ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໑ ເມສາ ໒໐໒໓

ປ. ໂອບາມາ ຮຽກຮ້ອງ ໃຫ້ສະພາ ເຮັດສິ່ງໃດສິ່ງນຶ່ງ ເພື່ອຫຼຸດຜ່ອນ ຄວາມຮຸນແຮງ ຈາກປືນ


ບັນດາຜູ້ເປັນປາກກະບອກສຽງແກ່ປະຊາຄົມ ແລະບັນດາ ສະມາຊິກ ສາທະລະນະຊົນ ພາກັນຖືປ້າຍ ໃຫ້ກຽດແກ່ ບັນດາຜູ້ເຄາະຮ້າຍ ຈາກຄວາມຮຸນແຮງຂອງປືນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ ກ່າວ​ໃນ​ຄຳ​ປາ​ໄສ​ປະຈຳ​ສັບ
ປະດາ​ຂອງ​ທ່ານ ກ່ຽວ​ກັບ​ຄວາມ​ບໍ່ພໍ​ໃຈ ​ໃນ “ທຸລະ​ກິດ​ທີ່​ຍັງ​ບໍ່
​ເສັດ​ສີ້​ນ” ​ເພື່ອ​ຄວບ​ຄຸມ “ການລະ ບາດ​ຂອງຄວາມ​ຮຸນ​ແຮງ
​ຈາກ​ປືນ” ​ຢູ່ໃນ​ປະ​ເທດ​ໂດຍ​ກ່າວ​ວ່າ “ຖ້າ​ຫາກ​ວ່າລັດຖະສະ
ພາ ໄດ້​ເຮັດບາງ​ຢ່າງ ​ແນວ​ໃດ​ແນວ​ໜຶ່ງ​ ເພື່ອ​ປ້ອງ​ກັນພວກ
ເດັກນ້ອຍ​ຂອງ​ເຮົາ ຈາກ​ຄວາ​ມຮຸນ​ແຮງ​ຂອງປືນ”.

“ພວກ​ເຮົາ​ຮູ້​ວ່າ ເຮົາບໍ່​ສາມາດ​ຢຸດ​ຢັ້ງ​ທຸ​ກການ​ກໍ່​ຄວາມ​ຮຸນ​ແຮງ​
ໄດ້. ​ແຕ່​ຖ້າຫາກ​ພວກ​ເຮົາ​ພະຍາຍາ​ມຢຸດ​ແມ່ນ​ແຕ່ພຽງ​ເທື່ອ
ດຽວ” ປະທານາທິບໍດີ​ໄດ້​ຖາມ​ຊຶ່ງ​ເປັນ ທີ່​ຈະ​ແຈ້ງ ​ສະທ້ອນ​ເຖິງ​
ບັນ​ດາ​ສະ​ມາ​ຊິກ​ສະພາ ທີ່​ໄດ້ປະສົບ​ກັບ​ຄວາມ​ລົມ​ແຫຼວ​ຊໍ້າ
​ແລ້ວ​ຊໍ້າ​ອີກ ​ທີ່​ຈະ​ເອົາ​ບາດກ້າວ​ຕ່າງໆ ​ເພື່ອ​ຫລຸດຜ່ອນ​ການ​ແຜ່ລະບາດນີ້.

ທ່ານ​ໂອ​ບາ​ມາກ່າວ​ວ່າ ​ເມື່ອ​ສາມ​ປີ​ກ່ອນ “​ຮ່າງ​ກົດໝາຍ​ສາມັນ​ສຳນຶກ” ຂອງທັງ​ສອງ​
ພັກການ​ເມືອງ ທີ່​ຈະ​ບັງຄັບ​ໃຫ້​ມີກວດປະຫວັດ​ເບື້ອງ​ຫລັງ​ຂອງ “ທຸກໆ​ຄົນ​ທີ່ຈະ​ຊື້​ປືນ”
ຊຶ່ງມາດ​ຕະການນີ້ ໄດ້​ຮັບ​ການ​ສະໜັບສະໜູນ​ໂດຍ “ປະຊາຊົນ​ອາ​ເມຣິກັນ​ປະ​ມານ
90 ​ເປີ​ເຊັນ.” ທ່ານ​ກ່າວ​ວ່າ ມັນ​ຍັງ​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ໂດຍ​ສ່ວນ​ໃຫຍ່​ຂອງ
ສະມາຊິກສະມາຄົມ​ປືນ​ແຫ່ງ​ຊາດ ​ແຕ່​ວ່າ “ພວກ​ຊຸກຍູ້​ປືນ​ໄດ້​ພາກັນ​ວິ່ງ​ເຕັ້ນຕໍ່​ຕ້ານ
​ແລະ​ສະພາ​ສູງ​ກໍ​ບໍ່​ໄດ້​ຮັບຜ່ານ.”

President Obama's Jan. 1, 2016 Weekly Address
please wait

No media source currently available

0:00 0:04:07 0:00

ຜູ້ນຳ​ສະຫະລັດ ກ່າວ​ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ບັນດາ​ພະ​ນັກ​ງານ​ຂອງ​ທ່ານ “​ສຶກສາ​ເບິ່ງການ
​ເອົາ​ບາດກ້າວໃໝ່ ທີ່​ຂ້າພະ​ເຈົ້າ​ສາມາດເຮັດ​ໄດ້ ​ເພື່ອ​ຊ່ວຍ​ຫລຸດຜ່ອນ ຄວາມ​ຮຸນ​ແຮງ
ຂອງ​ປືນ” ​ແລະ​ທ່ານ​ຈະພົບ​ປະ​ກັບລັດຖະມົນຕີ​ຍຸຕິ​ທຳ ທ່ານ​ນາງ Loretta Lunch ​ໃນ​
ວັນ​ຈັນ​ຈະ​ມາ​ເຖິງ​ນີ້ເພື່ອ “ສົນທະນາກ່ຽວ​ກັບ​ທາງ​ເລືອກ​ຂອງ​ພວກ​ເຮົາ”

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG