ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຜູ້​ນໍາ 21 ປະ​ເທດ​ຂອງ​ກຸ່ມ​ເອ​ເພັກ ​ປະຊຸມສຸດຍອດກັນ ທີ່ຮາວາຍ (ເບິ່ງວີດີໂອ)


​ຜູ້​ນໍາ 21 ປະ​ເທດ​ຂອງ​ກຸ່ມ​ເອ​ເພັກ ​ປະຊຸມສຸດຍອດກັນ ທີ່ຮາວາຍ (ເບິ່ງວີດີໂອ)
​ຜູ້​ນໍາ 21 ປະ​ເທດ​ຂອງ​ກຸ່ມ​ເອ​ເພັກ ​ປະຊຸມສຸດຍອດກັນ ທີ່ຮາວາຍ (ເບິ່ງວີດີໂອ)

ປະທານາທິບໍດີ​ອອກ​ເດີນທາງ ໃນວັນສຸກ​ມື້​ນີ້ ໄປ​ຍັງ​ລັດຮາ​ວາຍ​ ບ່ອນ​ທີ່​ທ່ານ​ຈະ​ເປັນ​ເຈົ້າພາບ ຈັດ​ກອງ​ປະຊຸມ​ສຸດ​ຍອດຂອງ​ ສະພາ​ຮ່ວມ​ມື​ເສດຖະກິດ​ແຫ່ງ​ຂົງ​ເຂດ​ເອ​ເຊຍ-ປາຊີ​ຟິກ ຫລື​ເອ​ເພັກ ທີ່​​ໄດ້ຈັດ​ຕັ້ງ​ຂຶ້ນມາ​​ໃນປີ 1989 ​ເພື່ອປັບປຸງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ແລະ​ເປີດ​ກ້ວາງ​ ການ​ຄ້າ​ໃຫ້​ເປັນ​​ເສລີຫລາຍ​ຂຶ້ນ​ໃນບັນດາ​ປະ​ເທດ​​ສະມາຊິກ. ຫລັງ​ຈາກ​ນັ້ນ ທ່ານ​ໂອ​ບາ​ມາ ​ຈະ​ເດີນທາງ​ຕໍ່​ໄປ​ຍັງ​ຂົງ​ເຂດ​ເອ​ເຊຍ{​ປາຊີ​ຟິກ. ຕາມທີ່​ຜູ້​ສື່​ຂ່າວ​ວີ​ໂອ​ເອອາວຸ​ໂສ​ປະ​ຈໍາ​ທໍານຽບຂາວ Dan Robinson ລາຍ​ງານມານັ້ນ​ ກໍ​ແມ່ນ​ວ່າ ທ່ານ​ໂອ​ບາ​ມາຈະ​ນໍາ​ເອົາ​ການ​ຄໍ້າປະກັນ​ທາງ ເສດຖະກິດ​ແລະ​ຄວາມ​ໝັ້ນຄົງ​ ​ໄປ​ມອບ​​ໃຫ້​ຂົງ​ເຂດ​ດັ່ງກ່າວ ໃນ​ການຢ້ຽມຢາມເປັນເວລາ 9 ວັນ​ຂອງທ່ານ ທີ່​ຈະໂຮມ​ທັງການ​ຢ້ຽມຢາມອອສ​ເຕຣ​ເລຍ ​ແລະ​ເຂົ້າ​ຮ່ວມກອງ​ປະຊຸມສຸດ​ຍອດ​ເອ​ເຊຍ​ຕາ​ເວັນ ອອກ​ທີ່​ເກາະ​ບາ​ຫລີ​ ປະ​ເທດ​ອິນ​ໂດ​ເນ​ເຊຍ. ດາຣາມີ​ເລຶ່ອງນີ້​ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່ໄປ

ເບິ່ງວີດີໂອ ລາຍງານພາສາອັງກິດ:

ຟັງລາຍງານພາສາລາວ:

ບັນດາ​ຜູ້​ນໍາ 21 ປະ​ເທດ​ຂອງ​ກຸ່ມ​ເອ​ເພັກ ໄດ້ມາ​ປະຊຸມກັນໃນ​ສະຫະລັດ​ເທື່ອ​ສຸ​ດທ້າຍໃນປີ
1993 ​ເວລາ​ອະດີດ​ປະທານາທິບໍດີ ບິ​ລ ຄລິນຕັນ​ ​ເປັນ​ເຈົ້າພາບ​ຈັດກອງ​ປະຊຸມ​ທີ່​ນະຄອນ
ຊີແອດເຕິ້ລ (Seattle) ລັດ​ວໍ​ຊິງ​ຕັນ.

ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້​ມີ​ຂຶ້ນ ​ໃນ​ຂະນະ​ທີ່​ປະທານາທິບໍດີ ບາຣັກ ​ໂອ​ບາມາ ສືບ​ຕໍ່​ຄວາມ
​ພະຍາຍາມເພື່ອ​ກະຕຸກ​ຊຸກຍູ້​ເສດຖະກິດຂອງ​ສະຫະລັດ​ ໃຫ້​ກ້າວອອກ​ມາ​ຈາກ​ສະພາວະ​
ຖົດຖອຍ ​ແລະເນັ້ນ​ຍໍ້າຄວາມ​ສໍາຄັນ​ຂອງ​ການ​ຄ້າ​ເສລີ​ໃນ​ການ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທໍາ
​ແລະການທ້າ​ທາຍ​ຈາກການ​ແຂ່ງຂັນ​ຈາກ​ພວກ​ເສດຖະກິດ​ໃນຂົງ​ເຂດ​ເອ​ເຊຍ ​ໂດຍສ​ະ​ເພາະ
​ຈີນນັ້ນ.

ທ່ານ Ernest Bower ​ແຫ່ງ​ສູນ​ກາງສຶກສາ​ຍຸດ​ທະ​ສາດ​ແລະ​ລະຫວ່າງປະເທດ ຫລື CSIS
ກ່າວ​ວ່າ ນອກ​ນັ້ນ​ແລ້ວ ທ່ານ​ໂອ​ບາ​ມາຍັງ​ຈະຕ້ອງ​ໄດ້​ສົ່ງ​ສານໃຫ້​ຄວາມ​ໝັ້ນ​ໃຈ ກັບ​ຄືນ​ໄປ
​ຍັງຊາວ​ອ​ະ​ເມຣິກັນ​ໃນ​ປະ​ເທດ ​ນໍາດ້ວຍ. ທ່ານ ເອແນສທ໌ ບາວເອີ ​ເວົ້າ​ວ່າ

“ທ່ານ​ໂອ​ບາ​ມາ​ຈະ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ວ່າ ຖ້າ​ຫາກ​ພວກເຮົາ​ຈະ​ເອົາ​ຕົວໃຫ້​ພົ້ນ​ຈາກ
ສະພາວະເສດຖະກິດ​ຊັກ​ຊ້າ​ລົງ​ ຫລືເສດຖະກິດ​ຖົດຖອຍ​ໃນ​ເວລາ​ນີ້ ຫລືຈະ​ແມ່ນອັນ
ໃດ​ກໍ​ຕາມນັ້ນ ​ໃຫ້​ໄດ້​ແທ້ໆແລ້ວ​ ຂົງ​ເຂດ​ເອ​ເຊຍກໍ​ແມ່ນເປັນສ່ວນ​ນຶ່ງ​ຂອງ​ຄໍາ​ຕອບ​ ຫລື​
ວິທີ​ແກ້​ໄຂ ​ແລະ​ການກັບ​ຄືນໄປສູ່​ສະພາບການກ້າວ​ໄປ​ຂ້າງ​ໜ້າ​ໃນ​ດ້ານ​ການ​ຄ້າ​ນັ້ນ
ຈະ​ເປັນ​ປັດ​ໃຈ​ທີ່​ສໍາຄັນ​ໃນ​ເລຶ່ອງນີ້.”

ກຸ່ມ​ເອ​ເພັກ​ໄດ້​ພະຍາຍາມ​ມາ​ດົນ​ກວ່າ​ສິບ​ປີ​ແລ້ວ ​ເພື່ອ​ສ້າງ​ຕັ້ງ​ເຂດການ​ຄ້າເສລີ​ທີ່ກວ້າງ​ໃຫຍ່
ຢູ່ໃນ​ຂົງ​ເຂດ​ເອ​ເຊ​ຍ-ປາຊິ​ຟິກນັ້ນ. ​ແຕ່ຄາດ​ກັນວ່າ ​ໃນກອງ​ປະຊຸມ​ປີ​ນີ້ ສະຫະລັດ ​ແລະ 8
ປ​ະ​ເທດສະ​ມາຊິກ​ໃນ​ກຸ່ມ​ເອ​ເພັກ ​ຈະ​ປະກາດ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງຮ່າງສັນຍາ​ການ​ຄ້າໃນ
​ຂອບ​ເຂດ​ທີ່​ນ້ອຍ​ກວ່າ​ນັ້ນ ທີ່​ເອີ້ນ​ວ່າ ​ພາຄີ​ຂ້າມປາຊິ​ຟິກ Trans-Pacific Partnership ຫລື TPP.

