ປະທານາທິບໍດີບາຣັກໂອບາມາແຫ່ງສະຫະລັດກ່າວຕໍ່ພວກທະທານອະເມລິກັນໃນອັຟການິສຖານວ່າ ພວກເຂົາເຈົ້າກໍາລັງທໍາຄວາມຄືບໜ້າໃນການຕໍ່ຕ້ານກັບພວກຕາລີບັນ ແລະໃຫ້ຄໍາໝັ້ນສັນຍາວ່າ ອັຟການິສຖານຈະບໍ່ເປັນບ່ອນລີ້ຊ່ອນທີ່ປອດໄພຂອງພວກກໍ່ການຮ້າຍຢູ່ຕໍ່ໄປ.
ໃນລະຫວ່າງການຢ້ຽມຢາມທີ່ບໍ່ມີການປະກາດໃຫ້ຮູ້ລ່ວງໜ້າທີ່ຖານທັບອາກາດ Bagram
ຢູ່ນອກນະຄອນຫລວງກຸງຄາບູລ ຂອງອັຟການິສຖານ ທ່ານໂອບາມາກ່າວຕໍ່ພວກທະ
ຫານອະເມລິກັນຫລາຍພັນຄົນວ່າ ພວກເຂົາເຈົ້າກໍາລັງທໍາລາຍຄວາມແຂງແຮງຂອງກຸ່ມ
ຕາລີບັນ ແລະຈະບັນລຸຄວາມສໍາເລັດໃນການປະກອບພາລະກິດຂອງເຂົາເຈົ້າໃນອັຟກາ
ນິສຖານນັ້ນ.
ນອກນັ້ນທ່ານໂອບາມາຍັງໄດ້ກ່າວຂອບອົກຂອບໃຈກໍາລັງຂອງຝ່າຍປະສົມນໍາເຊ່ນກັນ
ໃນການຮັບໃຊ້ຢ່າງມະຫັດສະຈັນຂອງເຂົາເຈົ້າໃນສົງຄາມທີ່ດໍາເນີນມາເປັນເວລາດົນກວ່າ
9 ປີ ແລະການເສຍສະລະຂອງເຂົາເຈົ້າທີ່ເຂົາເຈົ້າກໍາລັງດໍາເນີນໄປໄກຈາກບ້ານເກີດເມືອງ
ນອນຂອງເຂົາເຈົ້ານັ້ນ.
ປະທານາທິບໍດີໂອບາມາໄດ້ເດີນທາງໄປຮອດອັຟການີສຖານໂດຍບໍ່ໄດ້ປະກາດໃຫ້ຮູ້ລ່ວງ
ໜ້າໃນຕອນເດິກຂອງຄືນວັນສຸກວານນີ້ ເປັນເວລາຫລາຍມື້ກ່ອນທາງທໍານຽບຂາວກໍານົດ
ຈະເປີດເຜີຍການທົບທວນຄືນເບິ່ງສົງຄາມທີ່ກໍາລັງບໍ່ໄດ້ຮັບຄວາມນິຍົມຊົມຊອບຈາກປະຊາ
ຊົນເພີ່ມຂຶ້ນໃຫ້ປະຊາຊົນຊາບນັ້ນ.
ເນື່ອງຈາກດິນຟ້າອາກາດບໍ່ດີ ບັງຄັບໃຫ້ທໍານຽບຂາວຕ້ອງລົບລ້າງແຜນການຕ່າງໆສໍາລັບ
ປະທານາທິບໍດີທໍາການພົບປະໜ້າຕໍ່ໜ້າກັນປະທານາທິບໍດີ HamidKarzai ແຫ່ງອັຟກາ
ນິສຖານໃນກຸງຄາບູລ ທ່ານຈຶ່ງໄດ້ທໍາການໂອ້ລົມກັນທາງໂລລະສັບກັບທ່ານ Karzai ຈາກ
ຖານທັບອາກາດ Bagram ນັ້ນ.
ຫລັງຈາກທໍາການຢ້ຽມຢາມອັຟການິສຖານເປັຫນເວລາເກືອບ 4 ຊົ່ວໂມງ ປະທານາທິບໍດີ
ໂອບາມາໄດ້ເດີນທາງມຸ້ງໜ້າກັບຄືນສະຫະລັດ.