ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ລັດຖະບານ ທ່ານໂອບາມາ ຈະວາງ ຂໍ້ຈຳກັດໃໝ່ ໃນການ ປົກປ້ອງ ສິ່ງແວດລ້ອມ


ຫ່ານຝູງນຶ່ງ ບິນກາຍຄວັນໄຟ ຈາກໂຮງໄຟຟ້າ Jeffrey Energy Center ທີ່ໃຊ້ຖ່ານຫິນແລ່ນ ໃກ້ເມືອງ Emmett ລັດ Kansas.
ລັດຖະບານ​ໂອ​ບາ​ມາ ກຳ​ນົດຈະ​ເປີດ​ເຜີຍ​ຂໍ້​ຈຳກັດ​ໃໝ່​
ວ່າ​ດ້ວຍ​ການ​ສົ່ງທາດ carbon ຂຶ້ນ​ສູ່​ອາກາດ​ຈາກ​ພວກ
​ໂຮງ​ໄຟຟ້າ​ແຫ່ງ​ຕ່າງໆ​ໃນສະຫະລັດ.

ໜັງສືພິມ The Wall Street Journal ​ແລະ​ໜັງສືພິມ
New York Times ກ່າວ​ວ່າ​ອົງການ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ
ຈະ​ປະກາດ​ອອກ​ໃນ​ວັນ​ຈັນ​ມື້​ນີ້ ກົດ​ລະບຽບ​ທີ່​ທາງ​ລັດຖະບານ
​ສະ​ເໜີ​ໄປ​ເພື່ອ​ພະຍາຍາມ​ຕັດ​ການ​ສົ່ງ​ທາດ Carbon ຂຶ້ນ​ສູ່​
ອາກາດ​ລົງ 30 ​ເປີ​ເຊັນ​ພາຍ​ໃນ​ປີ 2030. ລາຍ​ງານ​ຂ່າວ​ດັ່ງ
ກ່າວ ​ເວົ້າ​ວ່າ ພວກ​ລັດ​ຕ່າງໆ​ຈະ​ມີ​ທາງເລືອກ​ຢ່າງ​ກວ້າງ
ຂວາງ ​ເພື່ອ​ໃຫ້​ບັນລຸເປົ້າ​ໝາຍໃນ​ການລົດ​ຜ່ອນ​ອາກາດ​ເປິ​
ເປື້ອນລົງ​ນີ້.

ກົດ​ລະບຽບ​ດັ່ງກ່າວ ຊຶ່ງ​ຄາດ​ວ່າ​ຈະ​ສຳ​ເລັດ​ລົງ​ໃນ​ປີ​ຕໍ່ໜ້າ​ນີ້ຈະ​ຈັດ​ຕັ້ງຂໍ້​ຈຳກັດ​ແຫ່ງ​
ຊາດ​ຄັ້ງ​ທຳ​ອິດ​ກ່ຽວ​ກັບ​ທາດ Carbon dioxide ຊຶ່ງ​ເປັນແກ​ສທີ່​ສຳຄັນ​ທີ່​ສຸດ ທີ່​
ເຊື່ອມ​ໂຍງ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຈາກ​ພວກ​ໂຮງ​ໄຟຟ້າ​ແຫ່ງ​ຕ່າງໆ
​ໃນ​ປະ​ເທດ ​ໂດຍ​ສະ​ເພາະ​ພວກ​ໂຮງ​ໄຟຟ້າ​ທີ່​ໃຊ້​ຖ່ານ​ຫິນ​ແລ່ນ​ນັ້ນ.

​ໂຄງການ​ລິ​ເລີ້ມ​ໃໝ່ ຊຶ່ງ​ມີ​ວັດຖຸ​ປະສົງ​ເພື່ອ​ສົ່ງ​ເສີມ​ການ​ຫາ​ແຫຼ່ງພະລັງງານ​ໜຸນ​ວຽນ​ໃໝ່ ​ເຊັ່ນ​ການ​ໃຊ້​ແສງ​ຕາ​ເວັນ​ແລະ​ລົມ ຕະຫຼອດ​ທັງ​ພະລັງງານທີ​ມີ​ປະສິດທິ​ຜົນ ອັນ​ເປັນ​ພາກສ່ວນ​ນຶ່ງ​ຂອງ​ແຜນການ​ປະຕິບັດ​ທີ່​ໃຫຍ່​ຂຶ້ນ ທີ່ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ​ອອກ​ໃຫ້​ຮູ້​ເມື່ອ​ນຶ່ງ​ປີຜ່ານມາ ​ໃນ​ຄວາມ​ພະຍາຍາມ​ເພື່ອ​ລົດ​ຜ່ອນ​ຄວາມ​ຮ້ອນ​ຂອງ​ໂລກ​ລົງ​ນັ້ນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG