ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ໂອບາມາ ຮັບກຽດ ເປັນລູກຊາຍບຸນທຳ ຂອງຊົນເຜົ່າ ອາເມຣິກັນ ພື້ນເມືອງ


Obama Honored by Tribal Nations as 'Adopted Son'
please wait

No media source currently available

0:00 0:02:03 0:00

ຊົມລາຍງານວິດີໂອຈາກນັກຂ່າວ ວີໂອເອ Cindy Saine.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮັບກຽດໂດຍຊາວອາເມຣິກັນ​ເຜົ່າ ພື້ນເມືອງ ດັ່ງກັບລູກຊາຍບຸນທຳຄົນໜຶ່ງ ແລະ ຜູ້ນຳຄົນໜຶ່ງທີ່ໄດ້ຮັກສາຄຳສັນຍາຂອງ ທ່ານໄວ້ໃນວັນຈັນວານນີ້.

ໃນກອງປະຊຸມຊາດຊົນເຜົ່າຂອງທຳນຽບຂາວ ປະຈຳປີຄັ້ງທີ 8 , ທ່ານປະທານາທິບໍດີໄດ້ ມ່ວນຊື່ນກັບການຕ້ອນຮັບດ້ວຍຄວາມປິຕິຍິນດີ ຈາກບັນດາຕົວແທນຂອງຊົນເຜົ່າທີ່ໄດ້ ຖືກຮັບຮູູ້ໂດຍລັດຖະບານກາງ 567 ຊົນເຜົ່າ, ທີ່ໄດ້ເຂົ້າຮ່ວມໃນພິທີສະເຫຼີມສະຫຼອງ​ເພື່ອ ເປັນກຽດຂອງຊາວອາເມຣິກັນ ​ເຜົ່າ​ພື້ນເມືອງ.

ບັນດາຜູ້ນຳໄດ້ເອົາຜ້າຫົ່ມຂົນສັດສີແດງໄປຫຸ້ມຕົວຂອງທ່ານ, ເປັນຂອງຂວັນ ແລະ ໄດ້ ສວມມົງກຸດໃຫ້ທ່ານດ້ວຍໝວກຟາງ. ທ່ານໂອບາມາ ໄດ້ເວົ້າຢອກວ່າ ທ່ານດີໃຈທີ່ໄດ້ເປັນ ຫົວໜ້າເຜົ່າຕ່າງໆ ພ້ອມກັບໄດ້ເອົາຜ້າຫົ່ມໃຫ້ສະຕີໝາຍເລກໜຶ່ງທ່ານນາງ ມິແຊລ ໂອບາ ມາ, ໂດຍກ່າວວ່າ ຖ້າບໍ່ສະນັ້ນລາວກໍຈະລັກເອົາຂອງທ່ານໄປ.

ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສທີ່ກອງປະຊຸມຊາດຊົນເຜົ່າຂອງທຳນຽບຂາວປີ 2016 ຈັດຂຶ້ນໃນຫໍປະຊຸມ Mellon ໃນນະຄອນຫຼວງ ວໍຊິງຕັນ. 26 ກັນຍາ 2016.
ປະທານາທິບໍດີ ບາຣັກ ໂອບາມາ ກ່າວຄຳປາໄສທີ່ກອງປະຊຸມຊາດຊົນເຜົ່າຂອງທຳນຽບຂາວປີ 2016 ຈັດຂຶ້ນໃນຫໍປະຊຸມ Mellon ໃນນະຄອນຫຼວງ ວໍຊິງຕັນ. 26 ກັນຍາ 2016.

ໃນເວລາທີ່ທ່ານໄດ້ຈັດກອງປະຊຸມຊາດຊົນເຜົ່າຄັ້ງທຳອິດຂຶ້ນ ໃນປີ 2009, ທ່ານໄດ້ປະຕິ ຍານທີ່ຈະເປັນຄູ່ຮ່ວມໃນນ້ຳໃຈຂອງສາຍພົວພັນ ລະຫວ່າງຊາດ. ທ່ານໄດ້ກ່າວວ່າທ່ານມີ ຄວາມພາກພູມໃຈກັບປະຫວັດຂອງທ່ານ.ໂດຍກ່າວວ່າ “ພວກເຮົາຍັງບໍ່ໄດ້ແກ້ໄຂທຸກບັນ ຫາ, ພວກເຮົາຍັງບໍ່ໄດ້ແກ້ໄຂທຸກໆຄວາມຜິດໃຫ້ເປັນຖືກ, ແຕ່ນຳກັນພວກເຮົາໄດ້ ສ້າງຄວາມກ້າວໜ້າທີ່ສຳຄັນໃນເກືອບທຸກຂົງເຂດ. ພ້ອມກັນພວກໄດ້ປົກປ້ອງທີ່ດິນ ສັກສິດໄວ້ສຳລັບຄົນລຸ້ນຕໍ່ໄປຢ່າງຖາວອນ. ພວກເຮົາໄດ້ສົ່ງຄືນບ້ານເກີດເມືອງນອນ ແຫ່ງຕ່າງໆຂອງຊົນເຜົ່າ ໃຫ້ກັບເຈົ້າຂອງດັ່ງເດີມຂອງພວກເຂົາເຈົ້າຫຼາຍກວ່າ 150,000 ເຮັກຕາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

President Barack Obama speaks at the Tribal Nations Conference
please wait

No media source currently available

0:00 0:01:35 0:00

XS
SM
MD
LG