ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ຂໍຂະມາໂທດ ຄັ້ງທີ 2 ໃນຂໍ້ບົກຜ່ອງ ຂອງ ກ.ໝ. ຮັກສາສຸຂະພາບ


ປ.ບາຣັກ ໂອບາມາ
ປ.ບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ທ່ານຮູ້
ສຶກເສຍໃຈທີ່ລັດຖະບານຂອງທ່ານ ບໍ່ໄດ້ສະແດງໃຫ້ເຫັນຢ່າງຈະ
ແຈ້ງ ດັ່ງທີ່ຄວນຈະເປັນ ກ່ຽວກັບລາຍລະອຽດ ໃນໂຄງການປະຕິ ຮູບການຮັກສາສຸຂະພາບ ແລະກ່າວວ່າ ທ່ານໄດ້ມີຄຳສັ່ງ ໃຫ້ລັດ ຖະບານຂອງທ່ານອຸດຕັນຊ່ອງຫວ່າງຂອງກົດໝາຍໃໝ່ນັ້ນແລ້ວ.

ໃນການຖະແຫລງຕໍ່ໂທລະພາບແຫ່ງຊາດ ໃນວັນພະຫັດວານນີ້
ທ່ານໂອບາມາ ໄດ້ແນ ການຂໍຂະມາໂທດຂອງທ່ານ ໄປຍັງອັນທີ່
ທ່ານເອີ້ນວ່າ ຊາວອາເມຣິກັນຈຳ ນວນຫ້າເປີເຊັນທີ່ໄດ້ຊື້ປະກັນ
ໄພສຸຂະພາບເອງແລະຫຼັງຈາກນັ້ນປະກັນໄພສຸຂະພາບຂອງເຂົາ
ເຈົ້າໄດ້ຖືກຍົກເລີກ.

ພວກທີ່ຖືກຍົກເລີກປະກັນໄພສຸຂະພາບເຫຼົ່ານັ້ນໄດ້ຖືກບັງຄັບໃຫ້ເຂົ້າຮ່ວມໃນໂຄງການໃໝ່ ກັບບໍລິສັດປະກັນໄພ ຂອງເຂົາເຈົ້າໃນເວລານີ້ ຫຼືຜ່ານໂຄງການແລກປ່ຽນ ຂອງລັດຖະບານ ຊຶ່ງບາງຄັ້ງມີລາຄາແພງກວ່າເກົ່ານັ້ນ.

ປະທານາທິບໍດີໂອບາມາກ່າວວ່າ ທີ່ຈິງແລ້ວ ພວກເຮົາບໍ່ໄດ້ເຮັດວຽກດີພໍແລະຂ້າພະເຈົ້າຮູ້
ສຶກເສຍໃຈກ່ຽວກັບເລື່ອງນີ້. ນອກນັ້ນແລ້ວ ທ່ານໂອບາມາຍັງເວົ້າວ່າ ທ່ານຮູ້ສຶກເສຍໃຈທີ່ ພວກເຂົາເຈົ້າຕ້ອງໄດ້ຕົກຢູ່ໃນສະພາບການດັ່ງກ່າວອີງຕາມຄຳໝັ້ນສັນຍາທີ່ທ່ານໄດ້ໃຫ້ໄວ້ ແກ່ພວກເຂົາເຈົ້ານັ້ນ.

ເບິ່ງວີດີໂອກ່ຽວຂ້ອງ:

Policy Cancellations Threaten Promise of Obamacare
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ
XS
SM
MD
LG