ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ໂອ​ບາ​ມາ ເດີນທາງ ຢ້ຽມຢາມ Tanzania (ວີດິໂອ/ສະໄລດ໌)


ປະທານາທິບໍດີໂອບາມາ ທີ່ຕິດຕາມດ້ວຍສະຕີໝາຍເລກນຶ່ງ ທ່ານນາງ Michelle ໂອບາມາ ເຕັ້ນເມື່ອທ່ານໄປເຖິງບ່ອນຈັດ ພິທີຕ້ອນຮັບທ່ານ ກັບປະທານາທີບໍດີ Tanzania ທ່ານ Jakaya Kikwete (ຂວາ) ໃນວັນຈັນທີ 1 ກໍລະກົດ 2013 ທີ່ສະໜາມບິນສາກົນ Julius Nyerere ໃນນະຄອນຫລວງ Dar Es Salaam ຂອງ Tanzania.
ປະທານາທິບໍດີໂອບາມາ ທີ່ຕິດຕາມດ້ວຍສະຕີໝາຍເລກນຶ່ງ ທ່ານນາງ Michelle ໂອບາມາ ເຕັ້ນເມື່ອທ່ານໄປເຖິງບ່ອນຈັດ ພິທີຕ້ອນຮັບທ່ານ ກັບປະທານາທີບໍດີ Tanzania ທ່ານ Jakaya Kikwete (ຂວາ) ໃນວັນຈັນທີ 1 ກໍລະກົດ 2013 ທີ່ສະໜາມບິນສາກົນ Julius Nyerere ໃນນະຄອນຫລວງ Dar Es Salaam ຂອງ Tanzania.
ທ່ານ​ບາຣັກ ​ໂອ​ບາ​ມາ ປະທານາທິບໍດີ​ສະຫະລັດ ​ໄດ້ເດີນ
ທາງໄປຮອດ​ປະ​ເທດ Tanzania ​ແລ້ວ ຊຶ່ງເປັນບ່ອນຢຸດ
ແຫວ່ສຸດທ້າຍຂອງການເດີນທາງ ຢ້ຽມຢາມສາມປະເທດ
ໃນທະວີບອາຟຣິກາ.

ທ່ານໂອ​ບາ​ມາ ​ໄດ້​ຖືກ​ຕ້ອນຮັບ​ໂດຍ ທ່ານ Jakaya Kikwete
ປະທານາທິບໍດີ Tanzania ພ້ອມ​ກັບ​ນັກ​ຟ້ອນ​ພື້ນ​ເມືອງ​ແລະ
​ນັກ​ຕີ​ກອງຫລາຍໆ​ກຸ່ມ ​ຢູ່​ສະໜາມ​ບິນ ​ນະຄອນຫລວງ Dar
es Salaam ໃນວັນຈັນມື້ນີ້.

​ໃນ​ລະຫວ່າງ​ການ​ເຄື່ອນ​ໄຫວ​ຢ້ຽມຢາມ​ເປັນ​ເວລາ​ສອງ​ວັນຢູ່​ໃນ​
ປະ​ເທດ​ທີ່​ຕັ້ງ​ຢູ່​ພາກ​ຕາ​ເວັນ​ອອກ​ຂອງ​ທະວີບອາ​ຟຣິກາ​ນັ້ນ ທ່ານ​ໂອ​ບາ​ມາຈະ​ສົນ​ທະນາ​
ຫາ​ລື​ກັບປະທານາທິບໍດີ Kikwete ຈະ​ພົບ​ປະກັບຜູ້ນໍາທາງທຸລະກິດ ແລະກ່າວຄໍາປາໄສ
ຕໍ່ກອງປະຊຸມຂອງຄະນະ​ຫົວໜ້າ​ບໍລິການທຸລະກິດ.

