ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ Belgium ເພີ້ມການຮັກສາຄວາມປອດໄພ ໃນຖະໜົນສາຍຕ່າງໆ ໃນເຂດຂອງຊາວຢີວ


World Leaders Weigh in on Paris Attacks Amid Europe Counterterror Raids
please wait

No media source currently available

0:00 0:02:37 0:00

ຕຳຫຼວດໃນຫຼາຍປະເທດໃນຢູໂຣບບຸກເຂົ້າກວດຄົ້ນບ່ອນທີ່ສົງໄສ ທີ່ເປັນບ່ອນລີ້ຊ່ອນຂອງພວກກໍ່ການຮ້າຍ.

Belgium ສົ່ງ​ພວກທະຫານອອກ​ປະຕິບັດ​ງານ​ຕາມ​ຖະໜົນ
​ຫົນທາງ​ສາຍ​ຕ່າງໆ​ໃນ​ວັນ​ເສົາ​ວານ​ນີ້​ເປັນ​ເທື່ອ​ທຳ​ອິດ​ໃນ​
ຮອບ​ຫຼາຍ​ທົດ​ສະ​ວັດ​ຜ່ານ​ມາ ​ໃນ​ການ​ຊຸກຍູ້​ເພື່ອ​ເອົາ​ມາດ
​ຕະການ​ຮັດ​ແໜ້ນ​ຂຶ້ນ​ໃນ​ເຂດ​ຕ່າງໆຂອງ​ຊາວ​ຢີວ ​ແລະ​ໃນ​
ເຂດ​ອື່ນໆ​ທີ່​ອາດ​ຈະ​ຕົກ​ເປັນ​ເປົ້າ​ໝາຍ​ການ​ໂຈມ​ຕີ​ຂອງ​
ພວກ​ກໍ່​ການ​ຮ້າຍ​ໄດ້​ນັ້ນ.

ການ​ເຄື່ອນ​ໄຫວ​ຕ່າງໆ​ດ້ານ​ຄວາມ​ປອດ​ໄພ ​ໃນ​ນະຄອນຫຼວງ
Brussels ​ແລະ​ເຂດ Antwerp ມີ​ຂຶ້ນ​ພາຍຫຼັງ​ຕຳຫຼວດ​ທຳ​
ການ​ບຸກໂຈມ​ຕີ​ໃນ​ວັນ​ພະຫັດ​ຜ່ານ​ມາ ທີ່​ໄດ້​ສັງຫານ​ພວກ​ຜູ້​
ຊາຍ 2 ຄົນ ທີ່​ສົງ​ໄສ​ວ່າ ທຳ​ການວາງ​ແຜນ ​ໃນ​ອັນ​ທີ່ບັນດາ
​ເຈົ້າ​ໜ້າ​ທີ່ Belgium ເ​ຊື່ອ ວ່າ​ ຈະ​ເປັນ​ໄປ​ໄດ້​ຫຼາຍ​ທີ່​ສຸດ ​ທີ່​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​
ຮ້າຍ​ຈະ​ເກີດ​ຂຶ້ນ​ນັ້ນ. ການວາງ​ແຜນ​ທີ່ໄດ້​ພົບ​ເຫັນ​ກ່ອນ ​ໄດ້​ສ້າງ​ຄວາມ​ຢ້ານ​ກົວຂຶ້ນ​ຢ່າງ​
ສູງ​ໃນ​ທົ່ວ​ຢູ​ໂຣບ ທີ່​ພວກ​ຫົວ​ຮຸນ​ແຮງ​ທາງ​ສາສະໜາ ກຳລັງ​ກະກຽມ​ເພື່ອ​ທຳ​ການ​ໂຈມ​ຕີ​ຕື່ມ​ອີກ ຄ້າຍຄື​ກັນ​ກັບ​ການ​ສັງຫານໝູ່​ທີ່​ປາຣີ ທີ່​ໄດ້​ເຮັດ​ໃຫ້​ຜູ້​ຄົນເສຍ​ຊີວິດ​ໄປ 17 ຄົນ ​ໃນ​ຕົ້ນ​ເດືອນ​ນີ້.

