ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. ໂອບາມາ ໄປຢ້ຽມຢາມ ອາຟຣິກາ ເປັນເວລາ 1 ອາທິດ (ວີດິໂອ)


ນັກແຕ້ມຜູ້ນຶ່ງ (ຊ້າຍລຸ່ມ) ແລະຜູ້ຮ່ວມມື (ຂວາລຸ່ມ) ວາດຮູບຂອງ ປະທານາທິບໍດີ ໂອບາມາ (ກາງ) ປະທານາທິບດີຂອງ Senegalese ທ່ານ Macky Sall (ຊ້າຍ) ແລະທ່ານ Martin Luther King Jr. (ຂວາ) ໃສ່ຝາໃຫຍ່ ຢູ່ຕາມເສັ້ນທາງ ທີ່ທ່ານໂອບາມາຈະໄປຜ່ານ ໃນຂະນະທີ່ທ່ານຈະໄປຢ້ຽມຢາມນະຄອນ Dakar ຂອງ Senegal ໃນວັນພຸດມື້ນີ້.
ນັກແຕ້ມຜູ້ນຶ່ງ (ຊ້າຍລຸ່ມ) ແລະຜູ້ຮ່ວມມື (ຂວາລຸ່ມ) ວາດຮູບຂອງ ປະທານາທິບໍດີ ໂອບາມາ (ກາງ) ປະທານາທິບດີຂອງ Senegalese ທ່ານ Macky Sall (ຊ້າຍ) ແລະທ່ານ Martin Luther King Jr. (ຂວາ) ໃສ່ຝາໃຫຍ່ ຢູ່ຕາມເສັ້ນທາງ ທີ່ທ່ານໂອບາມາຈະໄປຜ່ານ ໃນຂະນະທີ່ທ່ານຈະໄປຢ້ຽມຢາມນະຄອນ Dakar ຂອງ Senegal ໃນວັນພຸດມື້ນີ້.
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເລີ້ມອອກ
ເດີນທາງໃນວັນພຸດມື້ນີ້ ເພື່ອໄປຢ້ຽມຢາມທະວີບອາຟຣິກາ
ເປັນເວລານຶ່ງອາທິດ ທີ່ເພັ່ງເລັງໃສ່ດ້ານການຄ້າ, ການລົງທຶນ ແລະຄວາມໝັ້ນຄົງທາງດ້ານສະບຽງອາຫານ.

ກ່ອນ​ອື່ນ​ໝົດ ທ່ານໂອບາມາຈະເດີນທາງໄປຍັງປະເທດ
Senegal ຊຶ່ງຢູ່ທີ່ນັ້ນ ທ່ານຈະ ພົບປະກັບປະທານາທິບໍດີ Macky
Sall ໃນວັນພະຫັດມື້ອື່ນ ແລະເຂົ້າຮ່ວມການສົນທະນາ ກ່ຽວກັບ
ເລື້ອງການປົກຄອງດ້ວຍຕົວບົດກົດໝາຍ ກັບບັນດາຜູ້ນໍາທາງ
ດ້ານຕຸລາການຢູ່​ໃນຂົງເຂດ.

ໃນການ​ຖະ​ແຫຼງກ່ອນ​ການເດີນທາງຂອງປະທານາທິບໍດີນັ້ນ ທ່ານ Michael Froman ຜູ້ຕາງໜ້າຝ່າຍການຄ້າສະຫະລັດເວົ້າວ່າ ຍ້ອນການແຜ່ລະບາດຂອງໂຣກເອດສ໌ ແລະ ການສໍ້ລາດບັງຫລວງຫລຸດໜ້ອຍຖອຍລົງຂອງ, “ດວງດາວຕ່າງໆຈຶ່ງຢູ່ໃນຕໍາແໜ່ງທີ່ຖືກ
ຕ້ອງ” ໃນອາຟຣິກາສໍາລັບເລື້ອງການຫລຸດຜ່ອນຄວາມທຸກຈົນຢ່າງຫລວງຫລາຍລົງ.