Tanzania ແມ່ນນຶ່ງໃນເຈັດປະເທດ ທີ່ຈະໄດ້ຮັບຜົນປະ​ໂຫຍດໂດຍກົງ ຈາກໂຄງການ
ລິເລີ້ມໃໝ່ ມູນຄ່າ 5 ພັນ​ລ້ານ​ໂດ​ລາ ຂອງທ່ານໂອບາມາ ທີ່ໄດ້ປະກາດໄປໃນວັນອາທິດ
ວານນີ້ ເພື່ອຊ່ວຍເພີ້ມການຜະລິດພະລັງງານໄຟຟ້າ ຢູ່ໃນເຂດໃຕ້ທະເລຊາຍຊາຮາຣາ ຂອງທະວີບອາຟຣິກາ ຂຶ້ນ.

ວີດິໂອ: ທ່ານໂອບາມາໄດ້ຮັບການຕ້ອນຮັບຢ່າງໃຫຍໂຕ ຢູ່ແທນຊາເນຍ

Obama Receives Huge Welcome in Tanzania
please wait

No media source currently available

0:00 0:02:10 0:00
ລິງໂດຍກົງ

ທ່ານໄດ້ເປີດເຜີຍໂຄງການທີ່ຊື່ວ່າ ໄຟຟ້າອາຟຣິກາ ໃນຄໍາປາໄສຂອງທ່ານຢູ່ມະຫາ
ວິທະຍາໄລ Cape Town ຂອງອາຟຣິກາໃຕ້ ຊຶ່ງ​ທ່ານເວົ້າວ່າ ມັນຈະ​ເພີ້ມຊ່ອງທາງ
ເຂົ້າເຖິງໄຟຟ້າ ຂອງປະຊາຊົນໃນຂົງເຂດດັ່ງກ່າວ ຂຶ້ນເປັນສອງເທົ່າຕົວ ໃນຊ່ວງເວລາ
ຫ້າປີຂ້າງໜ້າ ດັ່ງທີ່ທ່ານໃຫ້ຄໍາເຫັນວ່າ:

“ຊ່ອງທາງໃນການເຂົ້າຖິງໄຟຟ້າແມ່ນເປັນສິ່ງສໍາຄັນພື້ນຖານ ຕໍ່ການມີໂອກາດ
ພັດທະນາໃນຍຸກສະໄໝນີ້. ມັນແມ່ນແສງສະຫວ່າງທີ່ນັກຮຽນ​ໃຊ້ໃນເວລາຮຽນ
ໜັງສື ​ເປັນພະລັງງານທີ່ອໍານວຍໃຫ້ຄວາມຄິດອັນນຶ່ງ ຜັນປ່ຽນໄປເປັນທຸລະກິດ
ໄດ້ ເປັນສາຍຊູຊີບສໍາລັບຄອບຄົວທັງຫລາຍ ເພື່ອຈະສາມາດຕອບສະໜອງ
ຄວາມຕ້ອງການແບບພື້ນຖານທີ່ສຸດຂອງເຂົາເຈົ້າໄດ້. ແລະມັນແມ່ນການ
ເຊື່ອມຕໍ່ທີ່ຕ້ອງມີ ເພື່ອຈະ​ເຊື່ອມ​ຕໍ່ທະວີບອາຟຣິກາ ໃສ່ກັບຕາໜ່າງຂອງເສດ
ຖະກິດໂລກ. ສະນັ້ນ ພວກທ່ານຈໍາ​ເປັນຕ້ອງມີໄຟຟ້າ.”


ນອກຈາກ Tanzania ແລ້ວ ໂຄງການດັ່ງກ່າວ ຍັງຈະເລີ້ມຕົ້ນຂຶ້ນຢູ່ໃນ Ethiopia, Kenya, Liberia, Nigeria, Uganda ແລະ Mozambique.

ປະມວນພາບການຢ້ຽມຢາມອາຟຣິກາຂອງ ປ. ໂອບາມາ:

XS
SM
MD
LG