ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ໂອບາມາ ​​ອະນຸມັດ​​ ບົດບາດໃໝ່ ​ໃຫ້ກຳລັງ ສະຫະລັດ ໃນ​ອັຟກາ​ນິສຖານ


ປະທານາທິບໍດີສະຫະລັດ ທ່ານ Barack Obama ​​ອະນຸມັດ​ຕໍ່​ການ​ມີ​ບົດບາດ​ອັນ​ກວ້າງຂວາງຕື່ມ​ຂຶ້ນ ​ຂອງ​ກຳລັງສະຫະລັດ ເພື່ອຊ່ວຍ​ເຫລືອ​ກຳລັງ​ທ້ອງ​ຖິ່ນໃນອັຟການິສຖານ.
ປະທານາທິບໍດີສະຫະລັດ ທ່ານ Barack Obama ​​ອະນຸມັດ​ຕໍ່​ການ​ມີ​ບົດບາດ​ອັນ​ກວ້າງຂວາງຕື່ມ​ຂຶ້ນ ​ຂອງ​ກຳລັງສະຫະລັດ ເພື່ອຊ່ວຍ​ເຫລືອ​ກຳລັງ​ທ້ອງ​ຖິ່ນໃນອັຟການິສຖານ.

ປະທານາທິບໍດີສະຫະລັດ ທ່ານ Barack Obama ​ໄດ້ໃຫ້ການ​ອະນຸມັດ​ຕໍ່​ການ​ມີ​ບົດບາດ​ອັນ​ກວ້າງຂວາງຕື່ມ​ຂຶ້ນ​ຂອງ​ກຳລັງສະຫະລັດຢູ່ໃນ​ອັຟກາ​ນິສຖານ​ເພື່ອ ​ຊ່ວຍ​ເຫລືອ​ກຳລັງ​ທ້ອງ​ຖິ່ນ​ສູ້​ລົບກັບພວກ Taliban.

​ແຜນ​ໃໝ່​ດັ່ງກ່າວຊຶ່ງມີ​ຂຶ້ນລຸນ​ຫລັງ​ທີ່​ໄດ້​ມີ​ການ​ອະພິປາຍ​ກັນ ມາ​ຫລາຍ​ເດືອນ ແລ້ວນັ້ນ​ ຈະ​ອະນຸຍາດ​ໃຫ້​ເພີ້​ມການ​ໂຈມ​ຕີ​ທາງ​ອາກາດ​ຕໍ່ພວກ Taliban ​ໃນ​ເວ ລາ​ທີ່ຈຳ​ເປັນ ​ແລະ​ໂດຍ​ທົ່ວ​ໄປ​ແລ້ວ ແມ່ນເພື່ອ​ເຮັດ​ໃຫ້​ກຳລັງສະຫະລັດ ສາມາດ ປັບ​ປ່ຽນ​ໃຫ້​ເໝາະ​ສົມ​ໄດ້​ຫຼາຍຂຶ້ນ ໃນ​ການປະຕິບັດ​ງານຮ່ວມກັບ​ກອງ​ກຳລັງ​ອັຟ ກາ​ນິສຖານ. ​ແຜນ​ດັ່ງກ່າວ​ຈະ​ບໍ່​ພົວພັນ​ກັບ​ກຳລັງພາກ​ພື້ນ​ດິນຂອງ​ສະຫະລັດ.

ການ​ຕັດສິນ​ໃຈ​ດັ່ງກ່າວ​ ອີກ​ຄັ້ງ​ນຶ່ງ​ຈະ​ຕີຄວາ​ມໝາຍ​ໃໝ່ໃນ​ບົດບາດ​ຂອງກຳລັງ ສະຫະລັດ ໃນ​ອັຟກາ​ນິສຖານ ​ນຶ່ງ​ປີກວ່າໆ​ຫລັງ​ຈາກ​ກຳລັງ​ສູ້​ລົບນາໆ​ຊາດ​ເສັດ​ສິ້ນການ​ປະຕິບັດ​ງານ​ຂອງ​ເຂົາ​ເຈົ້າ ​ໂດຍປ່ອຍ​ໃຫ້​ກອງກຳລັງ​ອັຟກາ​ນິສຖານຕໍ່ສູ້ ກັບພວກ Taliban.

ການ​ຕັດສິນ​ໃຈນີ້ ຍັງ​ມີ​ຂຶ້ນຫົກ​ເດືອນ ​ກ່ອນທີ່​ກອງກຳລັງ​ທະ​ຫານສະຫະລັດ 9,800 ຄົນຢູ່​ໃນ​ອັ​ຟການິສຖານ​ທີ່​ຈະ​ຫລຸດ​ລົງ​ເຫລືອ​ຢູ່ 5,500 ຄົນ ຊຶ່ງ​ເປັນການ​ເຄື່ອ​ນ​ໄຫວທີ່ ​ທ່ານObama ​ໄດ້​ສັ່ງ​ໃຫ້​ເລີ້ມ​ຂຶ້ນ​ໃນ​ປີ 2017.

ການ​ຕໍ່ສູ້​ຂອງອັຟການິສຖານ ຕ້ານການ​ຟື້ນ​ຕົວຄືນ​ຂອງພວກ Taliban ​ໄດ້ເພີ້ມທະວີ ຄວາມຮ້າ​ຍແຮງ​ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມານີ້. ສະຫະ​ປະຊາ​ຊາດ​ກ່າວ​ວ່າ ສັນຊາດ​ອັຟກາ​ນິສຖານ 3,545 ຄົນ​ໄດ້​ເສຍ​ຊີວິດ ​ແລະ​ອີກ 7,457 ຄົນ​ໄດ້ຮັບ​ບາດ​ເຈັບ​ໃນປີ 2015 ສ່ວນ​ໃຫຍ່ແລ້ວ​ແມ່ນ​ເປັນ​ນ້ຳມື​ຂອງ ພວກ Taliban.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG