ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ກຳນົດໃຫ້ ໂຮງແຮມ Stonewall ເປັນອະນຸສາວະລີ ແຫ່ງຊາດ


ໂຮງແຮມ Stonewall ທີ່ນະຄອນນິວຢອກ ຢູ່ຄູ້ມ Greenwich ​ໄດ້​ຖືກກຳນົດ​ ໃຫ້ບ່ອນ​ຕັ້ງ ອະນຸສາວະລີ​ແຫ່ງ​ຊາດ ຊຶ່ງ​ເປັນ​ອະນຸ​ສາວະ​ແຫ່ງ​ທຳ​ອິດ ສຳລັບພວກຮັກຮ່ວມເພດ ຫລື LGBT.
ໂຮງແຮມ Stonewall ທີ່ນະຄອນນິວຢອກ ຢູ່ຄູ້ມ Greenwich ​ໄດ້​ຖືກກຳນົດ​ ໃຫ້ບ່ອນ​ຕັ້ງ ອະນຸສາວະລີ​ແຫ່ງ​ຊາດ ຊຶ່ງ​ເປັນ​ອະນຸ​ສາວະ​ແຫ່ງ​ທຳ​ອິດ ສຳລັບພວກຮັກຮ່ວມເພດ ຫລື LGBT.

ໃນ​ວັນ​ສຸກ​ວານນີ້ວັນ​ທີ 24 ​ມິຖຸນາ ປະທາ​ນາ​ທິບໍດີ Barack Obama ​ໄດ້​ກຳນົດ​ໃຫ້ໂຮງ ແຮມ Stonewall ຫລືຝາຫີນ ເປັນອະນຸສາວະລີແຫ່ງ​ຊາດ ບ່ອນ​ທຳ​ອິດ ລະ​ລຶກ​ເຖິງ​ການ​ບອກ​ເລົ່າ​ກ່ຽວ​ກັບເລື້ອງລາວໃນ​ການ​ຕໍ່ສູ້​ດີ້ນລົນຂອງປະຊາ​ຄົມ ພວກຮັກ​ຮ່ວມ​ເພດ​ແມ່ຍິງ ຜູ້​ຊາຍ ພວກ​ຮັກທັງ​ສອງ​ເພດແລະ​ພວກ​ປ່ຽ​ນເພດ ຫລື LGBT ​ເພື່ອມີສິດທິ​ເທົ່າ​ທຽມ​ກັນ.

ຢູ່​ໃນ​ຄຳ​ຖະແຫຼງ​ປະຈຳ​ສັບປະດາຂອງປະທາ​ນາ​ທິບໍດີ ​ໄດ້​ກ່າວ​ກ່ຽວ​ກັບ​ຄວາ​ມ ສຳຄັນໃນ​ການ​ຮັກສາ​ໄວ້ ​ແລະ​ແບ່ງປັນ​ພາກສ່ວນ​ຄວາມ​ສຳຄັນ​ຂອງ​ເລື້ອງ​ລາວ​ອາ​ເມຣິ ກັນ. ​ເຖິງ​ແມ່ນ​ວ່າ​ເຮົາ​ໄດ້​ເຫັນ​ຄວາມ​ຄື​ບໜ້າ​ທີ່​ແທ້​ຈິງ​ໃນ​ໄລຍະ​ສາມ​ປີ​ທີ່​ຜ່ານ​ມາປະທາ ນາທິບໍດີ​ໄດ້​ຮັບ​ຮູ້​ວ່າ ປະ​ຊາ​ຄົມ LGBT ຍັງ​ປະ​ເຊີນ​ໜ້າ​ກັບ​ຄວາມລຳອຽງ​ຈົນ​ເທົ້າ​ທຸກ​ວັນ​ນີ້. ຈົ່ງ​ຈົດຈຳ​ໄວ້​ ປະທາ ນ​າທິບໍດີ ​ໄດ້ກ່າວ​ເນັ້ນ​ໜັກ​ວ່າ ​ໃນ​ນາມ​ປະ​ເທດ ພວກ​ເຮົາ​ຕ້ອງ​ ດຳ​ເນີນການ​ຊຸກຍູ້​ເພື່ອ​ໃຫ້​ມີ​ຄວາມ​ສະ​ເໝີ​ພາບ ການຮັບ​ຮູ້​ ​ແລະການ​ໂຍະຍານ​ຜ່ອນຜັນ ​ເພາະວ່າ ນັ້ນ​ແມ່ນ​ສິ່ງ​ທີ່​ເຮັດ​ໃຫ້​ປະ​ເທດ​ຂອງ​ພວກເຮົາ​ເປັນ​ປະ​ເທດ​ທີ່​ຍິງ​ໃຫຍ່ຢູ່​ໃນ​ໂລກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG