ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາກ່າວວ່າ ການຕັດສິນໃຈຂອງທ່ານທີ່ຈະເລີ່ມ
ຖອນທະຫານອອກຈາກອັຟການິສຖານນັ້ນບໍ່ໄດ້ໝາຍຄວາມວ່າສະຫະລັດໄດ້ປະຖິ້ມປະເທດ
ດັ່ງກ່າວ.
ປະທານາທິບໍດີໂອບາມາເວົ້າວ່າ “ຢ່າລືມວ່າ ພວກເຮົາກຳລັງເວົ້າເຖິງ ການຖອນທະ
ຫານປະມານ 10,000 ຄົນ ພາຍໃນທ້າຍປີນີ້ແລະຕື່ມອີກ 23,000 ຄົນພາຍໃນ
ທ້າຍລະດູຮ້ອນປີໜ້າແລະພວກເຮົາກໍຍັງຈະມີທະຫານຢູ່ທີ່ນັ້ນ 68,000 ຄົນນອກ
ເໜືອໄປຈາກກຳລັງປະສົມ ຂອງບັນດາປະເທດພາຄີ. ດັ່ງນັ້ນ ຈຶ່ງຍັງຈະມີກຳລັງ
ໃນຈຳນວນຫຼວງຫຼາຍມີໜ້າຢູ່ທີ່ນັ້ນ ແຕ່ສິ່ງທີ່ມັນໃຫ້ສັນຍານກໍຄືວ່າທະຫານອັຟກາ
ນິສຖານພວມ ຄ່ອຍໆເຂົ້າຮັບເອົາຄວາມຮັບຜິດຊອບເພີ່ມຂຶ້ນນຳນັບມື້.”
ປະທານາທິບໍດີສະຫະລັດກ່າວວ່າ ການຕັດສິນໃຈຂອງທ່ານແມ່ນສອດຄ່ອງກັບອັນທີ່ທ່ານ
ເອີ້ນວ່າຂັ້ນຕອນໃນການມອບໂອນຄວາມຮັບຜິດຊອບເປັນຂັ້ນໆໄປໃຫ້ແກ່ອັຟການິສຖານ.
ປະທານາທິບໍດີໂອບາມາເວົ້າວ່າ “ມີທະຫານອັຟການິສຖານອອກໄປທຳການສູ້ລົບ
ໃນທຸກໆມື້ຢູ່ແລ້ວ ມີຊາວອັຟການິສຖານ ທີ່ໄດ້ສະລະຊີວິດເພື່ອປະເທດຊາດ
ຂອງເຂົາເຈົ້າ ເພື່ອອິດສະລະພາບ ແລະເພື່ອກຽດສັກສີ ຂອງພວກເຂົາເຈົ້າ.
ແລະ ສິ່ງທີ່ພວກເຮົາຢາກເຮັດ ໃຫ້ເປັນທີ່ແນ່ໃຈ ກໍຄືວ່າ ພວກເຮົາຈະສືບຕໍ່
ເປັນພາຄີທີ່ດີໃນຂັ້ນຕອນທີ່ວ່ານັ້ນ ແຕ່ໃນຂະນະດຽວກັນພວກເຮົາກໍຢາກສົ່ງ
ສັນຍານໄປ ຫາຊາວອັຟການິສຖານວ່າ ນີ້ແມ່ນປະເທດຂອງພວກທ່ານແລະ
ໃນທີ່ສຸດແລ້ວນັ້ນ ພວກທ່ານກໍຈະຕ້ອງໄດ້ຮັບເອົາຄວາມຣັບຜິດຊອບຕ່າງໆ.”
ໃນໄລຍະບໍ່ເທົ່າໃດເດືອນຜ່ານມານີ້ ປະທານາທິບໍດີອັຟການິສຖານ ທ່ານ Hamid Kar-
zai ໄດ້ຕຳໜິຕິຕຽນສະຫະລັດ ແຕ່ປະທານາທິບໍດີໂອບາມາເວົ້າວ່າໂດຍທົ່ວໄປແລ້ວທ່ານ
ກາຊາຍກໍມີເປົ້າໝາຍດັ່ງດຽວກັນກັບສະຫະລັດ.
ທ່ານໂອບາມາກ່າວວ່າ “ແນ່ນອນ ມັນຈະຕ້ອງມີຄວາມເຄັ່ງຕຶງໃນສະພາບການ
ທີ່ຫຍຸ້ງຍາກ ທີ່ມີທະຫານຕ່າງປະເທດ ເປັນຈຳນວນຫຼວງຫຼາຍ ຢູ່ໃນປະເທດ
ໃດປະເທດນຶ່ງ. ມັນເປັນຄວາມຈິງທີ່ວ່າ ມີຫຼາຍໆໂອກາດ ທີ່ກົນລະຍຸດຂອງ
ການປະຕິບັດງານທາງພາກພື້ນດິນ ໃນແຕ່ລະມື້ນັ້ນ ພາໃຫ້ເກີດຄວາມເຄັ່ງ
ຕຶງຂຶ້ນ. ແຕ່ໂດຍທົວ່ໄປແລ້ວ ຜົນປະໂຫຍດຂອງທ່ານກໍແມ່ນ ເຮັດໃຫ້ເປັນ
ທີ່ແນ່ໃຈວ່າອັຟການິສຖານບໍ່ແມ່ນບ່ອນຫຼົບລີ້ຂອງພວກກໍ່ການຮ້າຍແລະໃຫ້
ເປັນທີ່ແນ່ໃຈວ່າ ມີການຢຶດໝັ້ນຢູ່ໃນລັດຖະທຳມະນູນຂອງອັຟການິສຖານ.
ຄວາມໝາຍໝັ້ນຕັ້ງໃຈຕ່າງໆທີ່ທ່ານກາຊາຍໄດ້ກະທຳໄປທັງໝົດນັ້ນແມ່ນ
ສອດຄ່ອງກັບສິ່ງທີ່ຂ້າພະເຈົ້າເຫັນວ່າ ເປັນຜົນປະໂຫຍດຂອງສະຫະລັດ.”
ປະທານາທິບໍດີໂອບາມາກ່າວຢໍ້າວ່າ ຈຳເປັນຈະຕ້ອງໄດ້ມີການຕົກລົງກັນທາງດ້ານການ
ເມືອງຖ້າຈະນໍາເອົາສັນຕິພາບມາສູ່ຂົງເຂດດັ່ງກ່າວ.
ທ່ານໂອບາມາກ່າວວ່າ “ແຕ່ເງື່ອນໄຂຕ່າງໆ ໃນການຕົກລົງກັນທາງດ້ານການ
ເມືອງທີ່ວ່ານັ້ນ ແມ່ນມີຄວາມສຳຄັນແລະພວກເຮົາກໍໄດ້ສະແດງໃຫ້ເຫັນຢ່າງ
ຈະແຈ້ງກ່ຽວກັບບັນທັດຖານຂອງພວກເຮົາ. ຄືພວກເຮົາຈະຊຸກຍູ້ສົ່ງເສີມຊາວ
ອັຟການິສຖານແລະພວກເຮົາເອງຈະທຳການໂອ້ລົມເຈລະຈາກັບກຸ່ມໃດກໍໄດ້ ແຕ່ພວກເຂົາຈະຕ້ອງໄດ້ຕັດຂາດ ຄວາມສຳພັນກັບກຸ່ມກໍ່ການຮ້າຍອາລກາຍ
ດາ ພວກເຂົາຈະຕ້ອງໄດ້ໃຫ້ຄຳໝັ້ນສັນຍາທີ່ຈະໃຫ້ການເຄົາລົບຕໍ່ລັດຖະທຳ
ມະນູນອັຟການິສຖານ ແລະພວກເຂົາຈະຕ້ອງໄດ້ຢຸດເຊົາ ການໃຊ້ຄວາມຮຸນ
ແຮງ ໃນຖານະເປັນພາຫານະເພື່ອໃຫ້ໄດ້ມາຊຶ່ງອຳນາດທາງການເມືອງນັ້ນ. ຖ້າພວກເຂົາຫາກເອົາບາດກ້າວເຫຼົ່ານີ້ແລ້ວ ຂ້າພະເຈົ້າຄິດວ່າມີຄວາມເປັນ
ໄປໄດ້ສູງໃນການ ທີ່ຈະພາໃຫ້ມີການຕົກລົງກັນທາງດ້ານການເມືອງໄດ້ໃນ
ແບບທີ່ໃນທີ່ສຸດ ກໍຈະອຳນວຍໃຫ້ຊາວອັຟການິສຖານໄດ້ຮັບການປົດເປື້ອງ ອອກຈາກສົງຄາມທີ່ດຳເນີນມາເປັນເວລາ 30 ປີນັ້ນ.”
ກ່ຽວກັບຄວາມສຳພັນລະຫວ່າງສະຫະລັດກັບປາກິສຖານນັ້ນ ທ່ານໂອບາມາ ກ່າວວ່າ
ວັນເວລາທີ່ຜ່ານມາໄດ້ເຮັດໃຫ້ຄວາມສຳພັນທີ່ວ່ານັ້ນມີລັກສະນະກົງໄປກົງມາຫຼາຍຂຶ້ນ.
ທ່ານໂອບາມາເວົ້າວ່າ “ນັ້ນໄດ້ພາໃຫ້ເກີດມີການຂັດແຍ້ງກັນຢ່າງແທ້ຈິງບາງຢ່າງ.
ແນ່ນອນການປະຕິບັດງານເພື່ອສັງຫານນາຍ Osama bin-Laden ແມ່ນໄດ້
ກໍ່ໃຫ້ເກີດຄວາມເຄັ່ງຕຶງເພີ່ມຂຶ້ນ ແຕ່ຂ້າພະເຈົ້າກໍໄດ້ກ່າວຢ່າງຈະແຈ້ງ ຕໍ່ປາກິສ
ຖານຢູ່ສະເໝີມາວ່າ ຖ້າພວກເຮົາຫາກພົບເຫັນຜູ້ກ່ຽວ (ນາຍ bin-Laden)
ແລະມີໂອກາດຈັດການກັບຜູ້ກ່ຽວພວກເຮົາກໍຈະສວາຍເອົາໂອກາດນັ້ນ.”
ປະທານາທິບໍດີໂອບາມາເວົ້າວ່າ ປາກິສຖານບໍ່ມີພຽງແຕ່ຄວາມຮັບຜິດຊອບທໍ່ນັ້ນແຕ່ຍັງ
ມີຜົນປະໂຫຍດຢ່າງເລິກເຊິ່ງ ໃນການຈັດການ ກັບກຸ່ມກໍ່ການຮ້າຍຕ່າງໆ ທີ່ຍັງຢູ່ໃນປະ
ເທດຂອງພວກເຂົາເຈົ້ານັ້ນ.