ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສະຫະລັດ ​ຈະຮັກສາ ກຳລັງທະຫານ 8,400 ຄົນ ​ໄວ້ໃນ ອັຟການິສຖານ ຈົນເຖິງປີໜ້າ


ປະທານາທິບໍດີ ບາຣັກ ໂອບາມາ ຄຽງຂ້າງ ໂດຍ ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter, ຊ້າຍ, ແລະ ຫົວໜ້າເສນາທິການ ນາຍພົນ Joseph Dunford, ກ່າວຖະແຫລງ ກ່ຽວກັບ ອັຟການິສຖານ ຈາກຫ້ອງ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ກໍລະກົດ 2016.
ປະທານາທິບໍດີ ບາຣັກ ໂອບາມາ ຄຽງຂ້າງ ໂດຍ ລັດຖະມົນຕີປ້ອງກັນປະເທດ ທ່ານ Ash Carter, ຊ້າຍ, ແລະ ຫົວໜ້າເສນາທິການ ນາຍພົນ Joseph Dunford, ກ່າວຖະແຫລງ ກ່ຽວກັບ ອັຟການິສຖານ ຈາກຫ້ອງ Roosevelt ຂອງທຳນຽບຂາວ ໃນນະຄອນຫຼວງວໍຊິງຕັນ, ວັນທີ 6 ກໍລະກົດ 2016.

ແຜນການຂອງປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ທີ່​ຈະຮັກສາ ກຳລັງທະຫານສະຫະລັດ 8,400 ຄົນ ​ໄວ້ຢູ່ໃນອັຟການິສຖານ ໄປຈົນກວ່າ ການສິ້ນສຸດລົງ​ໃນ​ການ​ດຳລົງ​ຕຳ​ແໜ່​ງເປັນປະທານາ ທິບໍດີຂອງທ່ານ ເຮັດໃຫ້ມີຫຼາຍຄຳຖາມທີ່ບໍ່ມີຄຳຕອບກ່ຽວກັບເສັ້ນທາງ ຕໍ່ໜ້າທີ່ດີທີ່ສຸດ ໃນ ຂະນະທີ່ ສະຖານະການດ້ານຄວາມໝັ້ນຄົງ ຍັງສືບຕໍ່ຮ້າຍແຮງຂຶ້ນ ອີງຕາມ ຄຳເວົ້າຂອງບັນດານັກຊ່ຽວຊານ.

ລັດຖະບານທ່ານໂອບາມາ ໃນເບື້ອງຕົ້ນ ໄດ້ວາງແຜນ ທີ່ຈະຫລຸດຈຳນວນ ທະຫານສະຫະລັດລົງ ຈາກລະດັບໃນປັດຈຸບັນ 9,800 ຄົນ ເປັນປະມານ 5,500 ຄົນ ພາຍໃນທ້າຍປີ 2016.

ແຕ່ທ່ານໂອບາມາ ໄດ້ປະກາດເມື່ອວັນພຸດວານນີ້ວ່າ ສະຖານະການດ້ານ ຄວາມໝັ້ນຄົງຢູ່ໃນອັຟການິສຖານແມ່ນ “ຢູ່ໃນສະພາບລໍ່ແຫຼມ” ແລະ ເພາະ ສະນັ້ນ ທ່ານຈະປະກຳລັງທະຫານ ຫຼາຍກວ່າທີ່ໄດ້ວາງແຜນໄວ້ໃນເບື້ອງຕົ້ນ ຈົນກວ່າການສິ້ນສຸດສະໄໝການດຳລົງຕຳແໜ່ງຂອງທ່ານ ຊຶ່ງຈະໝົດລົງໃນ ວັນທີ 20 ມັງກອນປີ 2017.

ທ່ານໂອບາມາ ໄດ້ກ່າວວ່າ “ກຸ່ມຕາລີບານ ຍັງສືບ​ຕໍ່​ເປັນ​ໄພຂົ່ມຂູ່. ພວກເຂົາ ສາມາດ​ຍຶດພື້ນ​ທີ່​ໄດ້​ເພີ້ມຂຶ້ນໃນບາງກໍລະນີ ພວກເຂົາ ໄດ້ສືບຕໍ່ໂຈມຕີ ແລະ ໃຊ້ການ​ໂຈມຕີ​ດ້ວຍລະເບີດສະຫຼະຊີບ ຢູ່ໃນ ນະຄອນຫຼວງກາບູລ ຍ້ອນວ່າ ກຸ່ມຕາລີບານ ໄດ້ຈົງໃຈແນເປົ້າໝາຍໃສ່ພວກພົນລະເຮືອນ ພວກຊາວ ອັຟການິສຖານ ທີ່ເປັນຜູ້ຊາຍ ແມ່ຍິງ ແລະ ເດັກນ້ອຍ ໄດ້ເສຍຊີວິດຫຼາຍຂຶ້ນ ແລະ ສ່ວນຫຼາຍພວກເຂົາ ເຈົ້າແມ່ນໄດ້ຖືກມອງຂ້າມ ໃນວິກິດການອົບພະຍົບ ຂອງໂລກ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Obama Makes Statement About Afghanistan
please wait

No media source currently available

0:00 0:01:09 0:00

XS
SM
MD
LG