ຈີນ​ໄດ້​ອອກປາກສະ​ແດງ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ກຸ່ມ​ການ​ຄ້າ​ດັ່ງກ່າວ. ທ່ານ Michael
Green ​ເປັນນັກວິ​ເຄາະ​ແຫ່ງ​ສູນ​ກາງ​ສຶກສາ​ຍຸດທະສາດ​ແ​ລະ​ລະຫວ່າງ​ປະ​ເທດ CSIS.
ທ່ານ ໄມເກິລ ກຣີນ ​ເວົ້າ​ວ່າ:

“ເຖິງ​ແມ່ນ​ວ່າ​ກຸ່ມ​ເອ​ເພັກ​ຈະ​ບໍ່​ແມ່ນ​ອົງ ການເຈລະຈາຕໍ່​ຮອງເລື້ອງການຄ້າ​ກໍ​ຕາມ ​
ແຕ່​ມັນ​ກໍ​ເປັນກອບທີ່​ຖືກຕ້ອງ​ເໝາະ​ສົມ​ຂອງກຸ່ມ​ປະເທດ​ ທີ່​ມຸ້ງ​ໝັ້ນຈະ​ກ້າວ​ໄປ​ຂ້າງ
​ໜ້າ​ກັບໂຄງ​ຮ່າງ​ການ​ຄ້າ​ຂ້າ​ມປາຊິ​ຟິກ ໃນຊ່ວງ​ເວລາ​ທີ່​ຫລາຍໆ​ປະ​ເທດ​ໃນ​ຂົງ​ເຂ​ດ
​ເອ​ເຊຍພາກັນ​ເວົ້າວ່າ ພວກ​ເຮົາຄວນ​ຈະ​ມີໂຄງ​ຮ່າງ​ການ​ຄ້າທີ່​ປະກອບ​ດ້ວຍ​ພວກ​
ປະ​ເທດ​ໃນເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ເທົ່າ​ນັ້ນ.”

ຄວາ​ມສໍາພັນ​ດ້ານ​ເສດຖະກິດ​ແລະ​ຄວາມ​ໝັ້ນຄົງ​ທີ່​ສະ​ລັບ​ຊັບຊ້ອນ​ກັບ​ຈີນ ​ໂຮມ​ທັງ​ການ
​ຍາດ​ແຍ່ງ​ກັນອ້າງ​ເອົາ​ກໍາມະສິດ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ນັ້ນ ​ແມ່ນ​ເປັນຫົວ​ຂໍ້​ສໍາ​ຄັນ​ຂອງ​ການ
​ເດີນທາງ​ຂອງ​ທ່ານ​ໂອ​ບາ​ມາ​ ​ໃນຄັ້ງ​ນີ້.

ກ່ອນກອງ​ປະຊຸມ​ສຸດ​ຍອດ​ເອ​ເພັກ​ນີ້ ພວກ​ເຈົ້າໜ້າ​ທີ່​ອາວຸ​ໂສຂອງ​ສະຫະ​ລັດ ​ໄດ້​ພາກັນ
ເດີນທາງໄປ​ຢ້ຽມຢາມ​ຂົງ​ເຂດ​ນີ້​ກ່ອນ​ແລ້ວ ​ໂຮມ​ທັງ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ
Leon Panetta ​ແລະ​ຮອງ​ລັດຖະມົນຕີ​ຕ່າງປະ​ເທດ Williams Burns ທີ່ກ່າວ​ວ່າ:

“ໃນ​ຄວາມ​ສໍາພັນ​ທີ່​ສະ​ລັບ​ຊັບຊ້ອນ​ຄື​ອັນ​ນີ້ ຈະ​ບໍ່​ມີ​ຂໍ້​ຂັດ​ແຍ້​ງ​ຫລືການ​ຮ່ວມ​ມື​ໃດ
​ຖືກກໍານົດ​ຂຶ້ນມາ​ກ່ອນ. ​ໃນ​ຂະນະ​ທີ່ບົດບາດ​ຂອງ​ຈີນ​ໃນ​ກິດຈະການ​ໂລກ ​ເຕີບ​ໃຫຍ່
​ຂະຫຍາຍ​ໂຕ​ຂຶ້ນ​ນັ້ນ ການ​ຮັກສາ​ຄວາມ​ສໍາພັນ​ອັນ​ນີ້ໄວ້ ​ໃຫ້ຢູ່​ໃນ​ແນວທາງ​ທີ່ເປັນ​
ໝາກ​ເປັນຜົນນັ້ນ ​ແມ່ນຈະ​ໝາຍ​ເຖິງ​ການ​ທ້າ​ທາຍແກ່​ທັງ​ສອງ​ຝ່າຍ.”

