ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ປ.ໂອບາມາ ຮຽກຮ້ອງ ໃຫ້ສະພາ ຊ່ອຍທ່ານ ສ້າງວຽກ ການເຮັດ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ຮຽກຮ້ອງໃຫ້ລັດ
ຖະສະພາ ຊ່ອຍທ່ານ ສ້າງວຽກເຮັດງານທຳ ແລະບູລະນະສ້າງສາ
ໂຄງລ່າງພື້ນຖານ ຂອງປະເທດຄືນໃໝ່.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາ
ທິບໍດີໂອບາມາຊີ້ໃຫ້ເຫັນເຖິງການເລີ້ມສ້າງສູນກາງຮາຍເທັກໃໝ່
ສອງແຫ່ງ ແລະການແຂ່ງຂັນເພື່ອບູລະນະສ້າງສາຄືນໃໝ່ຖະໜົນ
ຫົນທາງ ຂົວ ລະບົບຂົນສົ່ງມວນຊົນ ທ່າກຳປັ່ນ ແລະທາງລົດໄຟ.

ປະທານາທິບໍດີໂອບາມາ ເວົ້າວ່າ ຮ່າງກົດໝາຍທີ່ພວມນຳສະເໜີ
ຕໍ່ລັດຖະສະພາ ໃນເວລານີ້ ຈະສ້າງຕາໜ່າງສູນກາງການຜະລິດຂຶ້ນຢູ່ໃນທົ່ວປະເທດ.



ນອກນັ້ນແລ້ວ ທ່ານໂອບາມາຍັງກ່າວວ່າ ທ່ານຈະສົ່ງງົບປະມານໄປໃຫ້ສະພາໃນອາທິດໜ້າ ນີ້ ຊຶ່ງຈະຮວມທັງ ການບູລະນະສ້າງສາຄືນໃໝ່ ລະບົບການຂົນສົ່ງຂອງປະເທດ ຊຶ່ງສາມາດ ພາໃຫ້ມີການວ່າຈ້າງຄົນເຂົ້າເຮັດວຽກຫຼາຍໆລ້ານຄົນ.

ໃນຄຳປາໄສ ຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕໍ່າ Ann Wagner ຈາກລັດ Mis-
souri ຢາກໃຫ້ປະທານາທິບໍດີອະທິບາຍສູ່ຟັງ ກ່ຽວກັບລາຍງານຂອງລັດຖະບານທີ່ວ່າ ຈະ
ມີ ພວກຄົນງານຫຼາຍເຖິງ 11 ລ້ານຄົນຈະຈ່າຍຄ່າປະກັນໄພສຸຂະພາບທີ່ແພງຂຶ້ນຍ້ອນກົດ ໝາຍຮັກສາສຸຂະພາບໃໝ່ ທີ່ຮູ້ກັນໃນນາມ Obamacare ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG