ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາວ່າ ອາເມຣິກາ ເຊື່ອໝັ້ນ ຢ່າງແຮງກ້າ ທີ່​ຈະ​ເບິ່ງ​ແຍງ ນັກລົບເກົ່າ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ອາເມ
ຣິກາ ມີຄວາມເຊື່ອໝັ້ນ ຢ່າງແຮງກ້າວ່າ ຈະໃຫ້ການເບິ່ງແຍງແກ່
ພວກນັກລົບເກົ່າຂອງຕົນ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ຊຶ່ງອອກ
ອາກາດ ເນື່ອງໃນວັນພັກທ້າຍສັບປະດາ ເພື່ອໄວ້ອາໄລ ໃຫ້ແກ່
ພວກທະຫານຜ່ານເສິກ ທີ່ໄດ້ສະຫຼະຊີວິດເພື່ອປະເທດຊາດ ຫຼື Memorial Day ນັ້ນ ທ່ານ ໂອບາມາເວົ້າວ່າ ປະເທດຊາດຕ້ອງໄດ້ດຳເນີນການເພີ້ມຕື່ມ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ພວກ ນັກລົບເກົ່າໄດ້ຮັບໂອກາດ ແລະຜົນປະໂຫຍດ ທີ່ພວກເຂົາເຈົ້າສົມຄວນໄດ້ຮັບນັ້ນ.

ທ່ານໂອບາມາ ພວມປະເຊີນກັບການກົດດັນເພີ້ມຂຶ້ນ ກ່ຽວກັບການກ່າວຫາທີ່ວ່າ ບັນດາໂຮງ ໝໍທະຫານຫລືໂຮງໝໍນັກລົບເກົ່າໄດ້ໃຫ້ການປິ່ນປົວພະຍາບານແລະໃຫ້ການຮັກສາກ່ຽວກັບ
ການເສຍຊີວິດທີ່ສາມາດປ້ອງກັນໄດ້ ຊ້າໂພດ.

ໃນຄຳປາໄສຂອງພັກຣີພັບບລີກັນນັ້ນ ສະມາຊິກສະພາຕ່ຳ Bill Shuster ຈາກລັດ Penn-
sylvania ໄດ້ຊຸກຍູ້ຮ່າງກົດໝາຍໂຄງການນ້ຳຂອງພັກຣີພັບບລີກັນ ທີ່ສະພາຕ່ຳໄດ້ຮັບຮອງ ເອົາໃນສັບປະດາແລ້ວນີ້. ທ່ານເວົ້າວ່າ ໂຄງການດັ່ງກ່າວ ແມ່ນໄດ້ສະແດງໃຫ້ເຫັນເຖິງການ ເພັ່ງເລັງໃສ່ເລື່ອງວຽກການ ແລະຄວາມຮັບຜິດຊອບຂອງລັດຖະບານ ໂດຍພັກຣີພັບບລີກັນ.

U.S. President Barack Obama says America has a "sacred trust" to take care of its veterans.

In his weekly address Saturday, airing on the Memorial Day holiday weekend when Americans honor their war dead, Mr. Obama said the country must work harder to make sure veterans get the opportunities and benefits they have earned.

Mr. Obama is facing growing pressure over allegations of treatment delays and preventable deaths at Veterans Affairs hospitals.

In the Republican address, Congressman Bill Shuster (of Pennsylvania) promoted a Republican water projects bill that Congress passed this week. He said it demonstrates Republicans' focus on jobs and government accountability.
XS
SM
MD
LG