ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ກ່າວເຖິງ ການປ່ຽນແປງ ຂອງ ດິນຟ້າອາກາດ


ປະທານາທິບໍດີສະຫະລັດ ທ່ານ Barack Obama.
ປະທານາທິບໍດີສະຫະລັດ ທ່ານ Barack Obama.

ປະ​ທານາ​ທິບໍດີ ສະຫະລັດ ທ່ານ Barack Obama ກ່າວ​ວ່າ
ການ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ “​ເປັນ​ນຶ່ງ​ໃນ​ບັນຫາທ້າ​ທາຍ​
ທີ່​ໃຫຍ່​ສຸດ​ໃນ​ຍຸກ​ສະ​ໄໝ​ຂອງ​ພວກ​ເຮົາ” ​ແຕ່​ວ່າອາ​ເມຣິກາກຳ
ລັງ​ລຸກຂຶ້ນຮັບ​ມື​ກັບ​ບັນຫາ​ທ້າ​ທາຍດັ່ງກ່າວ.

ປະທານາທິບໍດີກ່າວໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ ​ໃນ​
ວັນ​ເສົາ​ມື້ນີ້ວ່າ “ທຸກມື້ນີ້ພະລັງງານ​ສະອາດ​ຈາກລົມຫລື​ແສງ​ຕາ​
ເວັນ ຄວາມ​ຈິງ​ແລ້ວ ຢູ່​ໃນ​ຫລາຍໆ​ປະ​ຊາ​ຄົມ ​ແມ່ນ​ຖືກກວ່າ ​ພະ
ລັງງານ​ທຳ​ມະ​ດາ​ທີ່​ເປື້ອນ​ເປິກວ່່ານັ້ນ.​”

ປະທານາທິບໍດີ ກ່າວ​ວ່າ “​ໃນຮອບ​ເຈັດ​ປີ​ທີ່​ຜ່ານ​ມາພວກ​ເຮົາ​ໄດ້​ລົງທຶນຫຼາຍເປັນ​ປະຫວັດ
ການ ​ກ່ຽວ​ກັບພະລັງງານ​ສະອາດ ທີ່ໄດ້ຊ່ວຍບັນດາ​ບໍລິສັດ​ໃນ​ພາກ​ເອກ​ກະ​ຊົນ ສ້າງ​ຫຼາຍ
​ສິບ​ພັນ​ໜ້າ​ວຽກທີ່​ດີໆ.”

​ໃນ​ຄວາມພ​ະຍາ​ຍາມເພື່ອ​ສືບ​ຕໍ່​ໃຫ້​ມີ​ການ​ເຕີີບ​ໃຫຍ່​ຂະຫຍາຍ​ໂຕດັ່ງກ່າວນີ້ ທ່ານໂອບມາ
ກ່າວ​ວ່າ “​ແທນ​ທີ່​ຈະ​ຊ່ວຍໃຫ້​ເງິນ​ອຸດໜຸນ​ ແກ່ອະດີດທີ່​ຜ່ານ​ມາ ພວກ​ເຮົາ​ຄວນ​ລົງທຶນ ​ໃນ​
ອະນ​າຄົດ. ​ເພາະສະ​ນັ້ນ ງົບ​ປະມານ​ທີ່​ຂ້າພະ​ເຈົ້າ​ຈະ​ສົ່ງ​ໄປ​ຫາສະພາ ​ໃນ​ວັນ​ອັງຄານຈະ​
ມາ​ນີ້ ຈະ​ເ​ພີ້ມເງິນ​ທຶນ ສຳລັບ​ການຄົ້ນຄວ້າ ແລະ​ພັດທະນາກ່ຽວ​ກັບ​ພະລັງງານທີ່​ສະອາດ
ຂຶ້ນ​ເປັນ​ສອງ​ເທົ່າ ຈົນ​ຮອດ​ປີ 2020.”

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG