ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາຈະປະກາດ ແຜນການຖອນທະຫານ ອອກຈາກອັຟການີສຖານ


ປະທານາທິບໍດີບາຣັກໂອບາມາ
ປະທານາທິບໍດີບາຣັກໂອບາມາ

ທໍານຽບຂາວ​ກ່າວ​ວ່າ ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້ ປະທານາທິບໍດີ​ບາຣັກ​ໂອ​ບາ​ມາ​ຈະ​ປະກາດ​ແຜນ ການ​ຂອງ​ທ່ານ​ໃຫ້​ຮູ້​ກ່ຽວ​ກັບ​ການ​ຖອນ​ທະຫານ​ສະຫະລັດ​ອອກຈາກ​ອັຟກາ​ນີສຖານ​ນັ້ນ.

ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ໃນ​ວົງ​ການ​ລັດຖະບານ​ກ່າວ​ວ່າ ທ່ານໂອ​ບາ​ມາ​ຈະ​ປະກາດໃຫ້​ຮູ້​ ທັງແຜນການ​ເລີ້ມ​ຖອນ​ທະຫານສະຫະລັດ​ກັບ​ຄືນ​ປະ​ເທດ ​ຕັ້ງ​ແຕ່​ເດືອນໜ້າ​ນີ້​ເປັນ​ຕົ້ນ​ໄປແລະ​ການຖອນ​ທະຫານ ​ຄັ້ງ​ຕໍ່ໆ​ໄປ​ໃນ​ອະນາຄົດ​ທີ່​ມີ​ວັດຖຸ​ປະສົງ​ເພື່ອ​ໃຫ້​ທະຫານ​ອັຟກາ​ນີສຖານ ​ເຂົ້າຄວບ​ຄຸມ​ການ​ຮັກສາ​ຄວາມ​ປອດ​ໄພ​ດ້ວຍ​ຕົນ​ເອງ​ພາຍ​ໃນ​ປີ 2014.

ຄໍາ​ປະກາດ​ທີ່​ວ່າ​ນີ້​ມີ​ຂຶ້ນໃນ​ທ່າມກາງ​ຄວາມ​ບໍ່ພໍ​ໃຈ​ຂອງ​ປະຊາຊົນ​ອະ​ເມ​ລິ​ກັນ​ທີ່​ມີ​ເພີ່ມ​ຂຶ້ນ​ເລື້ອຍໆ​ນໍາ​ສົງຄາມ​ໃນ​ອັຟກາ​ນີສຖານ ສືບ​ເນື່ອງ​ມາຈາກຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຈໍານວນ​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີວິດ​ຂອງທະຫານ​ສະຫະລັດ​ແລະ​ຜົນ​ກະທົບ​ຂອງ​ຄ່າ​ໃຊ້​ຈ່າຍ​ຍ້ອນສົງຄາມ​ຕໍ່ເສດຖະກິດ​ຂອງ​ສະຫະລັດ​ນັ້ນ.

ໃນ​ເມືອງ Baltimore ລັດ Maryland ກອງ​ປະຊຸມ​ເຈົ້າ​ຄອງ​ກໍາ​ແພງ​ນະຄອນ​ໃນ​ສະຫະລັດ​ໄດ້​ຮັບ​ຜ່ານ​ຮ່າງ​ຍັດຕິ​ສະບັບ​ນຶ່ງ​ໃນ​ວັນ​ຈັນ​ວານ​ນີ້ຮຽກຮ້ອງ​ໃຫ້​ລັດຖະສະພາ​ສະຫະລັດ​ຍຸດຕິ​ສົງຄາມ​ໃນ​ອັຟກາ​ນີສຖານ​ແລະ​ໃນ​ອີຣັກ​ໂດຍ​ໄວ ​ແລະ​ໃຫ້​ນໍາ​ເງິນ​ຈໍານວນ​ຫລາຍ​ພັນ​ລ້ານ​ໂດ​ລາທີ່​ໃຊ້​ຈ່າຍ​ໃນ​ສົງຄາ​ມທັງສອງ​ໃນ​ແຕ່ລະ​ເດືອນ​ນັ້ນ​ມາ​ໃຊ້​ຈ່າຍ​ສໍາລັບ​ຄວາມ​ຕ້ອງການ​ຕ່າງໆ​ພາຍ​ໃນ​ປະ​ເທດ.

ທ່ານ​ໂອ​ບາ​ມາ​ ​ໄດ້​ປະກາດ​ໃຫ້​ຮູ້​ມາ​ກ່ອນ​ກ່ຽວ​ກັບ​ການ​ເລີ້ມ​ຖອນ​ທະຫານ​ອອກຈາກອັຟການິສ
ຖານໃນ​ເດືອນ​ກໍລະກົດ​ນີ້​ ເມື່ອ​ເດືອນ​ທັນວາ​ ປີ 2009 ​ເວລາ​ທ່ານນຳສະເໜີຍຸດ​ທະ​ສາດ​
ທົ່ວ​ໄປ​ຂອງ​ທ່ານ​ສໍາລັບ​ອັຟກາ​ນີສຖານ​ນັ້ນ.

XS
SM
MD
LG