່​ໄດ້​ດຳ​ເນີນ​ງານ ​ເພື່ອ​ໃຫ້​ມີ​ການ​ປະຕິບັດຕາມ​ການ​ປົກຄອງ​ດ້ວຍ​ຕົວ​
ບົດ​ກົດໝາຍ​ແລະ​ປັບປຸງ​ສິດທິ​ມະນຸດ.

ທ່ານ​ໂອ​ບາ​ມາ​ກຳລັງ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ໃຫ້​ມີ​ການ​ພັດທະນາ​ບົດບາດ​ການ​ນຳພາ​ກັບ​
ອາ​ຊ່ຽນ​ ທີ່​ທຳນຽບຂາ​ວ ມອງ​ເຫັນ​ວ່າ​ ເປັນ​ກະ​ແຈ​ສຳຄັນ ​ເພື່ອ​ສ້າງ​ຄວາມກ້ຳ​ເກິ່ງ​ຄືນ​ໃໝ່​
ຂອງ​ສະຫະລັດ​ໄປ​ສູ່​ເຂດ​ເອ​ເຊຍ​ປາຊີ​ຟິກ. ການ​ຫັນປ່ຽນ​ທາງ​ຍຸດທະ​ສາດ​ໄປ​ສຸູ່ຂົງ​ເຂດ​ດັ່ງ
ກ່າວ​ແມ່ນ​ມີ​ຄວາມ​ສຳຄັນ​ຕໍ່​ຄວາມ​ໝັ້ນຄົງ​ແລະ​ຄວາມອຸດົມ​ຮັ່ງມີ​ຂອງ​ອາ​ເມຣິກາ​ໃນ​ອະນາ
ຄົດ ​ແລະ​ຍັງ​ເປັນ​ການ​ສ້າງ​ຄວາມ​ກ້ຳ​ເກິ່ງ​ຕໍ່​ອິດທິພົນ​ຂອງ​ຈີນ​ຢູ່​ທີ່​ນັ້ນ.

ສະມາຄົມ​ອາ​ຊ່ຽນ​ ແມ່ນ​ປະກອບ​ດ້ວຍ ​ອິນ​ໂດ​ເນ​ເຊຍ ມາ​ເລ​ເຊຍ ຟີ​ລິບ​ປິນ ສິງກະ​ໂປ ​ໄທ
ບຣູນາຍ ຫວຽດນາມ ສປປ ລາວ​ ມຽນມາ ​ແລະ​ກຳປູ​ເຈຍ.

Obama, ASEAN Talks Focus on South China Sea
please wait

No media source currently available

0:00 0:02:15 0:00

XS
SM
MD
LG