ທີ່​ປະ​ເທດ Greece ​ໃນ​ແລງ​ວັນ​ເສົາ​ວານ​ນີ້ ຕຳຫຼວດ​ໄດ້​ພະຍາຍາມ​ຊອກ​ຫາ​ການ​ເຊື່ອມ​ໂຍງ​ກັນ​ທີ່​ເປັນ​ໄປ​ໄດ້ ລະຫວ່າງ ພວກ​ຜູ້​ຄົນ 4 ຄົນ​ທີ່​ຖືກ​ຈັບ​ກຸມ ​ແລະ​ກຸ່ມ​ຜູ້​ຕ້ອງ​ສົງ​ໄສ Belgium ທີ່​ແນ​ເປົ້າ​ໝາຍໃສ່ ໃນ​ວັນ​ພະຫັດ​ຜ່ານ​ມາ​ນີ້.

ມີ​ການລາຍງານ​ຂ່າວ​ຢ່າງ​ແຜ່​ຫຼາຍ ວ່າ ຄົນ​ນຶ່ງ​ໃນ​ບັນດາ​ຜູ້​ຕ້ອງ​ສົງ​ໄສ​ທີ່​ຖືກ​ຈັບ​ກຸມ​ໃນນະ
ຄອນ Athens ມີ​ລັກສະນະ​ຖືກຕ້ອງ​ອັນ​ດຽວ​ກັນ​ກັບ​ນາຍ Abdelhamid Abaaoud ທີ່
​ສົງ​ໄສ​ວ່າ​ ເປັນຫົວໜ້າ​ວາງ​ແຜນ ຢູ່ Belgium ແຕ່ໄດ້​ຮັບ​ການ​ຢືນຢັນ​ວ່າ ບໍ່​ມີ​ສາຍ​ພົວ
ພັນກັນ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້.

ກ່ອນ​ໜ້າ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ນາຍ Abaaoud ຊຶ່ງ​ເປັນ​ພົນ ລະ​ເມືອງ Belgium ​ເຊື້ອສາຍ Morocco ແມ່ນ​ຄຶດ​ກັນ​ວ່າ ກຳລັງ​ລີ້​ຊ່ອນ​ໃນ Greece ນັ້ນ.

​ໃນອີກດ້ານນຶ່ງນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ເມືອງ Rheim ຂອງຝຣັ່ງ ກ່າວ​ວ່າ ນຶ່ງ​ໃນ​ບັນດາ​ພວກ​ທຳ​ການ​ໂຈມ​ຕີ່​ທີ່​ປາຣີ ທີ່​ຖືກ​ສັງຫານ​ໂດຍ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ​ຂອງຝຣັ່ງ​ເມື່ອ​ຫຼາຍ​ມື້​ຜ່ານ​ມາ​ນັ້ນ ​ໄດ້​ຖືກ​ຝັງ​ໄວ້​ໃນ​ຂຸມ​ຝັງ​ສົບ​ທີ່​ບໍ່​ໃສ່​ຊື່​ແຫ່ງ​ນຶ່ງ​ຢູ່​ໃກ້ໆ​ກັບ​ເມືອງ​ນັ້ນ.

​ເຈົ້າ​ຄອງ​ກຳ​ແພງ​ເມືອງ Rheim ກ່າວ​ວ່າ ມືປືນ Said Kouachi ​ໄດ້​ຖືກນຳໄປ​ຝັງ​ ​ໃນ​ແລງ​ວັນ​ສຸກ​ຜ່ານ​ມາ ​ແລະ​ວ່າກົດໝາຍຂອງຝຣັ່ງ ອະນຸຍາດໃຫ້​ຝັງຜູ້ກ່ຽວໄດ້.

europeterrorism18january15
please wait

No media source currently available

0:00 0:01:32 0:00

XS
SM
MD
LG