ທ່ານ ບາ​ວ​ເອີ ​ແຫ່ງ​ສູນ​ກາງສຶກສາ​ຍຸດ​ທະ​ສາດແລະ​ລະຫວ່າງປະ​ເທດ CSIS ກ່າວ​ວ່າ
ການ​ຮັບປະກັນຂອງ​ສະຫະລັດຕໍ່​ຄວາມ​ໝັ້ນຄົງ​ຂອງຂົງ​ເຂດນັ້ນ ​ແມ່ນ​ຢູ່​ເບື້ອງ​ຫລັງ​ການ
​ໄປ​ຢ້ຽມຢາມຂອງ​ທ່ານ​ໂອ​ບາ​ມາ​ທີ່​ປະ​ເທດອອສ​ເຕຣ​ເລຍ ທີ່ຈະ​ອະນຸຍາດ​ໃຫ້​ກອງທັບ
​ສະຫະລັດ ​ເຂົ້າ​ໄປ​ໃຊ້​ດິນ​ແດນ​ຂອງ​ຕົນ​ຫລາຍ​ຂຶ້ນ​ນັ້ນ. ທ່ານ ບາ​ວ​ເອີ ​ກ່າວ​ວ່າ:

“ການ​ມີໜ້າຂອງ​ກໍາລັງ​ຮັກສາ​ຄວາມ​ປອດ​ໄພຂອງ​ສະຫະລັດ​ ​ແມ່ນໄດ້ການ​ຕ້ອນ
ຮັບ​ຫລາຍ​ທີ່ສຸດຢູ່​ທີ່​ນັ້ນ ​ເພື່ອ​ສ້າງ​ຄວາມ​ສົມດຸນ​ໃຫ້​ແກ່​ສະຖານະ​ການ​ ທີ່​ໄດ້​ເຫັນ
​ການ​ຮຸກ​ຮານ​ຂອງ​ຈີນ​ເມື່ອໝໍ່ໆ​ມາ​ນີ້ ​ໂດຍ​ສະ​ເພາະ​ໃນ​ເຂດ​ທະ​ເລ​ຈີນ​ໃຕ້ ​ແລະ
​ເຂດ​ໝູ່​ເກາະ Senkaku ຫລື​ໝູ່​ເກາະ Diaoyu ທີ່ຢູ່​ເໜືອ​ຂຶ້ນ​ໄປນັ້ນ​ນໍາ.”

ການ​ເດີນທາງ​ຂອງ​ທ່ານ​ໂອ​ບາ​ມາ​ໃນ​ຄັ້ງນີ້ ມີ​ຂຶ້ນ​ໃນ​ຊ່ວງເວລາ​ຫົວລ້ຽວຫົວ​ຕໍ່ ຢູ່ພາຍ​ໃນ
​ປະ​ເທດ ຊຶ່ງ​ວັນເສັ້ນ​ຕາຍ ທີ່ 25 ​ພະຈິກ ກໍາລັງຫຍັບໃກ້ເຂົ້າ​ມາ​ ສໍາລັບໃຫ້ຄະນະ​ກໍາມະ
ການ​ນຶ່ງ​ຂອງ​ລັດຖະສະພາ​ຕົກລົງ​ກັນ​ໃຫ້​ໄດ້ ກ່ຽວ​ກັບ​ການຕັດ​ການ​ໃຊ້​ຈ່າຍ​ຂອງ​ລັດຖະ
ບານ​ລົງ 1200 ​ຕື້​ໂດ​ລານັ້ນ.

ການ​ຕັດສິນ​ໃຈ​ກ່ຽວ​ກັບ​ເລື້ອງ​ນີ້ ຫລື​ການບໍ່​ສາມາດ​ປານີ​ປານ​ອມກັນ​ໄດ້ນັ້ນ​ ​ແມ່ນຈະ​ສົ່ງ
​ຜົນ​ກະທົບ​ທີ່​ກວ້າງໄກ​ ​ແລະ​ຈະກໍຖືກ​ຕິດຕາມສິ້ງ​ຊອມ​ເບິ່ງ​ຢ່າງໃກ້​ຊິດ​ ໂດຍ​ພວກ​ຜູ້​ນໍາ
​ຂົງ​ເຂດ​ເອ​ເຊຍ-ປາຊິ​ຟິກ ທີ່​ທ່ານໂອ​ບາ​ມາຈະ​ພົບ​ປະ​ຫາລື​ນໍາໃນ​ການຢ້ຽມຢາມ​ຂອງ​ທ່ານ
ໃນ​ຄັ້ງ​ນີ້.

XS
SM
MD
LG