ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້ກ່າວຄຳ
ປາໄສຕໍ່ຜູ້ນຳທຸລະກິດ ທີ່ກອງປະຊຸມສຸດຍອດ ວ່າດ້ວຍການ
ຮ່ວມມື ທາງດ້ານເສດຖະກິດ ໃນເຂດເອເຊຍ ປາຊີຟິກ ທ່ານ
ໄດ້ບອກບັນດາຜູ້ນຳນັກທຸລະກິດວ່າ ສະຫະລັດແມ່ນມີຄວາມ
ໝາຍໝັ້ນ ຢ່າງຮອບດ້ານຕໍ່ເອເຊຍ.
ນອກນັ້ນ ທ່ານໂອບາມາ ໄດ້ປະກາດ ນະໂຍບາຍທາງດ້ານວີຊາໃໝ່ກັບຈີນ ໃນວັນຈັນ
ມື້ນີ້ ວ່າ ຈະເພີ້ມອາຍຸ ຂອງວີຊາຢ້ຽມຢາມ ລະຍະສັ້ນອອກໄປ ແລະ ວີຊາທຸລະກິດ ທີ່ໄດ້
ອອກໃຫ້ແກ່ພົນລະເມືອງ ເຊິ່ງກັນ ແລະກັນນັ້ນ ຈາກ 1 ປີ ເປັນ 10 ປີ - ຊຶ່ງເປັນອາຍຸ
ອັນຍາວທີ່ສຸດ ທີ່ອະນຸຍາດໃຫ້ໄດ້ພາຍໃຕ້ກົດໝາຍສະຫະລັດ ແລະ ຈະຕໍ່ອາຍຸຂອງວີຊາ
ນັກຮຽນ ແລະ ວີຊານັກຮຽນແລກປ່ຽນ ຈາກ 1 ປີ ເປັນ 5 ປີ. ຂໍ້ຕົກລົງໃໝ່ນີ້ ຈະມີຜົນໃຊ້
ໄດ້ໃນວັນທີ 12 ເດືອນພະຈິກປີນີ້ເປັນຕົ້ນໄປ.
ປະທານາທິບໍດີອາເມຣິກັນ ຍັງໄດ້ສົ່ງເສີມ ແຜນການສຳລັບ 12 ປະເທດ ຂອງວໍຊິກຕັນນັ້ນ
ກໍ່ຄື “ພາຄີຂ້າມມະຫາສະມຸດປາຊີຟິກ ຫຼື Trans-Pacific Partnership.” ແຜນດັ່ງກ່າວນັ້ນ ແມ່ນເປັນຂໍ້ຂັດແຍ້ງກັນ ເພາະວ່າ
ມັນບໍ່ໄດ້ລວມຈີນເຂົ້ານຳ ແລະ ເປັນການແຂ່ງຂັນກັບ ແຜນການຂອງປັກກິ່ງ ສຳຫລັບເຂດຕະຫລາດເສລີເອເຊຍ.
President Barack Obama has addressed the Asia-Pacific Economic Cooperation CEO summit, telling business leaders that the United States is entirely committed to Asia.
Obama announced a new visa policy with China Monday that will increase the validity of short-term tourist and business visas issued to one another's citizens from one to ten years - the longest validity allowed under U.S. law - and extend the validity of student and exchange visas from one to five years. The new agreement will go into effect November 12.
The American president also promoted Washington's plans for a 12-nation Trans-Pacific Partnership. The plan is controversial because it excludes China and competes with Beijing's plans for an Asian free trade zone.