ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ຢ້ຽມຢາມ ອັຟການິສຖານ ໂດຍບໍ່ປະກາດ ໃຫ້ຮູ້ລ່ວງໜ້າ (ເບິ່ງວີດີໂອ)


ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ແຫ່ງ​ສະຫະລັດສະ​ຫຼອງ​ວັນ​ຂີດໝາຍ​ຄົບຮອບ​ນຶ່ງ​ປີ
ໃນການ​ເສຍ​ຊີວິດ​ຂອງ​ນາຍ​ໂອຊາ​ມາ ບິນ ລາ​ເດັນ ຜູ້ນຳ ກຸ່ມ​ກໍ່​ການ​ຮ້າຍ​ອານກາ​ອິ​ດາ
ດ້ວຍ​ການ​ເດີນທາງ​ໄປ​ຢ້ຽມຢາມ​ອັຟການິສ ຖານເປັນ​ເວລາ​ສັ້ນໆເພື່ອ​ລົງນາມ​ໃນ​ສົນ
ທິສັນຍາ​ຍຸດ​ທະ​ສາດ​ສະບັບ​ນຶ່ງ​ກັບ​ກຸງ​ຄາ​ບູລ ​ແລະ​ສົ່ງສານ​ໃນ​ປີ​ການ​ເລືອກ​ຕັ້ງ​ມາ​ຍັງ
​ປະຊາຊົນ​ອາ​ເມຣິກັນ​ວ່າ ສົງຄາມໃນ​ອັຟກາ​ນິສຖານກໍາລັງ​ຈະ​ສິ້ນສຸດ​ລົງ.

​ໃນ​ຖ້ອຍ​ຖະ​ແຫຼ​ງທີ່​ຖ່າຍ​ທອດ​ທາງ​ໂທລະພາບ​ມາ​ຍັງ​ປະຊາຊົນ​ອາ​ເມຣິກັນ​ໃນ​ແລງ​ວັນ
​ອັງຄານ​ວານ​ນີ້​ຈາກ​ຖານ​ທັບອາກາດ​ແຫ່ງ​ນຶ່ງໃນ​ອັຟ ກາ​ນິສຖານທີ່​ຕັ້ງຢູ່​ໄກ​ຫຼາຍພັນ​ກິ​
ໂລ​ແມັດ​ນັ້ນ ທ່ານ​ໂອ​ບາ​ມາກ່າວ​ວ່າ ສະຫະລັດ​ສາມາດມອງ​ເຫັນ​ແສງ​ສະຫວ່າງຂອງ​
ມື້​ໃໝ່​ໃນ​ຂອບ​ຟ້າ​ໄດ້ ຫຼັງ​ຈາກ​ຜ່ານ​ຜ່າສົງຄາມ​ທີ່​ມືດ​ມົນ​ມາ​ເປັນ​ເວລາ​ດົນ​ກວ່າ​ນຶ່ງ​ທົດ​
ສະ​ວັດ​ນັ້ນ.

ປະທານາທິບໍດີ​ໂອ​ບາ​ມາ ກ່າວ​ວ່າ ປະຊາຊົນ​ອາ​ເມຣິກັນຫຼື​ປະຊາ​ຊົນ​ອັຟກາ​ນິຖານ​ບໍ່​ໄດ້
​ຮຽກຮ້ອງ​ໃຫ້​ສົງຄາມ​ນີ້​ເກີດ​ຂຶ້ນ ​ແຕ່​ທ່ານ​ໂອ​ບາ​ມາ​ກ່າວ​ຕໍ່​ໄປ​ວ່າ ​ເປົ້າ​ໝາຍ​ຂອງ​ການ​ທໍາ
ລາຍ​ເຄືອ​ຂ່າຍ ອານ​ກາ​ອິດາ ​ແມ່ນ​ຢູ່​ໃນ​ລະຫວ່າງ​ທີ່​ຈະ​ບັນລຸ​ຜົນ.

​ໃນ​ລະຫວ່າງການ​ຢ້ຽມຢາມອັຟກາ​ນິສຖານ​ເປັນ​ເວລາ 7 ຊົ່ວ​ໂມງນັ້ນ ທ່ານໂອ​ບາ​ມາ​
ໄດ້​ພົບ​ປະ​ກັບ​ປະທາ​ນາ​ທິບໍດີ​ອັຟກາ​ນິສຖານ​ເພື່ອ​ລົງ​ນາມ​ໃນຂໍ້​ຕົກ​ລົງ​ການ​ເປັນພາຄີ
ຍຸດ​ທະ​ສາດ​ ຊຶ່ງ​ທ່ານ​ໂອ​ບາ​ມາ​ກ່າວວ່າ:

"ທ່ານ​ໂອ​ບາ​ມາ​ກ່າວ​ວ່າ ມື້​ນີ້ “ຂ້າພະ​ເຈົ້າ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ທີ່​ມີຄວາມ​ສຳຄັນປະ
ຫວັດ​ສາດ​ສະບັບ​ນຶ່ງ​ລະຫວ່າງ​ສະຫະລັດ​ແລະ​ອັຟກາ​ນິສຖານທີ່ບັນ​ລະ​ຍາຍ​ຄວາມ​ສໍາ
ພັນ​ກັນ​ແບບ​ໃໝ່​ລະຫວ່າງ​ສອງ​ປະ​ເທດ.”

ຂໍ້​ຕົກລົງ​ສະບັບ​ນີ້​ກວມ​ເອົາ​ເລື້ອງ​ຄວາມ​ໝັ້ນຄົງ ການ​ເສດຖະກິດ​ແລະ​ການ​ປົກຄອງ
​ຕະຫຼອດທັງໃຫ້​ຄໍາ​ຊີ້​ແຈງ​ຢ່າງ​ຈະ​ແຈ້ງ​ເຖິງ​ຄວາມ​ສໍາພັນ​ຂອງ​ສະຫະລັດ​ກັບ​ອັຟກາ​ນິສ
ຖານ​ຫຼັງ​ຈາກ​ປີ 2014 ​ເວລາ​ພວກ​ກໍາລັງ ຂອງ​ກຸ່ມ​ເນ​ໂຕ້ສ່ວນ​ຫຼາຍ​ວາງ​ແຜນ​ຈະ​ຍຸດຕິ
​ບົດ​ບາດ​ການ​ສູ້ລົບ​ຂອງ​ຕົນ. ຂໍ້​ຕົກລົງ​ສະບັບ​ນີ້ບໍ່​ໄດ້ກຳນົດ​ຢ່າງ​ເຈາະ​ຈົງກ່ຽວ​ກັບ​ການ
​ມີໜ້າ​ຂອງທະຫານ​ສະຫະລັດ​ຢູ່​ໃນ​ອັຟກາ​ນິສຖານ ​ແຕ່​ໃຫ້​ຄໍາ​ໝັ້ນ​ສັນຍາກ່ຽວ​ກັບ​ການ
​ຊ່ອຍ​ເຫຼືອ​ຂອງ​ສະຫະລັດ​ແກ່​ອັຟກາ​ນິສຖານ​ເປັນ​ເວລານຶ່ງ​ທົດ​ສະ​ວັດ ຫຼັງ​ຈາກ​ສະຫະ
ລັດ​ຖອນ​ທະຫານ​ຈຸ​ສຸດ​ທ້າຍຂອງ​ຕົນອອກ​ຈາກ​ອັຟກາ​ນິສຖານ​ແລ້ວ.

ຂໍ້​ຕົກລົງ​ດັ່ງກ່າວ​ອະນຸມັດ​ໃຫ້​ສະຫະລັດ​ຮັກສາ​ທະຫານ​ຂອງ​ຕົນ​ໃນຈໍານວນ​ນ້ອຍໆ​ໄວ້
​ໃນ​ອັຟກາ​ນິສຖານ​ຫຼັງ​ຈາກ​ປີ 2014 ​ເພື່ອ​ທໍາການ​ເຝິກ​ແອບ​ທະຫານ​ອັຟກາ​ນິສຖານ​ຕໍ່
​ໄປ ​ແລະ​ແນ​ເປົ້າ​ການປະຕິບັດ​ງານ​ຕໍ່ຕ້ານ​ກຸ່ມ​ອານ​ກາ​ອິດາ​. ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ມີ
ໜ້າ​ຢູ່​ໃນ​ປາ​ກິ​ສຖານ ປະ​ເທດ​ເພື່ອນ​ບ້ານ​ຂອງ​ອັຟກາ​ນິສຖານ ແຕ່​ມີ​ໜ້າ​ພຽງ​ໃນ​ນາມຢູ່
​ໃນ​ອັຟກາ​ນິສຖານ​ນັ້ນ.

XS
SM
MD
LG