ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ປະກາດໃຫ້ທຶນ ຄົ້ນຄວ້າໂຣກ AIDS 100 ລ້ານໂດລາ (ວີດີໂອ)


Obama Ups US Contribution to Global AIDS Fund
please wait

No media source currently available

0:00 0:00:42 0:00
ລິງໂດຍກົງ
ປະ​ທາ​ນາ​ທິບໍດີສະຫະລັດ ທ່ານ Barack Obama ​ໄດ້​ປະກາດ​
ການ​ລິ​ເລີ້ມໃໝ່ ​ເພື່ອ​ເພີ້​ມທະວີ​ການຄົ້ນ​ຄວ້າ ກ່ຽວ​ກັບ​ການ​ປິ່ນ
ປົວຜູ້​ຕິດ​ເຊື້ອ​ HIV​ ​ໃຫ້ຫາ​ຍດີ​ໄດ້.

ປະທານາທິບໍດີ Obama ກ່າວ​ວ່າ ລັດຖະບານ​ຂອງ​ທ່ານ ຈະ​ສັ່ງ​
ໃຫ້​ສົ່ງ​ເງິນ 100 ລ້ານ​ໂດ​ລາໄປ​ໃຫ້​ແກ່ສະ​ຖາ​ບັນ​ສຸຂະພາບ​ແຫ່ງ
​ຊາດຫຼື NIH ​ເພື່ອ​ພັດທະ ນາການ​ປິ່ນປົວແບບ​ໃໝ່ ​ເພື່ອ​ຕໍ່ສູ້​ກັບ
​ເຊື້ອ​ HIV ​ແລະ​ໂຣກ AIDS.

ທ່ານ Obama ​ໄດ້​ປະກາດ​ທີ່ ນະຄອນຫລວງວໍ​ຊິງ​ຕັນ ​ໃນ​ວັນ​ຈັນ
ວານນີ້ ​ເພື່ອ​ເປັນ​ຂີດ​ໝາຍ ​ເນື່ອງ​ໃນ​ໂອກາດ​ວັນ​ຕໍ່ຕ້ານ​ໂຣກ AIDS
ຂອງໂລກ ຊຶ່ງ​ຕົກ​ໃສ່ ວັນ​ອາທິດທີ່​ຜ່ານ​ມາ.

ທ່ານ​ໂອ​ບາ​ມາ​ເວົ້າວ່າ “ສະຫະລັດ ສົມຄວນ​ເປັນ​ຜູ້​ນໍາໜ້າ ​ໃນ​ການ
​ຄົ້ນ​ພົບ​ໃໝ່ ກ່ຽວ​ກັບ​ວ່າ​ ຈະເຮັດ​ໃຫ້​ເຊື້ອ HIV ລົດ​ລົງໃນ​ລະຍະ​ຍາວ
​ແບບ​ໃດ ໂດຍ​ປ​າສະ​ຈາກ​ຕ້ອງ​ໄດ້ປິ່ນປົວ​ໃນ​ລະຍະ​ຍາວ ຫລື​ດີກ​ວ່າ​
ນັ້ນ ກໍາຈັດ​ໃຫ້​ໝົດໄປເລີຍ.”

ປະທານາທິບໍດີ ຍັງ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ​ວ່າ ສະຫະລັດ ຈະ​ປະກອບສ່ວນ 5 ພັນ​ລ້ານ​ໂດ​ລາ​ເພື່ອ​ຕໍ່ສູ້​ຕ້ານກັບເຊື້ອ HIV ​ແລະ​ໂຣກ AIDS ​ໃນ​ສາມ​ປີ​ຂ້າງ​ໜ້າ​ນີ້ ​ໃນ​ຂະນະ​ທີ່​ບັນດາ​ປະ​ເທດຕ່າງໆ​ໃນ​ໂລກ​ ຮ່ວມສົມທົບ 10 ພັນ​ລ້ານ​ໂດ​ລາ. ​ເງິນ​ດັ່ງກ່າວ​ນີ້​ ຈະ​ນໍາ​ໄປ​ໃຫ້ກອງ​ທຶນ​ໂລກ ​ເພື່ອ​ຕໍ່ຕ້ານ
ໂຣກ AIDS ປອດແຫ້ງ ​ແລະ​ໄຂ້ປ່າ ຂອງ​ໂລກ.

Obama AIDS
please wait
Embed

No media source currently available

0:00 0:00:22 0:00


XS
SM
MD
LG