ແຕ່ທ່ານ Froman ກໍເວົ້າວ່າ ຄວາມກ້າວໜ້າໃນອາຟຣິກາຍັງບອບບາງຢູ່ ແລະກໍວ່າສະ
ຫະລັດຢາກຈະຢູ່ຄຽງຂ້າງບັນດາປະເທດທີ່ຫາກໍ່ໄດ້ຮັບຄວາມກ້າວໜ້າຢ່າງບໍ່ສາມາດ ຕ່າວປີ້ນໄດ້ ​ເມື່ອ​ໄວໆ​ມານີ້.

ຈາກ Senegal ທ່ານໂອບາມາ ມີແຜນທີ່ຈະມຸ້ງໜ້າໄປຍັງປະເທດອາຟຣິກາໃຕ້ ແລະ ຢ້ຽມຢາມເກາະ Robben ຊຶ່ງເປັນຄຸກທີ່ທ່ານ Nelson Mandela ອະດີດປະທານາທິ
ບໍດີອາຟຣິກາໃຕ້ ຖືກຂັງໄວ້ເປັນເວລາເກືອບສອງທົດສະວັດ.

Obama Means Business During Africa Trip
please wait

No media source currently available

0:00 0:02:15 0:00
ລິງໂດຍກົງ

ເຈົ້າໜ້າທີ່ອາຟຣິກາໃຕ້ເວົ້າວ່າ ການຢ້ຽມຢາມຂອງທ່ານໂອບາມາຍັງຈະດໍາເນີນໄປ
ຕາມແຜນການ ເຖິງແມ່ນວ່າຈະມີຄວາມກັງວົນໃຈກັນຢູ່​ໃນທົ່ວປະເທດ ກ່ຽວກັບສຸຂະ
ພາບທີ່ຊຸດໂຊມຂອງທ່ານ Mandela ຊຶ່ງມີອາຍຸ 94 ປີນັ້ນ ກໍຕາມ.

ນອກນັ້ນ ທ່ານໂອບາມາ ກໍຍັງຈະໄດ້ຢຸດແວ່ທີ່ປະເທດ Tanzania ກ່ອນຈະເດີນທາງ
ກັບຄືນປະເທດ.

ທ່ານໂອບາມາຈະບໍ່ໄປຢ້ຽມຢາມປະເທດເຄນຢາ ທີ່ເປັນບ້ານເກີດເມືອງນອນຂອງບິດາ ທ່ານນັ້ນ. ແຜນການຂອງທ່ານໄດ້ເຮັດໃຫ້ຊາວເຄນຢາຫລາຍຄົນຮູ້ສຶກຜິດຫວັງ. ແຕ່ວ່າ ທັງປະທານາທິບໍດີ ແລະຮອງປະທານາທິບໍດີຂອງປະເທດດັ່ງກ່າວ ກໍາລັງປະເຊີນກັບ
ການດຳ​ເນີນ​ຄະດີ​ໂດຍສານອາຍານາໆ​ຊາດ ໃນຄະດີກໍ່ອາຊະຍາກໍາຕ້ານມະນຸດຊາດ.
ພວກນັກການທູດເວົ້າວ່າ ເຫດການອັນນີ້ເຮັດໃຫ້ການເດີນທາງໄປຢ້ຽມຢາມປະເທດ
ດັ່ງກ່າວ ຂອງ​ທ່ານ​ໂອ​ບາ​ມາເປັນໄປ​ໄດ້​ຍາກ.

ຄັ້ງນີ້ ເປັນພຽງຄັ້ງທີສອງເທົ່ານັ້ນ ທີ່ທ່ານໂອບາມາໄດ້ໄປຢ້ຽມຢາມທະວີບອາຟຣິກາ
ນັບແຕ່ທ່ານໄດ້​ເປັນປະທານາທິບໍດີ. ທ່ານໄດ້ໄປຢຸດແວ່ເປັນເວລາອັນສັ້ນໆທີ່ປະເທດ Ghana ໃນປີ 2009.

ເບິ່ງວີດິໂອກ່ຽວກັບເລື້ອງນີ້:

XS
SM
MD
LG